ກຽມຈັດງານຕະຫຼາດນັດສິນຄ້າຂອງກຸ່ມຫັດຖະກໍາຕໍ່າຫູກທໍໄໝ ແລະ ກະສິກໍາທີ່ເມືອງຊະນະສົມບູນ

ທ່ານ ບຸນຍະເດດ ທອງສະຫວັນ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ ຖະແຫລງໃນວັນທີ 29 ມັງກອນ 2025 ວ່າ: ແຂວງຈໍາປາສັກ ກໍາລັງກະກຽມຈັດຕະຫຼາດຂອງກຸ່ມຫັດຖະກໍາຕໍ່າຫູກທໍໄໝ, ຜົນຜະລິດກະສິກຳ ແລະ ສິນຄ້າທ່າແຮງຂອງບ້ານດອນໂຄ, ເມືອງຊະນະສົມບູນ ໃນວັນທີ 31 ມັງກອນ 2025 ເພື່ອໂຄສະນາຜະລິດຕະພັນຂອງກຸ່ມໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມ, ເປັນການເປີດໂອກາດໃຫ້ຊາວບ້ານໄດ້ຂາຍຜະລິດຕະພັນຂອງຕົນໃຫ້ຫຼາຍຂື້ນກ້າວໄປເຖີງການຊຸກຍູ້ສົ່ງເສີມການຜະລິດຢ່າງເປັນຂະບວນ, ມີຕະຫຼາດຈໍາໜ່າຍທີ່ແນ່ນອນ ແລະ ການເຂົ້າເຖີງແຫຼ່ງທຶນໃນອະນາຄົດ.
ສໍາລັບກິດຈະກໍາສໍາຄັນຂອງງານ ຈະມີຕະຫຼາດນັດສິນຄ້າຂອງກຸ່ມດັ່ງກ່າວ, ງານເສວະນາການຊຸກຍູ້ສົ່ງເສີມ SME, ການຊຸກຍູ້ສົ່ງເສີມ ວິສາຫະກິດ ແລະ ການຄ້າ, ເຕັກ
ນິກ ແລະ ການຊຸກຍູ້ສົ່ງເສີມການຜະລິດກະສິກໍາ, ການປູກ-ການລ້ຽງ, ການສົ່ງເສີມວຽກງານການທ່ອງທ່ຽວ, ການຊຸກຍູ້ສົ່ງເສີມການເຂົ້າຫາແຫຼ່ງທຶນ ແລະການຖືບັນຊີ, ການ ມອບ-ຮັບລາງວັນມາດຕະຖານທ່ອງທ່ຽວອາຊຽນ ປະຈໍາປີ 2025.
ນອກຈາກນີ້ ຈະມີຫຼາຍກິດຈະກໍາ ເຊັ່ນ: ຂີ່ລົດຖີບທ່ຽວຊົມບ້ານດອນໂຄ, ທ່ຽວຊົມຫາດ ຊາຍຂາວ, ຕໍ່າຫູກທໍໄໝດ້ວຍພູມປັນຍາຂອງຊາວບ້ານ, ຊົມວັດທະນະທໍາທ້ອງ ຖິ່ນ, ຮຽນຮູ້ກ່ຽວກັບວິຖີຊີວິດ ແລະ ວັດທະນະທໍາຂອງຊາວບ້ານ, ນັ່ງເຮືອຊົມທີວທັດຮອບດອນ ແລະ ທຳມະຊາດທີ່ສວຍງາມ, ຊົມວັດທີ່ມີປະຫວັດສາດບ້ານດອນໂຄທີ່ມີວັດທີ່ມີອາຍຸຫຼາຍຮ້ອຍປີ ຄື: ວັດທີ່ມີອາຍຸ 400 ປີ ທີ່ນັກທ່ອງທ່ຽວສາມາດເຂົ້າຊົມໄດ້.
Cr. ຈັນທະວີສັກ


