ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຈັດກອງປະຊຸມສະຫຼຸບວຽກງານ ແລະ ວາງທິດທາງແຜນການ 2025.

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມປະຈໍາປີ 2024 ແລະ ທິດທາງແຜນການ 2025 ໄດ້ຈັດຂື້ນໃນວັນທີ 30 ມັງກອນ 2025 ທີ່ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີຮອງລັດຖະມົນຕີ ຫົວໜ້າກົມ ຮອງກົມ ຫົວໜ້າຫ້ອງການ ພາຍໃນກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ບັນດາຮອງເຈົ້າແຂວງ ແລະ ພະນັກງານວິຊາການກ່ຽວຂ້ອງເຂົາຮ່ວມ .
ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກ່າວ ເປີດກອງປະຊຸມວ່າ : ໃນໜື່ງປີຜ່ານມາ ກະຊວງ ໄດ້ຮັບການສະໜັບສະໜູນ ແລະ ການຮ່ວມມື ຈາກອົງການປົກຄອງທ້ອງຖິນ ຈາກຂະແໜງການທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດໜ້າທີ່ ໄດ້ມີຜົນສໍາເລັດຫຼາຍດ້ານ ໃນການຈັດຕັ້ງປະະຕິບັດຄາດໝາຍສູ້ຊົນຕ່າງໆໄດ້ດີສົມຄວນ ແລະ ການປະສານງານ ກົນໄກ ການເຮັດວຽກ ກໍ່ນັບມື້ໄດ້ຮັບການປັບປຸງດີຂື້ນ ເຮັດໃຫ້ພາລະບົດບາດ ໃນການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂອງພວກເຮົາ ໄດ້ຮັບການຄຸ້ມຄອງໄປຕາມທິດຍືນຍົງ ແລະ ສີຂຽວ . ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກ່າວຕື່ມວ່າ ສິ່ງທີ່ຈັດຕັ້ງປະຕິບັດໄດ້ດີກວ່າໝູ່ ແລະ ສາມາດບັນລຸໄດ້ຕາມຄາດໝາຍ ແມ່ນໄດ້ຮັບຮອງ ແຜນການ ຫ້າປີ ໃນການຄຸ້ມຄອງອ່າງຮັບນໍ້າ ໃນ 14 ອ່າງທົ່ວປະເທດ ການຕິດຕັ້ງສະຖານີ ພະຍາກອນອາກາດ ອຸທົກກະສາດ ໃນທ້ອງຖິ່ນຕ່າງໆ ສາມາດສະໜອງຂໍ້ມູນໄດ້ດີ ເຮັດໃຫ້ສາມາດຫຼຸດຜ່ອນຄວາມສ່ຽງຈາກໄພພິບັດທາງທໍາມະຊາດໄດ້ດີສົມຄວນ.
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມປະຈໍາປີ 2024 ແລະ ທິດທາງແຜນການ 2025 ຍັງໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປະຈໍາປີ 2024 ແລະ ທິດທ້າຍປີ 2025 ແລະ ທິດທາງແຜນການ ຫ້າປີຄັ້ງທີ 10 ການປະກອບຄໍາຄິດຄໍາເຫັນ ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງວ່າດ້ວຍການຮັບຮູ້ສິດນໍາໄຊ້ທີ່ດິນໃນສາມປະເພດປ່າ ການຊື້-ຂາຍສິນເຊື່ອກາກບອນ ຈາກກະສິກໍາປ່າໄມ້ ແລະ ການຄຸ້ມຄອງການຈູດປ່າແລະ ໄຟໄໜ້ລາມປ່າ ແລະ ວຽກງານປິ່ນອ້ອມອື່ນໆອີກຈໍານວນໜື່ງ ແລະ ໄດ້ຮັບຟັງການປະກອບຄໍາເຫັນໃນການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຈາກບັນດາແຂວງ ນອກຈາກນີ້ ກອງປະຊຸມຍັງຈະໄດ້ ຮັບຟັງການໂອ້ລົມຈາກ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເພື່ອເປັນເຂັ້ມຊີ້ທິດ ເຢືອງທາງໃນການຈັດຕັ້ງປະຕິບັດວຽກງານ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຕໍ່ໜ້າໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມປະຈໍາປີ 2024 ແລະ ທິດທາງແຜນການ 2025ຈະອັດລົງໃນຕອນບ່າຍຂອງມື້ນີ້.






