ວັນທີ 28 ມັງກອນ 2025 ນີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງອຸດົມໄຊ, ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ແຫ່ງ ສປປ ລາວ ຕ້ອນຮັບການເຄື່ອນໄຫວເຮັດວຽກ ຢູ່ ແຂວງອຸດົມໄຊ ຂອງ ທ່ານ ປຣາຊ່ານຕ໌ ອາເກີວາລ໌ (Prashant AGRAWAL)ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ.
ທ່ານເຈົ້າແຂວງອຸດົມໄຊ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ເອກອັກຄະລັດຖະທູດ ອິນເດຍ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກ ລັດຖະບານ ກໍຄື ປະຊາຊົນ ອິນເດຍ ທີ່ໄດ້ຖືກແຕ່ງຕັ້ງມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາ ມັນ ຜູ້ມີອຳນາດເຕັມ ປະຈຳ ສປປ ລາວ, ເຊື່ອໝັ້ນວ່າດ້ວຍປະ ສົບການທາງດ້ານການທູດ, ບົດຮຽນ, ຄວາມຮູ້, ຄວາມສາມາດທີ່ອຸດົມສົມບູນຂອງທ່ານຈະເປັນຂົວຕໍ່ເຮັດໃຫ້ການພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີທີ່ມີມາແລ້ວນັ້ນ ສືບຕໍ່ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ ແລະ ລວງກວ້າງ, ມີປະສິດທິພາບ ແລະ ປະສິດທິຜົນສູງສຸດໃນອະນາຄົດ.
ພ້ອມກັນນີ້, ທ່ານເຈົ້າແຂວງ ໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບອັນຍາວນານ ລະຫວ່າງ ສປປ ລາວ ແລະ ສາທາລະ ນະລັດ ອິນເດຍ ໄດ້ມີການຮ່ວມມືກັນກວມເອົາຫລາຍຂົງເຂດ ເປັນຕົ້ນ ການຄ້າ, ການລົງທຶນ, ກະສິກຳ, ພະລັງງານ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ ແລະ ດ້ານອື່ນໆ, ໃຫ້ການສະຫນັບສະໝູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
ໃນຂະນະດຽວກັນ, ທ່ານເອກອັກຄະລັດຖະທູດ ແຫ່ງ ສາທາ ລະນະລັດ ອິນເດຍ ປະຈໍາ ສປປ ລາວກໍໄດ້ສະແດງຄວາມຂອບໃຈຕໍ່ຄໍາເວົ້າອັນຈົບງາມ ແລະ ການຕ້ອນຮັບອັນອົບອຸ່ນຂອງທ່ານເຈົ້້າແຂວງ ໃນໂອກາດມາເຮັດວຽກຢູ່ແຂວງອຸດົມໄຊ, ພ້ອມທັງ ສະແດງຢືນຢັນຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະ ຫວ່າງ ປະເທດຂອງຕົນ ກັບ ສປປ ລາວ ໃຫ້ນັບມື້ ໄດ້ຮັບການເສີມຂະຫຍາຍຂຶ້ນສູ່ບາດກ້າວໃໝ່ໃນອະນາຄົດ, ເພື່ອນໍາເອົາຜົນ ປະໂຫຍດສູງສຸດມາສູ່ປະຊາຊົນຂອງທັງສອງປະເທດ.
ໂອກາດນີ້, ທ່ານເຈົ້າແຂວງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານເອກອັກຄະລັດຖະທູດ ຈົ່ງສືບຕໍ່ປະກອບສ່ວນສຸມທຸກເຫື່ອ ແຮງ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການເສີມຂະ
ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ປະເທດເພື່ອນມິດໃຫ້ແຕກດອກອອກຜົນຍິ່ງຂຶ້ນ, ຊຸກຍູ້ການພົບປະແລກປ່ຽນ ແລະ ການໄປມາຫາສູ່ ລະຫວ່າງ ຂັ້ນການນຳ ແລະ ປະຊາຊົນດ້ວຍກັນ, ຊຸກຍູ້ຍາດແຍ່ງເອົາການຮ່ວມມື ແລະ ການສະໜັບສະໜູນຊ່ວຍເຫລືອດ້ານຕ່າງໆຈາກສາກົນ, ເອົາໃຈໃສ່ໂຄສະນາຂົນຂວາຍນັກລົງທຶນ, ນັກທຸລະກິດ ແລະ ນັກທ່ອງທ່ຽວ ໃຫ້ເຂົ້າມາ ສປປ ລາວ ກໍ່ຄືແຂວງອຸດົມໄຊຫລາຍຂຶ້ນນຳເອົາຜົນປະໂຫຍດມາສູ່ປະຊາຊົນລາວບັນດາເຜົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄື ເພື່ອລຶບລ້າງຄວາມ ທຸກຍາກໃຫ້ແກ່ປະຊາຊົນລາວ ແລະ ໃຫ້ສາມາດນຳພາປະເທດ ຊາດອອກຈາກສະຖານະພາບດ້ອຍພັດທະນາ.
Cr: ຄຳພັນ





