ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວເຮົາສາມາດຜະລິດຄໍ້າປະກັນສະບຽງອາຫານໄດ້ໂດຍພື້ນຖານ

Jan 30, 2025

ລາວເຮົາສາມາດຜະລິດຄໍ້າປະກັນສະບຽງອາຫານໄດ້ໂດຍພື້ນຖານ
ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ໃນໂອກາດ ລາຍງານບົດສະຫລຸບຕີລາຄາ ການຈັດຕັ້ງປະຕິບັດ ແຜນພັດທະນາກະສິ ກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປີ 2024 ແລະ ທິດທາງແຜນການປີ 2025 ແລະ ແຜນ 5 ປີ ຄັ້ງທີ 9 (2026-2030) ຕໍ່ກອງປະຊຸມສະຫລຸບວຽກງານກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ຈັດຂຶ້ນໃນວັນທີ 30 ມັງກອນ 2025 ທີ່ນະຄອນຫລວງວຽງຈັນ ວ່າ: ໃນໄລຍະ 5 ປີ ຜ່ານມາ ຂະແໜງກະສິກຳ ໄດ້ສຸມໃສ່ 4 ແຜນງານຫລັກ ຄື: ການຜະລິດຄໍ້າປະ ກັນສະບຽງອາຫານ ແລະ ໂພຊະນາການ, ການຜະລິດກະສິກຳເປັນສິນຄ້າ, ການຄຸ້ມ ຄອງຊັບພະຍາກອນປ່າໄມ້ ແລະ ການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ.
ຜ່ານການຈັດ ຕັ້ງປະຕິບັດ 5 ປີຜ່ານມາ ເຫັນວ່າ: ສາມາດຜະລິດຄໍ້າປະກັນສະບຽງອາຫານໄດ້ໂດຍພື້ນຖານ ໂດຍສະເພາະ ການຜະລິດ ເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກຈຳນວນໜຶ່ງ (ເຖິງວ່າ ບາງແຂວງຍັງໄດ້ມີການດຸ່ນດ່ຽງ ຈາກແຂວງໃກ້ຄຽງ ແລະ ນໍາເຂົ້າຈາກຕ່າງປະເທດ).
ນອກຈາກນີ້, ມູນຄ່າການສົ່ງອອກຜະລິດຕະພັນກະສິກຳ ແລະ ປ່າໄມ້ ມີການເພີ່ມຂຶ້ນແຕ່ລະປີ ຈາກມູນຄ່າ 1.100 ລ້ານກວ່າໂດລາສະຫະລັດ ໃນປີ 2021 ມາ ເປັນ ມູນຄ່າ 1.466 ລ້ານກວ່າໂດລາສະຫະລັດ ປີ 2024. ໃນນັ້ນ, ພືດ ແລະ ຜະລິດ ຕະພັນພືດ ແມ່ນເພີ່ມຂຶ້ນ (ທຽບຕົວເລກ ປີ 2024 ແລະ ປີ 2021), ສ່ວນຈໍາສັດ ແລະ ຜະລິດຕະພັນສັດ ແລະ ໄມ້, ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ ແມ່ນຫລຸດລົງ, ເນື່ອງຈາກຂໍ້ຈຳກັດ ແລະ ມາດຕະຖານຂອງການ ຮັບສິນຄ້າປະເພດສັດ ແລະ ຜະລິດຕະພັນສັດ ຂອງປະເທດຄູ່ຄ້າ ແມ່ນສູງ ແລະ ຍັງມີການສົ່ງອອກສັດ ຕາມດ່ານຊາຍແດນທີ່ບໍ່ເປັນທາງການ.