ພາສາຈີນ ນັບມື້ໄດ້ຮັບຄວາມນິຍົມຈາກນັກຮຽນ-ນັກສຶກສາລາວ

ປັດຈຸບັນ, ເສດຖະກິດ-ສັງຄົມຂອງຈີນ ໄດ້ຮັບການພັດທະ ນາຢ່າງວ່ອງໄວແບບກ້າວ ເຮັດໃຫ້ຊື່ສຽງ ແລະ ບົດບາດຂອງຈີນນັບມື້ໂດດເດັ່ນທີ່ສຸດໃນເວທີໂລກ. ພ້ອມນີ້, ນັກລົງທຶນຈາກຈີນໄດ້ເຂົ້າໄປລົງທຶນຢູ່ປະເທດຕ່າງໆ ໃນທົ່ວໂລກນັບມື້ເພີ່ມຂຶ້ນຢ່າງກວ້າງຂວາງ.
ຄຽງຄູ່ກັນນີ້, ຈີນ ໄດ້ເປີດກວ້າງໃຫ້ນັກສຶກສາຕ່າງປະເທດໄດ້ເຂົ້າມາຮຽນພາສາຈີນ ແລະ ສາຂາວິຊາຕ່າງໆ ພາຍໃນປະເທດຂອງຕົນນັບມື້ເພີ່ມຂຶ້ນ, ລວມເຖີງໄດ້ຂະ ຫຍາຍສະຖາບັນຂົງຈື ເຊິ່ງປັດຈຸບັນີທັງໝົດ 550 ແຫ່ງໃນ 162 ປະເທດ ແລະ ເຂດ ແຄວ້ນທົ່ວໂລກ ເຮັດໃຫ້ຄວາມນິຍົມຮຽນພາສາຈີນຂອງນັກ ຮຽນ-ນັກສຶກສາທົ່ວ ໂລກມີຄວາມຄຶກຄື້ນເປັນພິເສດຍ້ອນຄວາມຕ້ອງການຕິດຕໍ່ພົວພັນກັບຈີນ ແລະ ເຮັດວຽກນໍາບໍລິສັດຕ່າງໆ ຂອງຈີນ.
ສໍາລັບຢູ່ປະເທດລາວ, ການຮຽນພາສາຈີນ ແມ່ນນັບມື້ໄດ້ ຮັບຄວາມນິຍົມເຊັ່ນດຽວກັນ. ໃນນີ້, ສະເພາະການຮຽນພາສາຈີນຂອງນັກຮຽນໃນສາຍສາມັນສຶກສາ ໂດຍສະເພາະຢູ່ນະຄອນ ຫລວງວຽງຈັນ ເຊິ່ງເປັນສູນກາງດ້ານການສຶກສາຂອງປະເທດ, ຫຼາຍໂຮງຮຽນທັງພາກລັດ ແລະ ເອກະຊົນ ໄດ້ບັນຈຸການຮຽນ- ການສອນພາສາຈີນຄວບຄູ່ກັບວິຊາອື່ນໆ ຕາມຫລັກສູດທີ່ກະ ຊວງສຶກສາທິການ ແລະ ກິລາຂອງລາວ ວາງອອກ, ສ່ວນສະຖາ ບັນຂົງຈື ຕັ້ງຢູ່ວິທະຍາເຂດດົງໂດກ ໄດ້ຂະຫຍາຍຫ້ອງຮຽນພາ ສາຈີນຢູ່ໂຮງຮຽນທີ່ມີເງື່ອນໄຂ ເຊັ່ນ: ໂຮງຮຽນ ມ.ສ ວຽງຈັນ ແລະ ໂຮງຮຽນ ມ.ສ ສາທິດ ເຮັດໃຫ້ມີນັກຮຽນສົນໃຈເຂົ້າຮຽນເພີ່ມຂຶ້ນທຸກປີ.
ໂຮງຮຽນເອກະຊົນ ໂດຍສະເພາະໂຮງຮຽນ ລຽວໂຕວ໌ ຕັ້ງຢູ່ເມືອງຈັນທະບູລີ ເຊິ່ງເປັນໂຮງຮຽນທີ່ມີຊື່ສຽງທີ່ສຸດໃນການຮຽນ -ການສອນພາສາຈີນມາແຕ່ດົນນານ ແລະ ຖືເປັນໜຶ່ງໃນຫຼາຍໂຮງ ຮຽນທີ່ສະແດງເຖີງສັນຍະລັກຂອງການຮ່ວມມື ລາວ-ຈີນ. ໃນແຕ່ ລະສົກຮຽນທີ່ມີການປະກາດຮັບນັກຮຽນຊຸດໃໝ່ ແມ່ນມີຜູ້ປົກ ຄອງນັກ ຮຽນມາລໍຖ້າຊື້ໃບສະໝັກເຂົ້າຮຽນໃຫ້ລູກຫລານຂອງຕົນຕັ້ງແຕ່ຮຸ່ງເຊົ້າດ້ວຍການຢືນຕໍ່ແຖວຍາວຢຽດຢູ່ໜ້າໂຮງຮຽນ ເຊິ່ງຜ່ານມາກໍມີການເຜີຍແຜ່ຮູບພາບດັ່ງກ່າວຜ່ານສື່ອອນລາຍແລ້ວຫຼາຍຄັ້ງ.
ໂຮງຮຽນປະຖົມສົມບູນ ລາວ-ຈີນ ໜອງປິງ ຕັ້ງຢູ່ເມືອງຈັນ ທະບູລີ, ເຊິ່ງແມ່ນໜຶ່ງໃນໂຮງຮຽນຕົວແບບທີ່ຢູ່ພາຍໃຕ້ຂອບການຮ່ວມມື ໜຶ່ງແລວໜຶ່ງເສັ້ນທາງ ໄດ້ດໍາເນີນການຮຽນ-ການ ສອນພາສາຈີນຄວບຄູ່ກັບວິຊາອື່ນໆ ໂດຍມີຄູອາສາສະໝັກຈາກຈີນໄປຊ່ວຍສອນຢ່າງເປັນຂະບວນຟົດຟື້ນສົມຄວນ, ເຊັ່ນດຽວກັັບໂຮງຮຽນທັງພາກລັດ ແລະ ເອກະຊົນອີກຫຼາຍແຫ່ງຢູ່ນະ ຄອນຫລວງວຽງຈັນ ກໍຄື ບັນດາແຂວງໃຫຍ່ ເຊັ່ນ: ຫລວງພະບາງ, ສະຫວັນນະເຂດ, ບໍ່ແກ້ວ, ຫລວງນໍ້າທາ ແລະ ອື່ນໆ ກໍມີ ການຮຽນການສອນ-ພາສາຈີນເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ສ່ວນໃນລະດັບອາຊີວະສຶກສາ ກໍຄື ສາຍວິຊາຊີບ, ການເປີດການຮຽນ-ການສອນພາສາຈີນຢູ່ສະຖາບັນການສຶກສາຕ່າງໆ ມີທ່າອ່ຽງເພີ່ມຂຶ້ນຢ່າງປະຈັກຕາ, ໃນນີ້ ສະເພາະພາກວິຊາພາສາຈີນທີ່ນອນຢູ່ໃນຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດລາວ. ອີງຕາມຂໍ້ມູນຈາກມະຫາວິທະຍາໄລດັ່ງກ່າວ ໃຫ້ຮູ້ວ່າ: ພາ ສາຈີນ ໄດ້ກາຍ ເປັນວິຊາທີ່ນັກຮຽນສະໝັກສອບເສັງເຂົ້າຮຽນຫຼາຍກວ່າວິຊາອື່ນໆ ມາໄດ້ຫຼາຍສົກຮຽນແລ້ວ, ເຊັ່ນດຽວກັບຢູ່ສະຖາບັນຂົງຈື ເຊິ່ງແມ່ນສະຖາບັນທີ່ມະຫາວິທະຍາໄລຊົນ ເຜົ່າກວາງຊີ, ສປ ຈີນ ຮ່ວມກັບມະຫາວິທະຍາໄລແຫ່ງຊາດລາວ ສ້າງ ຕັ້ງຂື້ນແຕ່ປີ 2010, ເບື້ອງຕົ້ນເປີດສອນພາກບໍາລຸງພາສາຈີນໃນໄລຍະສັ້ນ.
ຕໍ່ມາ, ໄດ້ເປີດຫຼັກສູດປະລິນຍາຕີຄູພາສາຈີນ 2+2 ນັບແຕ່ກາງປີ 2021 ເປັນຕົ້ນມາ. ໃນແຕ່ລະສົກຮຽນທີ່ສະຖາບັນຂົງຈືປະກາດຮັບນັກຮຽນຊຸດໃໝ່ ໄດ້ມີນັກຮຽນຈາກທົ່ວປະເທດສະ ໝັກເຂົ້າຮຽນທັງມາສະໝັກຢູ່ສະຖາບັນ ແລະ ສະໝັກຜ່ານລະ
ບົບອອນລາຍຢ່າງຫລວງຫຼາຍ ແຕ່ຄວາມສາມາດຮອງຮັບມີຈໍາກັດຈິ່ງເຮັດໃຫ້ຮັບນັກຮຽນໄດ້ບໍ່ຫຼາຍໃນແຕ່ລະສົກຮຽນ.
ສ່ວນຢູ່ວິທະຍາໄລ ເຕັກນິກ-ວິຊາຊີບ ການລົດໄຟ ທີ່ເປີດຮຽນກ່ຽວກັນການລົດໄຟແຫ່ງທໍາອິດ ແລະ ແຫ່ງດຽວຢູ່ລາວ ໃນຫຼັກສູດຊັ້ນສູງ, ລະບົບ 3 ປີ (12+3) ມີ 6 ສາຂາວິຊາຮຽນ ໄດ້ເປີດຮຽນແລ້ວ 2 ສົກຮຽນ ຄື: ສົກຮຽນ 2023-2024 ແລະ 2024-2025, ແຕ່ລະສົກຮຽນ ໄດ້ເປີດຮັບນັກຮຽນ 360 ກວ່າຄົນ, ແມ່ນມີນັກຮຽນຈາກທົ່ວປະເທດມາສະໝັກເຂົ້າຮຽນຢ່າງຫລວງຫຼາຍ.
ສໍາລັບຢູ່ຕ່າງແຂວງ ໂດຍສະເພາະຢູ່ສະຖາບັນຂົງຈື, ມະຫາວິ ທະຍາໄລສຸພານຸວວົງ, ແຂວງຫຼວງພະບາງ, ຍ້ອນຄວາມຮຽກຮ້ອງຕ້ອງການຮຽນພາສາຈີນເພີ່ມຂຶ້ນ, ພະ ແນກການຄ້າ ແຂວງຢຸນນານ, ສປ ຈີນ ໄດ້ໃຫ້ທຶນກໍ່ສ້າງອາຄານສອນພາສາຈີນ ແລະ ໄດ້ມີພິທີມອບ-ຮັບອາຄານດັ່ງກ່າວຢ່າງເປັນທາງການໃນວັນທີ 10 ສິງ ຫາ 2024 ເຮັດໃຫ້ມີຫ້ອງຮຽນທີ່ກວ້າງຂວາງ ແລະ ສະດວກສະ ບາຍກວ່າເກົ່າ.
ນອກຈາກນີ້, ລັດຖະບານຈີນ ໄດ້ມອບທຶນການສຶກສາໃຫ້ມະ ຫາວິທະຍາໄລແຫ່ງ ຊາດ ແລະ ສະຖາບັນການສຶກສາຕ່າງໆ ໃນລາວ, ສະເລ່ຍ 350 ທຶນ/ປີ ເພື່ອໄປສຶກສາຕໍ່ພາສາຈີນ ແລະ ວິ ຊາສະເພາະໃນຂະແໜງການຕ່າງໆ ຢູ່ປະເທດຈີນ, ພ້ອມນີ້ ຍັງມີບັນດາເມືອງ ແລະ ແຂວງຂອງຈີນ ທີ່ເປັນເມືອງແຮກສ່ຽວ ຫລື ໄດ້ເຊັນບົດບັນທຶກການຮ່ວມມືກັບບັນດາເມືອງ ແລະ ແຂວງຂອງລາວ ໄດ້ໃຫ້ທຶນການສຶກສາແກ່ນັກ ຮຽນລາວໄປຮຽນຕໍ່ຢູ່ສະຖາ ບັນການສຶກສາຢູ່ຈີນຈໍານວນບໍ່ໜ້ອຍໃນແຕ່ລະປີ.
ສາມາດເວົ້າໄດ້ວ່າ: ການຮຽນພາສາຈີນຢູ່ລາວ ນັບມື້ໄດ້ຮັບຄວາມນິຍົມເພີ່ມຂຶ້ນ ໂດຍສະເພາະນັບແຕ່ເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເປັນຕົ້ນມາ, ເນື່ອງຈາກຈີນແມ່ນປະເທດອັນ ດັບທີ 1 ທີ່ເຂົ້າມາລົງ ທຶນຢູ່ລາວນັບແຕ່ປີ 2000 ຈົນມາຮອດປັດຈຸບັນນີ້, ສ່ວນນັກທ່ອງທ່ຽວຈີນ ໄດ້ເດີນທາງມາທ່ອງທ່ຽວລາວ ໂດຍຜ່ານເສັ້ນ ທາງລົດໄຟ ລາວ-ຈີນ ນັບມື້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຂະນະທີ່ຝ່າຍຈີນ ມີແຜນການມອບໃຫ້ຝ່າຍລາວບໍລິ ຫານຈັດການເສັ້ນທາງລົດໄຟລາວ-ຈີນ ຢູ່ເບື້ອງລາວດ້ວຍຕົນ ເອງທັງໝົດໃນຕໍ່ໜ້າ.
ສະນັ້ນ ມັນຮຽກຮ້ອງຕ້ອງການໃຫ້ມີບຸກຄະລາກອນລາວທີ່ມີຄວາມຮູ້ດ້ານພາສາຈີນ ແລະ ຄວາມຮູ້ກ່ຽວກັບເຕັກນິກການລົດໄຟຕື່ມອີກຢ່າງຫລວງຫຼາຍ. ທັງໝົດນີ້ ໄດ້ກາຍເປັນປັດໄຈສໍາຄັນໜຶ່ງທີ່ດຶງດູດຄວາມສົນໃຈຂອງນັກຮຽນ-ນັກສຶກສາລາວໃຫ້ຫັນມາສົນໃຈຮຽນພາສາຈີນຫຼາຍຂຶ້ນ ເພາະຕ້ອງການເຮັດວຽກນໍາ ບໍລິສັດ ທາງລົດໄຟ ລາວ-ຈີນ ຈໍາກັດ ແລະ ບັນດາຫົວໜ່ວຍທຸລະກິດຂອງຈີນທີ່ເຂົ້າມາລົງທຶນຢູ່ລາວ ເພື່ອຄວາມໝັ້ນຄົງ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ.
ຢ່າງໃດກໍຕາມ, ເຖີງວ່າຄວາມຕ້ອງການຮຽນພາສາຈີນຢູ່ລາວມີທ່າອ່ຽງເພີ່ມ ຂຶ້ນຢ່າງຕໍ່ເນື່ອງ ແຕ່ການຕອບສະໜອງຄວາມ ຕ້ອງການດັ່ງກ່າວຂອງທັງພາກລັດ ແລະ ເອກະຊົນຍັງມີຂໍ້ຫຍຸ້ງ ຍາກບາງດ້ານ ເນື່ອງຈາກມະຫາວິທະຍາໄລແຫ່ງຊາດລາວ ແລະ ສະຖາບັນຂົງຈື ເຊິ່ງເປັນສະຖາບັນການສຶກສາໃຫຍ່ ແລະ ໄດ້ຮັບຄວາມນິຍົມສູງ, ລວມເຖີງ ໂຮງຮຽນ ລຽວໂຕວ໌ ສາມາດຮັບນັກ ຮຽນເຂົ້າຮຽນພາສາຈີນໄດ້ໃນຈໍານວນຈໍາກັດ ຈິ່ງເຮັດໃຫ້ເກີດມີການແຂ່ງຂັນກັນສອບເສັງເຂົ້າຮຽນເປັນຈໍານວນຫຼາຍໃນແຕ່ລະສົກຮຽນ, ຄຽງຄູ່ກັນນີ້ ຄູວິຊາພາສາຈີນຢູ່ລາວຍັງມີຈໍາກັດ ເຮັດ ໃຫ້ຫຼາຍໂຮງຮຽນຕ້ອງອາໃສຄູອາສາສະໝັກຈາກຈີນເຂົ້າມາສອນຊ່ວຍ ແລະ ອື່ນໆ.
ກະແສຄວາມນິຍົມຮຽນພາສາຈີນຂອງນັກຮຽນ-ນັກສຶກ ສາລາວໃນປັດຈຸບັນ ເຖີງວ່າມີທ່າອ່ຽງເພີ່ມຂຶ້ນ ແຕ່ສາມາດເວົ້າໄດ້ວ່າຍັງຢູ່ໃນຂັ້ນເລີ່ມຕົ້ນເທົ່ານັ້ນ ແລະ ໃນຕໍ່ໜ້າຍັງຈະສືບຕໍ່ເພີ່ມ ຂຶ້ນອີກຢ່າງກວ້າງຂວາງ ເຊັ່ນດຽວກັບຫລາຍປະເທດໃນອາຊຽນ ກໍຄື ໃນພາກພື້ນ ແລະ ໃນໂລກ ເພາະເຫັນໄດ້ຄວາມສໍາຄັນຂອງພາສາຈີນທີ່ນັບມື້ມີບົດບາດສໍາຄັນຕໍ່ໂລກ.
ປັດຈຸບັນ ກະຊວງສຶກສາທິການ ແລະ ກິລາຂອງລາວ ພວມປັບປຸງຫຼາຍຢ່າງເພື່ອສົ່ງເສີມການຮຽນ-ການສອນພາສາຈີນ, ທັງພາກລັດ ແລະ ເອກະຊົນ ເປັນຕົ້ນ: ການບັນຈຸພາສາຈີນເຂົ້າໃນຫຼັກສູດການຮຽນ-ການສອນ, ຂະຫຍາຍອາຄານຮຽນ, ກໍ່ສ້າງຄູພາສາຈີນ ແລະ ອື່ນໆ.
ທັງໝົດນີ້ ຈະປະກອບສ່ວນເຮັດໃຫ້ການຮອງຮັບນັກ ຮຽນ -ນັກສຶກສາທີ່ຕ້ອງ ການຮຽນພາສາຈີນຢູ່ບັນດາສະຖາບັນການ ສຶກສາຢູ່ລາວໄດ້ຫລາຍຂຶ້ນ ແລະ ຈະເຮັດໃຫ້ການຮຽນ-ການ ສອນພາສາຈີນຢູ່ລາວ ນັບມື້ເປັນຂະບວນກວ້າງຂວາງ ແລະ ຈະເຮັດປະເທດລາວມີບຸກຄະລາກອນທີ່ມີຄວາມຮູ້ດ້ານພາສາຈີນນັບມື້ເພີ່ມຂຶ້ນໃນຕໍ່ໜ້າ.
BT, ວສລ






