ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດນຳໃຊ້ສູນໄຂ່ຫຼັງ ໂຮງໝໍເມືອງໂພນໂຮງ ຢ່າງເປັນທາງການ

Jan 30, 2025

ເປີດນຳໃຊ້ສູນໄຂ່ຫຼັງ ໂຮງໝໍເມືອງໂພນໂຮງ ຢ່າງເປັນທາງການ
ພິທີເປີດນຳໃຊ້ສູນໄຂ່ຫຼັງ ໂຮງໝໍເມືອງໂພນໂຮງ, ແຂວງວຽງຈັນ ຢ່າງເປັນທາງ ການໄດ້ຈັດຂຶ້ນໃນວັນທີ 28 ມັງກອນ 2025.
ທ່ານ ດຣ ຄຳໝັ້ນ ແສນສຸພັນ, ຜູ້ອຳນວຍການໂຮງໝໍເມືອງໂພນໂຮງ ໃຫ້ຮູ້ວ່າ: ຈຸດປະສົງຂອງການກໍ່ສ້າງ ສູນຟອກໄຂ່ຫຼັງແຫ່ງນີ້ ເພື່ອເປັນສະຖານທີ່ໃຫ້ການບໍລິ ການດ້ານການແພດແກ່ປະຊາຊົນແຂວງວຽງຈັນ ແລະ ແຂວງໃກ້ຄຽງໄດ້ເຂົ້າມາປິ່ນ ປົວສຸຂະພາບໄດ້ສະດວກສະບາຍຂຶ້ນ, ບໍ່ໄດ້ເດີນທາງໄກ ແລະ ຫຼີກລ່ຽງການໄປແອອັດຢູ່ໂຮງໝໍສູນກາງ, ເຮັດໃຫ້ປະຊາຊົນປະຢັດເງິນ ແລະ ປະຢັດເວລາໄດ້ຫຼາຍຂຶ້ນ.
ສູນຟອກໄຂ່ຫຼັງ ແຫ່ງນີ້ໄດ້ເລີ່ມກໍ່ສ້າງມາແຕ່ເດືອນ ສິງຫາ ປີ 2022 ແລະ ໄດ້ສຳ ເລັດໃນເດືອນ ກັນຍາ 2024. ໃຊ້ງົບປະມານໃນການກໍ່ສ້າງ, ຊື້ອຸປະກອນການແພດ ແລະ ກໍ່ສ້າງພະນັກງານວິຊາການ ລວມມູນຄ່າທັງໝົດ 5 ຕື້ກີບ, ມີພະນັກງານທັງ ໝົດ 9 ທ່ານ, ຍິງ 6 ທ່ານ.
ຜ່ານມາໄດ້ເປີດທົດລອງນຳໃຊ້ມາແຕ່ວັນທີ 26 ຕຸລາ 2024 ຫາ ວັນທີ 27 ມັງ ກອນ 2025, ມີຄົນເຈັບມາໃຊ້ບໍລິການທັງໝົດ 350 ເທື່ອຄົນ.
Cr: ພອນມາລາ ທະວີສັກ