ວັນທີ 29 ມັງກອນ 2025 ທີ່ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມປຶກສາຫາລື ລະຫວ່າງ ອົງການໄອຍະ ການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ໂດຍການເປັນປະທານຮ່ວມຂອງ ທ່ານ ຄໍາເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ.
ກອງປະຊຸມດັ່ງກ່າວ ເພື່ອປະເມີນຜົນກ່ຽວກັບການຈັດຕັ້ງປະ ຕິບັດລັດຖະບັນຍັດ ຂອງປະທານປະເທດວ່າດ້ວຍການດຳເນີນຄະດີປົກຄອງ ສະບັບເລກທີ 001/ປປທ, ລົງວັນທີ 19 ມີນາ 2021 ໃນໄລຍະຜ່ານມາ ແລະ ເພື່ອຍົກລະດັບລັດຖະບັນຍັດດັ່ງກ່າວໃຫ້ກາຍເປັນກົົດໝາຍໃນຕໍ່ໜ້າ. ພ້ອມນັ້ນ, ປະທານກອງປະຊຸມຍັງໄດ້ຍົກໃຫ້ເຫັນກ່ຽວກັບການສ້າງຕັ້ງຄະນະສານປົກຄອງ ແລະ ປະຫວັດກ່ອນຈະສ້າງເປັນລັດຖະບັນຍັດ ຂອງປະທານປະ ເທດ ວ່າດ້ວຍການດໍາເນີນຄະດີປົກຄອງ ໂດຍມີການໂຄສະນາເຜີຍແຜ່ ໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງ ແລະ ວັນທີ 22 ພະຈິກ 2022 ສານປະຊາຊົນສູງສຸດ ໄດ້ເປີດຖະແຫຼງຢ່າງເປັນທາງການ ເພື່ອໃຫ້ມີການດຳເນີນຄະດີທາງປົກຄອງ ຕາມລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍການດໍາເນີນຄະດີປົກຄອງ ສະບັບເລກທີ 001/ປປທ, ລົງວັນທີ 19 ມີນາ 2021 ແລະ ໄດ້ເຮັດແຈ້ງການທົ່ວປະເທດ ໃນການຮັບຄະດີທາງປົກຄອງ ໂດຍໃຫ້ສານຕ່າງແຂວງຮັບ, ເກັບກຳຂໍ້ມູນ ແລ້ວສົ່ງໃຫ້ສານປະຊາຊົນນະຄອນ ຫຼວງວຽງຈັນ ເພື່ອດໍາເນີນເປັນຂັ້ນຕົ້ນ ຜ່ານການຕິດຕາມຜ່ານ ມາ ເຫັນວ່າການຈັດຕັ້ງປະຕິບັດ ຍັງບໍ່ໄດ້ຮັບປະສິດທິພາບເທົ່າທີຄວນ ໂດຍການຕີລາຄາ ຍ້ອນສັງຄົມ ຍັງບໍ່ເຂົ້າໃຈ ກ່ຽວກັບວຽກງານດັ່ງກ່າວ ຫຼື ເນື້ອໃນ ຂອງລັດຖະບັນຍັດ.
ກອງປະຊຸມ ໄດ້ພ້ອມກັນປຶກສາຫາລື ຄົ້ນຄວ້າບັນຫາສຳຄັນ ເປັນຕົ້ນ: ການປະເມີນຜົນການຈັດຕັ້ງປະຕິບັດລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍການດໍາເນີນຄະດີປົກຄອງ ໃຫ້ເຂົ້າ ສູ່ລວງເລິກດ້ວຍ ການຈັດກອງປະຊຸມສຳມະນາ ກ່ຽວກັບ ການ ປົກຄອງດ້ວຍກົດໝາຍ, ກົດໝາຍປົກຄອງ, ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍການດໍາເນີນຄະດີປົກຄອງ, ການດຳເນີນຄະດີປົກຄອງ, ການພິຈາລະນາຄະດີປົກຄອງຂອງສານປະຊາຊົນ ແລະ ການຕິດຕາມກວດກາຂອງອົງການໄອຍະການປະຊາຊົນ ພ້ອມທັງ ດຳເນີນການປະເມີນຜົນລັດຖະບັນຍັດດ່ງກ່າວ ໄປພ້ອມກັນ ຢ່າງຕັ້ງໜ້າ ແລະ ກົມກຽວ ເພື່ອເປັນການສະໜັບສະໜູນການສ້າງກົດໝາຍວ່າດ້ວຍການດຳເນີນຄະດີປົກຄອງໃນຕໍ່ໜ້າ ແລະ ນຳເຂົ້າໃນວາລະກອງປະຊຸມສະໄໝສາມັນເທື່ອ 10 ຂອງສະພາແຫ່ງຊາດ ພິຈາລະນາຮັບຮອງເປັນກົດ ໝາຍ; ຍົກສູງການປະສານສົມທົບກັນຢ່າງໃກ້ຊິດ, ຈັດຕັ້ງປະຕິ ບັດ, ລະດົມທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອສະໜັບສະ ໜູນ ການເຄື່ອນໄຫວວຽກງານດັ່ງກ່າວ ຢ່າງມີປະສິດທິຜົນ ແລະ ມີປະສິດທິພາບ.
ທີ່ມາ: ອົງການໄອຍະການປະຊາຊົນສູງສຸດ





