ທ່ານ ອ່ອນສີ ແກ້ວພັກດີ ຮອງຫົວໜ້າພະແນກສຶກສາທິການ ແລະກິລາແຂວງຊຽງຂວາງ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ VIII ຂອງສະພາປະຊາຊົນແຂວງ ຊຸດທີ2 ໃນວັນທີ 30 ມັງກອນ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການປົກຄອງແຂວງ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານສຶກສາ ແລະ ກິລາ ສົກຮຽນ 2023-2024 ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດຄາດ ໝາຍໃນມະຕິສະພາແຂວງ ສະບັບເລກທີ 14/ສພຂ.ຊຂ ລົງວັນທີ 14/02/2024 ທີ່ກໍານົດ15 ຄາດໝາຍ .
ຜ່ານການຈັດຕັ້ງປະຕິບັດດັ່ງກ່າວສາມາດບັນລຸ 5 ຄາດໝາຍ, ບໍ່ບັນລຸແຕ່ມີຄວາມຄືບໜ້າ 6 ຄາດໝາຍ ແລະບໍ່ບັນລຸ-ລົດຖອຍລົງ 4 ຄາດໝາຍ, ໃນນັ້ນ 5 ຄາດໝາຍທີ່ບັນລຸໄດ້ມີດັ່ງນີ້: ອັດຕາເຂົ້າຮຽນໃໝ່ລວມ ປ.5 ບັນລຸໄດ້ 99,1% ປີຜ່ານມາ 97,8%, ດັດຊະນີສະເໝີພາບຍິງ-ຊາຍ ຂອງອັດຕາການເລື່ອນຂັ້ນ-ຈົບຊັ້ນ ປ.5-ມ.1 ບັນລຸ 0,98%, ອັດຕາເລື່ອນຊັ້ນ ຈາກ ປ.5-ມ.1 (ທຽບໃສ່ນັກຮຽນຕົ້ນປີ ປ.5) ບັນລຸໄດ້ 94,2% (ຄາດໝາຍ 92,6%), ຮັບນັກຮຽນທີ່ຈົບຊັ້ນມັດທະຍົມຕອນຕົ້ນ, ຕອນປາຍ ເຂົ້າຮຽນຕໍ່ໃນສາຍອາຊີວະສຶກສາ ໃຫ້ບັນລຸໄດ້ 500 ຄົນ ແລະ ຝຶກອົບຮົມວິຊາຊີບໄລຍະສັ້ນ ບັນລຸໄດ້ 120 ຄົນ ບັນລຸໄດ້ 661 ຄົນ (ຄາດໝາຍ 620 ຄົນ), ສົ່ງເສີມໃຫ້ນັກສຶກສາທີ່ເຂົ້າຮຽນໂຮງຮຽນວິຊາຊີບພາຍໃນແຂວງໃຫ້ເຂົ້າຮຽນໃນສາຍກະສິກຳມີຈຳນວນ ເພີ່ມຂຶ້ນ ດ້ວຍການລົງແນະແນວວິຊາຊີບໃນໂຮງຮຽນມັດທະຍົມ ເພື່ອປູກຈິດສໍານຶກໃຫ້ນັກຮຽນໃນການ ເຂົ້າຮຽນວິຊາຊີບສາຍກະສິກຳໃຫ້ບັນລຸໄດ້ເມືອງລະ 1 ຄັ້ງ ສາມາດບັນລຸໄດ້ຕາມຄາດໝາຍ.
ສ່ວນ 6ຄາດໝາຍທີ່ບໍ່ບັນລຸແຕ່ມີຄວາມຄືບໜ້າ ມີດັ່ງນີ້: ອັດຕາປະລະຊັ້ນມັດທະຍົມສຶກສາຕອນຕົ້ນ ປະຕິບັດໄດ້ 8,9% (ຄາດໝາຍ 8,6%, ປີຜ່ານມາ 9,5%); ອັດຕາປະລະການຮຽນ ຊັ້ນປະຖົມສຶກສາ ປະຕິບັດໄດ້ 2,8% (ຄາດໝາຍ 1,8%, ປີຜ່ານມາ 3,6%); ອັດຕາປະລະການຮຽນ ຂອງນັກຮຽນ ປ.1 ປະຕິບັດໄດ້ 5,5 % (ຄາດໝາຍ 4%, ປີຜ່ານມາ 6,9% ); ອັດ ຕານັກຮຽນເຂົ້າຮຽນໃຫມ່ສຸດທິ ປ.1 ບັນລຸໄດ້ 99,6% (ຄາດ ໝາຍ 99,83%, ປີຜ່ານມາ 99%); ອັດຕາເຂົ້າຮຽນຂອງເດັກ 5 ປີ ໃນຊັ້ນການສຶກສາກ່ອນໄວຮຽນ ປະຕິບັດໄດ້ 84,4% (ຄາດ ໝາຍ 84,5% ປີຜ່ານມາ 84,1%); ອັດຕາຈົບຊັ້ນປະຖົມສຶກສາ (ອັດຕາເລື່ອນຂັ້ນ-ຈົບຊັ້ນປະຖົມ) ບັນລຸໄດ້ 94,6% (ຄາດໝາຍ 96,2%).
ຂະນະທີ່ຄາດໝາຍທີ່ບໍ່ບັນລຸ (ທົດຖອຍ) ມີ 4 ຄາດໝາຍດັ່ງນີ້: ອັດຕາເຂົ້າຮຽນໃໝ່ລວມ ຂັ້ນ ມ.4 ຊັ້ນມັດທະຍົມສຶກສາຕອນຕົ້ນ ປະຕິບັດໄດ້ 69,0% (ຄາດໝາຍ 78%); ປະຊາກອນໜຸ່ມຜູ້ປະລະການຮຽນ ແລະ ຜູ້ພາດໂອກາດຮຽນ ໃຫ້ໄດ້ບຳລຸງ ຜ່ານການສຶກສານອກໂຮງ ຮຽນ ແລະ ອົບຮົມວິຊາຊີບ ປະຕິບັດໄດ້ 988 ຄົນ (ຄາດໝາຍ 2.500 ຄົນ); ການຈັດສັນຄູຈາກບ່ອນທີ່ມີຄູເຫຼືອໄປໃສ່ບ່ອນທີ່ຄູບໍ່ພໍໃນທຸກຊັ້ນການສຶກສາສາຍສາມັນໃຫ້ບັນລຸໄດ້ 75 ຄົນ ປະຕິບັດໄດ້ 14 ຄົນ, ສືບຕໍ່ສົ່ງເສີມມວນຊົນທຸກເພດ, ທຸກໄວເຂົ້າຮ່ວມຫັດກາຍຍະບໍລິຫານ, ອອກ ກໍາລັງກາຍ ແລະ ການຫຼິ້ນກິລາເພື່ອສຸຂະພາບ, ເຂົ້າຮ່ວມການສ້າງຂະບວນການເຄື່ອນໄຫວຈັດກິດຈະກຳການແຂ່ງຂັນກິລາປະຈຳປີ, ກິລາວັນບຸນປະເພນີ ແລະ ກິລາວັນບຸນສໍາຄັນຕ່າງໆຂອງຊາດ ແລະ ສາກົນ ປະຕິບັດໄດ້ 29,76%.
ສາເຫດຂອງການປະລະການຮຽນ. ສໍາລັບສາເຫດພາຍໃນແມ່ນຄູສອນເຮັດໜ້າທີ່ການສິດສອນບໍ່ເຕັມສ່ວນ, ແຕ່ງບົດສອນບໍ່ຄົບຖ້ວນ, ບໍ່ໃກ້ສິດຕິດແທດນັກຮຽນ, ຂາດການຕິດ ຕາມການຮຽນຂອງນັກຮຽນ, ສອນນັກຮຽນແຕ່ດ້ານວິຊາການ ບໍ່ໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດຄຸນສົມບັດ ໃຫ້ແກ່ນັກ ຮຽນ, ບໍ່ໄດ້ໂຄສະນາໃຫ້ນັກຮຽນເຫັນຄວາມສໍາຄັນຂອງການສຶກ ສາເທົ່າທີ່ຄວນ, ບໍ່ມີວິທີຫຼາກຫຼາຍໃນການສ້າງແຮງຈູງໃຈໃຫ້ນັກ ຮຽນມາໂຮງຮຽນ, ຜູ້ບໍລິຫານການສຶກສາຂັ້ນແຂວງ, ຂັ້ນເມືອງບໍ່ທັນໄດ້ລົງຊຸກຍູ້ ແລະ ອື່ນໆ.
ສ່ວນສາເຫດພາຍນອກ ຄວາມທຸກຍາກຂອງປະຊາຊົນ ແລະ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດຈຶ່ງເຮັດໃຫ້ຜູ້ປົກ ຄອງບໍ່ສາມາດສົ່ງເສີມລູກເຂົ້າຮຽນໄດ້, ນັກຮຽນຈໍານວນໜຶ່ງຍົກຍ້າຍໄປນໍາຄອບຄົວເພື່ອຕັ້ງຖິ່ນຖານໃໝ່, ອອກໂຮງຮຽນສ້າງຄອບຄົວ, ເຮັດການຜະລິດຊ່ວຍຄອບຄົວ, ໄປອອກແຮງງານຮັບຈ້າງຫາເງິນ ແລະ ອື່ນໆ.
Cr: ຄຸດ ຄົນທໍາມະດາ





