ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

6 ບ້ານຢູ່ເມືອງພູຄູນ ແລະເມືອງຈອມເພັດ ຈະໄດ້ຊົມໃຊ້ລະບົບນ້ຳປະປາ

Jan 30, 2025

ວັນທີ 30 ມັງກອນ 2025, ທີ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ໄດ້ມີພິທີເຊັນສັນຍາການຮ່ວມມື ລະ ຫວ່າງ ອົງການປົກຄອງແຂວງຫຼວງພະບາງ ກັບ ສະມາຄົມນໍ້າ ອິລເດີຝຣັ່ງ ກ່ຽວກັບການດຳເນີນໂຄງການກໍ່ສ້າງລະບົບນໍ້າປະປາ ໃຫ້ປະຊາຊົນ 3 ບ້ານ ຢູ່ເມືອງພູຄູນ ແລະໂຄງການຂະຫຍາຍພື້ນທີ່ ການບໍລິການນໍ້າປະປາ ໃຫ້ປະຊາຊົນ 3 ບ້ານ ຢູ່ເມືອງຈອມເພັດ ໄດ້ຊົມໃຊ້. ມີ ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍຜູ້ໃຫ້ທືນ ແລະຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ການຮ່ວມມືກັນລະຫວ່າງ ອົງການປົກຄອງແຂວງຫຼວງພະບາງ ກັບ ສະມາຄົມນໍ້າ ອິລເດີຝຣັ່ງ ໄດ້ເລີມແຕ່ເດືອນພຶດສະພາປີ 2018 ເຊີ່ງຈັດຕັ້ງປະຕິບັດໂດຍ ພະແນກໂຍທາທິການ ແລະ ຂົນ ສົ່ງ ແລະ ອົງການ ເກລດ ປະຈຳລາວ ເປັນການສົ່ງເສີມຂະຫຍາຍ ນໍ້າປະປາໃນຕົວເມືອງນ້ອຍ.
ໃນນັ້ນ ໄລຍະທີ 1 ມີ 1 ໂຄງການ ຄື: ໂຄງການກໍ່ສ້າງອຸ່ງນໍ້າສູງຊູດິນ ເພື່ອສົ່ງນໍ້າປະປາ 120 ແມັດກ້ອນ ແລະຂະຫຍາຍສາຍທໍ່ ພື້ນທີ່ບໍລິການນໍ້າປະປາ ໃນບ້ານຫວ້ຍລຸ້ງເທິງ ເມືອງໂພນໄຊ ໃນມູນຄ່າ 150,000 ເອີໂຣ.
ໄລຍະທີ 2 ມີ 2 ໂຄງການ ໃນນັ້ນ ໂຄງການຂະຫຍາຍພື້ນທີ່ບໍລິການນໍ້າປະປາ ເມືອງຊຽງເງິນເຊື່ອມຈອດ ເຊື່ອມໂຍງ ກັບນະ ຄອນຫຼວງພະບາງ ປະກອບມີ 3 ບ້ານ ຄື: ບ້ານຫວ້ຍຊຽງ, ບ້ານແອນສະຫວັນ ເມືອງຊຽງເງິນ ແລະບ້ານກົກງີ້ວ ນະຄອນ ຫຼວງພະ ບາງ ໃນມູນຄ່າ 105,000 ເອີໂຣ ແລະໂຄງການກໍ່ສ້າງລະບົບນໍ້າປະປາ ກຸ່ມບ້ານທ່າໂພ ເມືອງໂພນໄຊມີ 3 ບ້ານ ຄື: ບ້ານທ່າໂພ, ບ້ານຫວ້ຍໂນະ ແລະບ້ານນໍ້າບໍ່ ໃນມູນຄ່າ 127,500 ເອີໂລ.
ຜ່ານການຈັດຕັ້ງປະຕິບັດສັນຍາຮ່ວມມືຂອງສອງຝ່າຍ ເຫັນວ່າ ມີຜົນໄດ້ຮັບທີດີ ໂຄງລ່າງພື້ນຖານລະບົບນໍ້າປະປາໄດ້ຮັບການ ປັບປຸງ ແລະພັດທະນາຂື້ນ, ປະຊາຊົນໄດ້ເຂົ້າເຖີງນໍ້າສະອາດ ແລະຊີວິດການເປັນຢູ່ຂອງປະຊາຊົນດີຂື້ນເປັນກ້າວໆ.
ສະເພາະການຮ່ວມມືໃນຄັ້ງນີ້ ທັງສອງຝ່າຍໄດ້ສືບຕໍ່ຮ່ວມມື ເປັນໄລຍະທີ 3 ເຊີ່ງປະກອບ ມີ 2 ໂຄງການຄື: ໂຄງການກໍ່ສ້າງລະບົບນໍ້າປະປາ ເມືອງພູຄູນ ພື້ນທີ່ບໍລິການນໍ້າປະປາມີ 3 ບ້ານ ຄື: ບ້ານແສນສີ, ບ້ານສາລາພູຄູນ ແລະບ້ານບັງກະໂລ ແລະໂຄງ ການຂະຫຍາຍພື້ນທີ່ບໍລິການນໍ້າປະປາ ເມືອງຈອມເພັດ ມີ 3 ບ້ານ ຄື: ບ້ານປາກຫຼຶງ, ບ້ານໜອງຈອງ ແລະບ້ານປາກຫວ້ຍຄໍ້, ເຊີ່ງປັດຈຸບັນທັງ 2 ໂຄງການ ຢູ່ໃນຂັ້ນຕອນສຳຫຼວດອອກແບບລະອຽດ ມີມູນຄ່າລວມທັງໝົດ 570,950 ເອີໂຣ