ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫຼຸບຜົນສຳເລັດການເປັນເຈົ້າພາບ ແລະ ປະທານອາຊຽນ ຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນປີ 2024

Jan 30, 2025

ສະຫຼຸບຜົນສຳເລັດການເປັນເຈົ້າພາບ ແລະ ປະທານອາຊຽນ ຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນປີ 2024
ກອງປະຊຸມສະຫຼຸບຜົນສຳເລັດການເປັນເຈົ້າພາບ ແລະ ປະ ທານອາຊຽນ ຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນປີ 2024 ຈັດຂຶ້ນໃນວັນທີ 29 ມັງກອນ 2025 ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ພາຍໃຕ້ການເປັນປະທານຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງ ປ້ອງກັນປະເທດ.
ສະຫາຍ ພັນເອກ ເຟືອງໄຊ ມີລາກົງ ຮອງຫົວໜ້າກົມພົວ ພັນຕ່າງປະເທດ, ຫົວໜ້າໜ່ວຍງານວິຊາການ ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ, ຫົວໜ້າກອງເລຂາອາຊຽນ ກະຊວງປ້ອງ ກັນປະເທດ ໄດ້ລາຍງານຜົນສຳເລັດການເປັນເຈົ້າພາບ ແລະ ປະທານອາຊຽນ ຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນປີ 2024 ທີ່ຜ່ານມາ ເຊິ່ງມີທັງໝົດ 31 ກອງປະຊຸມ ແລະ ມີຜູ້ແທນເຂົ້າຮ່ວມທັງໝົດ 2.902 ທ່ານ. ການເປັນປະທານອາ ຊຽນຄັ້ງນີ້ ອັນພົ່ນເດັ່ນ ໂດຍສະເພາະແມ່ນກອງປະຊຸມລັດຖະມົນ ຕີປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 18, ອາຊຽນ -ບວກ (ADMM-Plus) ຄັ້ງທີ 11, ກອງປະຊຸມຜູ້ບັນຊາການທະ ຫານສູງສຸດອາຊຽນ (ACDFM) ຄັ້ງທີ 21 ແລະ ບັນດາກອງປະຊຸມປິ່ນອ້ອມ. ຕໍ່ຜົນສຳເລັດຂອງບັນດາກອງປະຊຸມດັ່ງ ກ່າວ, ໄດ້ຍົກໃຫ້ເຫັນເຖິງຄວາມເອົາໃຈໃສ່, ຄວາມຮັບຜິດຊອບສູງ ແລະ ເປັນເຈົ້າພາບທີ່ດີ ຂອງກະຊວງປ້ອງກັນປະເທດ ໃນການຕ້ອນ ຮັບບັນດາແຂກ ແລະ ຄະນະຜູ້ແທນຕ່າງປະເທດ ທີ່ມາເຂົ້າ ຮ່ວມບັນດາກອງປະຊຸມອາຊຽນ ລວມເຖິງການປະຕິບັດໜ້າທີ່ວຽກງານຢ່າງເປັນແບບແຜນ ໂດຍການຮັດແໜ້ນປະສານສົມທົບລະຫວ່າງ ກອງເລຂາອາຊຽນ ກະຊວງປ້ອງກັນປະເທດ, ບັນດາອະນຸກຳມະການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຊິ່ງເຮັດໃຫ້ບັນດາກອງປະຊຸມອາຊຽນ ທີ່ ກອງທັບປະຊາຊົນລາວ ເປັນເຈົ້າພາບ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ກຳນົດໄວ້ ແລະ ເຮັດ ໃຫ້ບັນດາແຂກ ແລະ ຄະນະຜູ້ແທນຕ່າງປະເທດ ມີຄວາມປະທັບໃຈ, ຍ້ອງຍໍ ແລະ ຊົມເຊີຍ ການເປັນເຈົ້າພາບ ແລະ ປະທານອາ ຊຽນຂອງກະຊວງປ້ອງກັນປະເທດ ກໍຄື ສປປ ລາວ.
ນອກຈາກນັ້ນ, ການເປັນປະທານອາຊຽນ ຂອງ ກະຊວງ ປ້ອງກັນປະເທດ ແຫ່ງ ສປປ ລາວ ໃນປີ 2024 ທີ່ຜ່ານມາ ແມ່ນຮັບປະກັນໄດ້ດ້ານວຽກງານປິ່ນອ້ອມ ເຊິ່ງລວມໄປເຖິງວຽກງານຄວາມປອດໄພ, ພິທີການ, ບໍລິຫານ, ບຸກຄະລາກອນຮັບໃຊ້, ວຽກງານອື່ນໆ ໂດຍສະເພາະແມ່ນ ດ້ານວຽກງານເນື້ອໃນ, ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ສາມາດອອກຖະແຫຼງ ການ 4 ເອກະສານທີ່ສຳຄັນ ໃນການເປັນປະທານອາຊຽນ ເຊິ່ງມີ ຖະແຫຼງການວຽງຈັນ ຂອງ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ວ່າດ້ວຍ “ຮ່ວມມືກັນ ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງ ຂອງອາຊຽນ” ແລະ ຖະແຫຼງການ ຮ່ວມຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ- ບວກ ວ່າດ້ວຍ “ການປ່ຽນແປງຂອງສະພາບດິນຟ້າອາກາດ”, ຖະແຫຼງການຮ່ວມ ຂອງ ກອງປະຊຸມລັດຖະມົນຕີປ້ອງກັນປະ ເທດອາຊຽນ ວ່າດ້ວຍຜົນສຳເລັດຂອງການຈັດຕັ້ງປະຕິບັດແຜນແມ່ບົດຂອງ ປະຊາຄົມການເມືອງ ແລະ ຄວາມໝັ້ນຄົງອາ ຊຽນ ໃນປີ 2025 ແລະ ຖະແຫຼງການຮ່ວມ ຂອງກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ວ່າດ້ວຍ “ຮ່ວມມືກັນ ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາ ຊຽນ”.
ຈາກນັ້ນ ໃນກອງປະຊຸມ ກໍໄດ້ພ້ອມກັນປະກອບຄຳຄິດໃສ່ບົດສະຫຼຸບໃຫ້ມີເນື້ອໃນຄົບຖ້ວນສົມບູນ ພ້ອມທັງແລກປ່ຽນບົດ ຮຽນ, ຄວາມຮູ້ ແລະ ສະພາບການບັນຫາໃນການພົບເຫັນໃນຂົງ ເຂດຄວາມຮັບຜິດຊອບ ເພື່ອຮ່ວມກັນປືກສາຫາລືຊອກຫາວິທີການແກ້ໄຂຮ່ວມກັນຢ່າງກົງໄປກົງມາ ແລະ ນໍາເອົາການປະ ກອບເຫັນນັ້ນໄປປັບປຸງຂອດທີ່ຍັງຄົງຄ້າງໃຫ້ດີຂຶ້ນ, ພ້ອມກັນນໍາໄປຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ໄດ້ຮັບໝາກຜົນ.
ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ສະ ເເດງຄວາມຍ້ອງຍໍຊົມເຊີຍຜົນສຳເລັດໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກຫຼາຍບັນຫາ ເປັນຕົ້ນເເມ່ນ ທຸກພາກສ່ວນທີ່ກ່ຽວ ຕ້ອງສຸ່ມໃສ່ກໍ່ສ້າງພະນັກງານສືບທອດຢ່າງຕໍ່ເນື່ອງ, ເປັນລະບົບ ໂດຍສະເພາະການສ້າງຂີດຄວາມສາມາດທາງດ້ານພາສາຕ່າງປະ ເທດ, ຄວາມຮູ້ວິຊາການອື່ນໆ; ເອົາໃຈໃສ່ສັງລວມ ແລະ ຮັກສາຂໍ້ມູນທີ່ສໍາຄັນ ຂອງກອງປະຊຸມ ເຊັ່ນ: ເນື້ອໃນ, ຮູບພາບເຄື່ອນ ໄຫວ ແລະ ອື່ນໆ ເພື່ອເປັນຂໍ້ມູນຂອງການສຶກສາຄົ້ນຄວ້າ ແລະ ເປັນບ່ອນອີງໃນການເປັນປະທານອາຊຽນໃນຕໍ່ໜ້າ, ພ້ອມທັງ ຮຽກຮ້ອງໃຫ້ພ້ອມກັນສຸມໃສ່ເຮັດສຳເລັດໜ້າທີ່ການເມືອງທີ່ຕົນເອງ ທີ່ໄດ້ຮັບການມອບໝາຍ ສິ່ງສໍາຄັນແມ່ນສາມັກຄີຮ່ວມແຮງຮ່ວມໃຈກັນປັບປຸງ ແລະ ກໍ່ສ້າງກອງທັບປະຊາຊົນລາວ ໃຫ້ກາຍເປັນກອງທັບປະຕິວັດ ທີ່ມີແບບແຜນ, ທັນສະໄໝ ແລະ ເຂັ້ມແຂງ.
Cr: ສຸເວດ ສີດາຄໍາ