ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄໍາມ່ວນ ຈັດງານສະເຫຼີມສະຫຼອງລໍາວົງລາວເປັນມໍລະດົກໂລກ

Jan 30, 2025

ໃນຕອນບ່າຍວັນທີ 30 ມັງກອນ 2025 ທີ່ເດີ່ນໂຮງຮຽນມັດທະຍົມສຶກສາຕອນປາຍ (ມໍປາຍ) ທ່າແຂກ, ແຂວງຄໍາມ່ວນ ໄດ້ຈັດງານສະເຫຼີມສະຫຼອງລໍາວົງລາວເປັນມໍລະດົກໂລກ ທາງດ້ານວັດທະນະທໍາ ຕິດພັນກັບການແຂ່ງຂັນກິລາ-ສີລະປະ ທົ່ວໂຮງຮຽນມໍປາຍ ທ່າແຂກ ສົກຮຽນ 2024-2025 ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນມີ ພິມມະສອນ ປະທານສະ ພາປະຊາຊົນແຂວງຄໍາມ່ວນ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍແຂກຖືກເຊີນ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ
ງານດັ່ງກ່າວແມ່ນໄດ້ຮັບຊົມຂະບວນສວນສະໜາມຈາກກ້ອນກຳລັງ 4 ກ້ອນກໍາລັງ ຄື : ກ້ອນກຳລັງອົງການຈັດຕັ້ງຊາວ ໜຸ່ມ, ອົງການຈັດຕັ້ງສະຫະພັນແມ່ຍິງ, ສະຫະພັນກຳມະບານ ແລະ ກ້ອນກຳລັງນັກຮຽນ, ມີນັກກິລາຈາກ 29 ຫ້ອງຈາກໂຮງ ຮຽນ ມໍປາຍ ທ່າແຂກ ນັບແຕ່ຊັ້ນ ມໍ5-ມໍ7. ເຊິ່ງການແຂ່ງຂັນຄັ້ງນີ້ມີ 6 ປະເພດກິລາຄື: ບານເຕະ, ກະຕໍ້ຫວາຍ, ເປຕັງ, ແລ່ນ 100 ແມັດ, ບານສົ່ງ ແລະ ດຶງເຊືອກ.
ພາຍໃນງານຄັ້ງນີ້, ບັນດາການນໍາ ແລະ ປະຊາຊົນຊາວແຂວງຄຳມ່ວນ ໄດ້ຮ່ວມກັນຟ້ອນລຳວົງລາວ ໃນ 3 ຈັງຫວະຄື: ຈັງຫວະລໍາວົງມາດຕະຖານ, ຈັງຫວະລຳມະຫາໄຊ ແລະ ຈັງຫວະລໍາຜູ້ໄທ ລວມມີຄູ່ຟ້ອນທັງໝົດ 99 ຄູ່.
ນອກນີ້ ຍັງໄດ້ຮັບຊົມການສະແດງສີລະປະ-ວັນນະຄະດີ ຈາກໂຮງຮຽນຕ່າງໆ ຈໍານວນ 14 ໜ່ວຍສີລະປະ ລວມມີ 39 ລາຍ ການ. ພາຍໃນງານຍັງໄດ້ມີການຈັດງານຂາຍ ສິນຄ້າ, ອາຫານ ແລະ ເຄື່ອງດື່ມອີກດ້ວຍ.
ທີ່ມາ: ຂ່າວແຂວງຄຳມ່ວນ