ວັນທີ 29 ມັງກອນ2025, ໄດ້ມີພິທີມອບ-ຮັບອາຄານສຸກສາລາ ບ້ານຈອມອອງ, ເມືອງໄຊ, ແຂວງອຸດົມໄຊ. ຕາງໜ້າມອບໂດຍ ທ່ານ ປຣາຊານ ອາເກຣີວາຣ ເອກອັກຄະລັດຖະທູດອິນເດຍ ປະຈຳລາວ ແລະ ຕາງໜ້າຮັບໂດຍທ່ານ ດຣ ຫຸມພັນ ອິນທະມຸງຄຸນ ຫົວໜ້າພະແນກສາທາລະນະສຸກແຂວງອຸດົມໄຊ ມີຜູ້ຕາງໜ້າຈາກອົງການປົກຄອງແຂວງ ເຂົ້າຮ່ວມ.
ທ່ານ ຄຳສຸກ ຜຸຍພະຈັນ ປະທານບໍລິສັດ lMT ໃຫ້ຮູ້ວ່າ: ໂຄງ ການກໍ່ສ້າງອາຄານສຸກສາລາ ແຫ່ງນີ້ ເລີ່ມກໍ່ສ້າງມາແຕ່ວັນທີ 12 ພະຈິກ 2024 ສຳເລັດໃນວັນທີ 22 ມັງກອນ ມູນຄ່າ 48.242 ໂດລາສະຫະລັດ ເປັນອາຄານ ຊັ້ນດຽວ ຂະໜາດ 11X15 ແມັດ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອິນເດຍ ພາຍ ໃຕ້ໂຄງການເຫັນຜົນໄວຂອງການຮ່ວມມືແມ່ນໍ້າຂອງແມ່ນ້ຳຄົງຄາ, ເຊິ່ງໄດ້ມີການພັດທະນາໃຫ້ຊຸມຊົນໃນລະດັບພື້ນຖານໃນຂົງເຂດການສຶກສາ, ສາທາລະນະສຸກ, ນໍ້າດື່ມສະອາດ, ກະສິກຳ, ໄອທີ ແລະ ອື່ນໆ.
ທ່ານ ດຣ ຫຸມພັນ ອິນທະມຸງຄຸນ ຫົວໜ້າພະແນກສາທາລະ ນະສຸກກ່າວວ່າ: ສຸກສາລາ ຈອມອອງ ແມ່ນສະຖານບໍລິການດ້ານສາທາລະນະສຸກ ຊ່ວຍກວດ, ບົ່ງມະຕິ ແລະປິ່ນປົວສຸຂະພາບຂັ້ນພື້ນຖານ ໃນວຽກສາທາລະນະສຸກ ແລະ ແມ່ນວຽກງານໜຶ່ງທີ່ສຳຄັນເພື່ອເຮັດໃຫ້ການເຂົ້າເຖິງການບໍລິການສຸຂະພາບຂອງປະຊາຊົນເຂດຈອມອອງມີຄວາມສະດວກ ແລະ ທັນເວລາ.
ສະຖານທີ່ດັ່ງກ່າວເປັນສະຖານທີ່ໜື່ງທີ່ຊ່ວຍດູແລໃຫ້ສຸຂະ ພາບຂອງປະຊາຊົນບັນດາເຜົ່າເຂດຈອມອອງມີສຸຂະພາບແຂງ ແຮງເພື່ອປະກອບສ່ວນເຂົ້າໃນການພັດທະນາ ແລະສ້າງສາປະ ເທດຊາດ ໂດຍຖືເອົາວຽກງານການປິ່ນປົວສຸຂະພາບເປັນສຳຄັນ ເຊິ່ງຕິດພັນກັບການບໍລິການປິ່ນປົວສຸຂະພາບຂອງປະຊາຊົນຮັບປະກັນໃຫ້ປະຊາຊົນໄດ້ເຂົ້າເຖິງການປິ່ນປົວສຸຂະພາບທີ່ດີ, ບົ່ງມະຕິທີ່ຖືກຕ້ອງຊັດເຈນ ແລະ ປະສິດທິພາບ.
ທ່ານເອກອັກຄະລັດຖະທູດອິນເດຍກ່າວວ່າ: ການມອບສຸກ ສາລາໃຫ້ ບ້ານຈອມອອງ ແມ່ນການຊ່ວຍເຫຼືອລ້າຈາກປະເທດອິນເດຍ ເພື່ອແນໃສ່ປັບປຸງຄຸນນະພາບການບໍລິການດ້ານສາທາ ລະນະສຸກ. ໂຄງການເຫັນຜົນໄວ ແມ່ນໂຄງການທີ່ມີໄລຍະເວລາສັ້ນ ໃຫ້ຜົນປະໂຫຍດໂດຍກົງກັບຊຸມຊົນທ້ອງຖິ່ນ, ຜົນໄດ້ຮັບທັນທີທັນໃດ ແລະ ເຫັນໄດ້ຊັດເຈນ,ເຊິ່ງປະກອບສ່ວນຢ່າງຫລວງຫລາຍຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ການ ປັບປຸງສາທາລະນະ.
Cr: ວິທະຍຸ ແລະ ໂທລະພາບແຂວງອຸດົມໄຊ






