ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດ ແລະ ອຸປະທູດຕ່າງປະເທດປະຈໍາລາວ

Jan 31, 2025

ໃນຕອນບ່າຍຂອງວັນທີ 31 ມັງກອນ 2025, ທີ່ ກະຊວງ ການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ກຣາຕາ ເອັນດາ ເວີຣດານິງຕຣຽສ໌ (Ambassador Grata Endah Werdaningtyas), ເອກອັກຄະລັດຖະທູດ ແຫ່ງ ສ. ອິນໂດເນເຊຍ ປະຈໍາ ສປປ ລາວ, ໂດຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືມິດຕະພາບອັນເປັນມູນເຊື້ອ ລະຫວ່າງສອງປະເທດຕະຫຼອດໄລຍະ 6 ທົດສະ ວັດທີ່ຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນທາງການທູດນໍາກັນ ໃນວັນທີ 30 ສິງຫາ 1957. ການພົວພັນ ແລະ ການຮ່ວມມືຂອງສອງປະເທດໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນເປັນກ້າວໆ, ຊຶ່ງສະແດງອອກໃນການແລກ ປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ.
ວ່າງບໍ່ດົນມານີ້, ໃນໂອກາດເດີນທາງເຂົ້າຮ່ວມ​ກອງ​ປະ​ຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ (AMM Retreat) ໃນ​ວັນທີ 19 ມັງກອນ 2025 ທີ່ ລັງກາວີ, ປະ​ເທດມາ​ເລ​ເຊຍ ກໍ່ໄດ້ພົບປະສອງຝ່າຍຮ່ວມກັບ ທ່ານ Sugiono, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ໂດ​ເນ​ເຊຍ, ເຊິ່ງສອງຝ່າຍ ໄດ້ເຫັນດີເປັນເອກະພາບໃນການສືບຕໍ່​ພັດທະນາ​ການຮ່ວມມືດ້ານເສດຖະກິດຂອງ​ສອງ​ປະ​ເທດ ທີ່ມີທ່າແຮງບົ່ມ​ຊ້ອນ ກໍຄືການຄ້າ ​ແລະ ການ​ລົງທຶນ, ໂດຍສະເພາະ ​ການທ່ອງທ່ຽວ, ກະສິ ກຳ, ອຸດສາຫະກຳ, ການ​ບໍລິການ ​ແລະ ອື່ນໆ.
​ເພື່ອສືບ​ຕໍ່​ ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ການ​ຮ່ວມ​ມື​ຢ່າງ​ໃກ້ຊິດ​, ໂດຍສະເພາະການເປັນປະທານຮ່ວມກອງປະ ຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ອິນໂດເນເຊຍ ຄັ້ງທີ 6 (JCBC-6) ຊຶ່ງຝ່າຍລາວຈະເປັນເຈົ້າພາບ ພາຍໃນປີ 2025 ໃນເວລາທີ່ສອງຝ່າຍມີຄວາມສະ ດວກ, ຊຶ່ງກອງປະຊຸມດັ່ງກ່າວ ແມ່ນ​ກົນ​ໄກ​ທີ່​ສຳຄັນ​ໃນ​ການຕິດ ຕາມ ແລະ ຊຸກຍູ້ການຮ່ວມມືຂອງສອງປະເທດໃຫ້ມີບາດກ້າວຂະຫຍາຍຕົວໃໝ່. ນອກ​ນັ້ນ, ສອງ​ຝ່າຍໄດ້ເຫັນດີເປັນເອກະ ພາບຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ໂດຍສະເພາະຂອບການຮ່ວມມືອາຊຽນ ແລະ ເວທີສະຫະປະຊາຊາດ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານລັດຖະມົນຕີ ທອງສະ ຫວັນ ພົມວິຫານ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂທມັດສ ລາມມາຣ໌ (Mr. Thomas Lammar), ອຸປະທູດ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ປະຈໍາ ສປປ ລາວ.
ໃນໂອກາດນີ້, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ທ່ານ ອຸປະທູດ ພ້ອມຄະນະ ແລະ ຕີລາສູງຕໍ່ການພົວພັນຮ່ວມມືອັນດີ ລະຫວ່າງ ສອງປະ ເທດ, ຊຶ່ງສະແດງອອກໃນການພົບປະແລກປ່ຽນຢ້ຽມຢາມຂອງການນໍາຂັ້ນສູງ, ພິເສດ ແມ່ນການຢ້ຽມຢາມທາງການ ສປປ ລາວ ຈໍານວນ 2 ຄັ້ງ ໃນປີ 2024 ຂອງ ທ່ານ ຊາວີເອ ເບັດແຕນລ໌ (Xavier Bettel), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຕ່າງປະເທດ, ລັດຖະມົນຕີຮ່ວມມື ເພື່ອການພັດທະນາ ແລະ ມະນຸດສະທໍາ ແຫ່ງ ຣາຊະອາ ນາຈັກ ລຸກຊໍາບວກ, ພ້ອມທັງໄດ້ລົງ​ນາມຮ່ວມ ສົນທິສັນຍາ​ມິດ ຕະພາບ ​ແລະ ການ​ຮ່ວມ​ມື​ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (TAC) ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ທີ່ ນະ ຄອນຫຼວງວຽງຈັນ. ​ພ້ອມກັນນີ້, ທ່ານລັດຖະມົນຕີ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈຢ່າງ​ຈິງ​ໃຈ ມາ​ຍັງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ລຸກ​ຊຳ​ບວກ ທີ່​ໄດ້​ໃຫ້​ການ​ຮ່ວມ​ມື ແລະ ສະໜັບສະໜູນການພັດທະ ນາໃຫ້ແກ່ ສປປ ລາວ ໃນຫຼາຍຂະແໜງການ ເຊັ່ນ: ສາທາລະນະ ສຸກ, ການສຶກສາ, ພັດທະນາຊັບພະຍາກອນມະນຸດ, ພັດທະນາຊົນນະບົດ, ດ້ານອຸດສາຫະກຳທ່ອງທ່ຽວ-ໂຮງແຮມ ແລະ ການບໍລິການ, ດ້ານການເງິນ-ທະນາຄານ ແລະ ດ້ານພັດທະນາພື້ນ ຖານໂຄງລ່າງຂອງພາກລັດ.
ນອກ​ນັ້ນ, ສອງ​ຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ແລກ ປ່ຽນການຢ້ຽມຢາມ, ສືບຕໍ່ຊຸກຍູ້ການສົ່ງເສີມການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ທັງ​ໃນເວທີພາກພື້ນ ແລະ ສາກົນ ເພື່ອ​ເປັນ​ການ​ສົ່ງ​ເສີມ​ການ​ພົວ​ພັນ​ຮ່ວມ​ມື​ຂອງ​ສອງ​ປະເທດ ໃຫ້​ໄດ້​ຮັບ​ການ​ພັດ​ທະ​ນາ​ຂຶ້ນ​ເປັນ​ກ້າວໆ.