ໄຂກອງປະຊຸມໃຫຍ່ ຄັ້ງທີ IX ຜູ້ແທນອົງຄະນະພັກເມືອງມູນລະປາໂມກ

ວັນທີ 30 ມັງກອນ 2025, ກອງປະຊຸມໃຫຍ່ ຄັ້ງທີ IX ຜູ້ແທນອົງຄະນະພັກເມືອງມູນລະປາໂມກ, ແຂວງຈຳປາສັກ ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ສະໂມສອນເມືອງ ໂດຍການໃຫ້ກຽດຂອງສະຫາຍ ອາລຸນໄຊ ສູນນະລາດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆຈຳປາສັກ, ພ້ອມດ້ວຍຜູ້ແທນສົມບູນເຊິ່ງເປັນຕົວແທນໃຫ້ສະມາຊິກພັກໃນທົ່ວເມືອງ 167 ສະຫາຍ ແລະ ແຂກຮັບເຊີນເຂົ້າຮ່ວມ.
ສະຫາຍ ວັນນະສັກ ຊາດຕະກູນ, ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງມຸນລະລະປາໂມກ ໄດ້ຜ່ານຮ່າງລາຍງານການເມືອງທັງ ສອງພາກ ໂດຍຕີລາຄາໝາກຜົນການນໍາພາ-ຊີ້ນໍາວຽກງານຮອບດ້ານຂອງອົງຄະ ນະພັກເມືອງໃນ 5 ປີຜ່ານມາ ພ້ອມທັງຜ່ານທິດທາງແຜນການ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນການນໍາພາແຕ່ນີ້ ຫາປີ 2029. ຈາກນັ້ນ, ສະຫາຍ ວັນລະເດດ ແກ້ວຈັນທາ, ກໍາມະການພັກເມືອງ, ຮອງເຈົ້າເມືອງໆມຸນລະປາໂມກ ໄດ້ຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງ ທີ VIII (2020 – 2024) ເຊິ່ງເສດຖະ ກິດຂອງເມືອງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 6,3% ຕໍ່ປີ, ລວມຍອດລາຍຮັບຜະລິດຕະພັນພາຍໃນ ບັນລຸໄດ້ 4.751 ຕື້ກີບ, ທຽບໃສ່ແຜນລື່ນ 60%; ສະເລ່ຍລາຍຮັບຕໍ່ຄົນໄດ້ 21.461.637 ກີບຫຼື ເທົ່າກັບ 1.073 ໂດລາສະຫາລັດ, ອັນພົ້ນເດັ່ນ ການລະດົມທຸກແຫຼ່ງທຶນ ເຂົ້າໃສ່ການພັດທະນາ ບັນລຸໄດ້ 895,95 ຕື້ກີບ, ລື່ນແຜນ 43% ແລະ ຂຸດຄົ້ນແຫຼ່ງລາຍຮັບເຂົ້າງົບປະມານ ໄດ້ 65,99 ຕື້ກີບ, ລື່ນແຜນ 49,57% ແລະ ຜ່ານແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IX (2025 – 2029) ຂອງເມືອງ.
ນອກນີ້ ຜູ້ແທນກອງປະຊຸມຍັງຈະໄດ້ຮັບຟັງການປະກອບຄໍາເຫັນຂອງຄະນະພັກຮາກຖານບ້ານ, ຕົວແບບກຸ່ມການຜະລິດສິນຄ້າ ແລະ ຄອບຄົວຕົວແບບການຜະ ລິດກະສິກຳ; ຮັບຟັງການຜ່ານບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກເມືອງຕະຫຼອດໄລຍະ 5 ປີຜ່ານມາ.
ຈາກນັ້ນ, ຜູ້ແທນກອງປະຊຸມໃຫຍ່ ຈະໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນເພື່ອປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອເປັນຫຼັກແຫຼ່ງແກ່ນສານນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງ, ແຜນພັດທະນາເສດຖະກິດ – ສັງຄົມຂອງເມືອງ ແຕ່ນີ້ຮອດປີ 2029.ຕອນທ້າຍກອງປະຊຸຸມ ຍັງຈະໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນໍາ ຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈໍາປາສັກ ຕື່ມອີກ
ກອງປະຊຸມຄັ້ງນີ້ ດຳເນີນໄປເປັນເວລາ 2 ວັນ ຄື: ວັນທີ 30 – 31 ມັງກອນ 2025.
Cr: ທູນທອງໃຈ





