ໃນລະຫວ່າງວັນທີ 28-31ມັງກອນ 2025 ນີ້, ທີ່ເມືອງວັງວຽງ ແຂວງວຽງຈັນ ໄດ້ມີກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ມຽນມາ ຄັ້ງທີ V ໂດຍການເປັນປະທານຂອງ ທ່ານ ພັນເອກ ອຸ່ນຄໍາ ສີແຫວນວົງສັກ ຜູ້ບັນຊາການທະຫານຊາຍແດນ ກອງທັບປະຊາ ຊົນລາວ, ປະທານຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ມຽນມາ, ມີ ທ່ານ ພົນຕີ ມິນ ມິນ ໂຊ ຜູ້ບັນຊາການກອງກຳລັງທະຫານຮັກສາດິນແດນ ແລະ ກຳລັງທະຫານທ້ອງຖິ່ນ, ປະທານຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ມຽນມາ-ລາວ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ ພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ.
ກອງປະຊຸມໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບຈະສືບຕໍ່ຈັດຕັ້ງຜັນຂະຫຍາຍຕາມບົດບັນທຶກກອງປະຊຸມຄະນະ ກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍ ແດນ ລາວ-ມຽນມາ ຄັ້ງທີ IV ພ້ອມທັງ, ເຫັນດີໃຫ້ມີການຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ ເພື່ອສະກັດກັ້ນປາບປາມຢາເສບຕິດ ແລະ ບັນຫາອາຊະຍາກຳຂ້າມຊາດ, ການຄ້າຂາຍຢາເສບຕິດ, ການຄ້າມະນຸດ, ການເຂົ້າ-ອອກເມືອງຢ່າງຜິດກົດໝາຍ, ການທຳລາຍຊັບພະຍາກອນທຳມະຊາດ, ການຄ້າຂາຍເຖື່ອນ ລວມທັງວັດຖຸບູຮານທີ່ມີຄ່າ, ການຄ້າອາວຸດ ແລະ ການເຄື່ອນໄຫວຕ່າງໆ ທີ່ລະເມີດຕໍ່ກົດໝາຍຂອງທັງສອງຝ່າຍ. ຮ່ວມກັນສະກັດກັ້ນ ແລະ ປາບປາມກຸ່ມຄົນບໍ່ຫວັງດີຕໍ່ສາຍພົວພັນການຮ່ວມມື ລາວ-ມຽນມາ ທີ່ຈະໃຊ້ດິນແດນຂອງຕົນ ເພື່ອເປັນບ່ອນລີ້ຊ້ອນ ແລະ ເຄື່ອນໄຫວຕໍ່ຕ້ານ ຫຼື ກໍ່ຄວາມບໍ່ສະຫງົບໃຫ້ທັງສອງຝ່າຍ ແລະ ພ້ອມກັນຮ່ວມມືແກ້ໄຂຢ່າງຮີບດ່ວນ, ປະກອບສ່ວນຢ່າງຕັ້ງໜ້າຂອງເຈົ້າໜ້າທີ່ທະຫານ, ຕຳຫຼວດທັງສອງຝ່າຍ ເພື່ອຮັບປະກັນຄວາມສະຫງົບ-ປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນການທຳມາຫາກິນ, ການຄ້າຂາຍ ແລະ ການເດີນເຮືອຂອງປະຊາຊົນ ທັງນີ້, ເພື່ອແນໃສ່ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນຢູ່ບໍລິເວນຊາຍແດນ ລາວ-ມຽນ ມາ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ-ມິດຕະພາບ ແລະ ການຮ່ວມມືຢ່າງແທ້ຈິງ.
ພາຍຫຼັງສໍາເລັດກອງປະຊຸມ ປະທານທັງສອງຝ່າຍໄດ້ລົງນາມບົດບັນທຶກການຮ່ວມມືດ້ານວຽກງານຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ມຽນມາ, ມຽນມາ-ລາວ ເພື່ອພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ຝ່າຍລາວໂດຍ ທ່ານ ພັນເອກ ອຸ່ນຄໍາ ສີແຫວນວົງສັກ ແລະ ຝ່າຍມຽນມາ ໂດຍ ທ່ານ ພົນຕີ ມິນ ມິນ ໂຊ. ຈາກນັ້ນ,ປະທານທັງສອງຝ່າຍ ລາວ-ມຽນມາ ໄດ້ມີການແລກປ່ຽນຂອງທີ່ລະນຶກເຊິ່ງກັນ ແລະ ກັນຕື່ມອີກ.
ທີ່ມາ: ໜັງສືພິມກອງທັບ





