ສື່ມວນຊົນໄທ ປະທັບໃຈສະຖານທີ່ທ່ອງທ່ຽວຢູ່ 2ແຂວງພາກກາງຂອງລາວ

ສື່ມວນຊົນລາວ-ໄທສໍາເລັດການຢ້ຽມຢາມຜະລິດຕະພັນທ່ອງທ່ຽວຢູ່ແຂວງຄໍາມ່ວນ ແລະສະຫວັນນະເຂດໃນວັນທີ 30 ມັງກອນ 2025 ທີ່ຈັດຂື້ນໂດຍກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບສໍານັກຂ່າວໜັງສືພິມ, ໂທລະພາບ ແລະ ສື່ອອນລາຍຈາກສະມາ ຄົມນັກຂ່າວໄທ ແນໃສ່ໂຄສະນາສົ່ງເສີມການທ່ອງທ່ຽວ ເພື່ອດຶງ ດູດນັກທ່ອງທ່ຽວຈາກປະເທດໃກ້ຄຽງໃຫ້ເຂົ້າມາທ່ຽວລາວຫລາຍຂື້ນ.
ໃນໂອກາດນໍາພາຄະນະສື່ມວນຊົນໄທເຄື່ອນໄຫວຢ້ຽມຢາມຜະລິດຕະພັນທ່ອງທ່ຽວຢູ່ແຂວງຄໍາມ່ວນ ແລະສະຫວັນນະເຂດ ໃນຄັ້ງນີ້ ທ່ານ ຈິຣະພົງ ປະເສີດພົນກຣັງ, ເລຂາທິການສະມາຄົມນັກຂ່າວ, ນັກໜັງສືພິມແຫ່ງປະເທດໄທ ໃຫ້ສໍາພາດວ່າ: ໂຄງການນີ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະສື່ມວນຊົນໄທລ້ວນແຕ່ມີຄວາມປະທັບໃຈຕໍ່ສະຖານທີ່ທ່ອງທ່ຽວທາງດ້ານທໍາມະຊາດ, ວັດ ທະນະທຳ ແລະອາຫານລາວຢູ່ 2ແຂວງ, ເຫັນໄດ້ນະໂຍບາຍສົ່ງ ເສີມການທ່ອງທ່ຽວຂອງລັດຖະບານລາວ, ລວມທັງພາກເອກະ ຊົນທີ່ມີສ່ວນຮ່ວມພັດທະນາ ແລະຍົກລະດັບແຫລ່ງທ່ອງ ທ່ຽວໃຫ້ໄດ້ມາດຕະຖານ ເພື່ອຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ແນໃສ່ຊຸກຍູ້ເສດຖະກິດຂອງແຂວງກໍ່ຄືຂອງປະເທດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຮັບຮູ້ໄດ້ເຖິງປະຫວັດທີ່ເກົ່າແກ່ ແລະມີຄວາມເຊື່ອມໂຍງກັນ ລະຫວ່າງພະທາດອີງຮັງ, ພະທາດສີໂຄດຕະບອງ, ພະທາດໂຜ່ນທີ່ປະຊາຊົນໄທ ແລະລາວໃຫ້ຄວາມ ເຄົາລົບນັບຖື.
ນອກຈາກນີ້ສື່ມວນຊົນໄທ ແລະລາວ ຍັງໄດ້ແລກປ່ຽນຂໍ້ມູນຂ່າວສານ, ສ້າງຄວາມເຂົ້າໃຈຊື່ງກັນ ແລະກັນດ້ານຮີດຄອງປະເພ ນີ, ພາສາ, ຄໍາເວົ້າ ແລະອື່ນໆ ເພື່ອເຮັດໃຫ້ສື່ມວນຊົນທັງສອງປະເທດມີການພົວພັນຮ່ວມມືກັນຫລາຍຂື້ນໃນຕໍ່ໜ້າ.
ກິດຈະກຳຄັ້ງນີ້ສື່ມວນຊົນ 2 ປະເທດລາວ ແລະໄທ ໄດ້ເຄື່ອນ ໄຫວເກັບກຳຂ່າວ ແລະຢ້ຽມຢາມສະຖານທີ່ທ່ອງທ່ຽວທີ່ໂດດ ເດັ່ນທາງດ້ານປະຫວັດສາດ ແລະທໍາມະຊາດຂອງ 2 ແຂວງ ຄື: ພະທາດສີໂຄດຕະບອງ, ຖໍ້າພະໜອງປາຝາ, ໜອງປາເຊືອມ, ພູຜາມ່ານ, ຂຸນກອງແລງ, ຖໍ້ານໍ້າລອດເຊບັ້ງໄຟ, ຕາດສຽງລືຢູ່ແຂວງຄໍາມ່ວນ ແລະຢ້ຽມພະທາດອີງຮັງ, ພະທາດໂຜ່ນ, ຫໍໄຕປິດົກ ແລະດົງລີງຢູ່ແຂວງສະຫວັນນະເຂດຕື່ມອີກ.
Cr. ຈັນທະສອນ ສີຫານາດ







