ໃນຕອນບ່າຍ ວັນທີ 31 ມັງກອນ 2025 ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມ ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປີ 2024 ແລະ ທິດທາງແຜນການ ປີ 2025; ມີທ່ານ ລິນຄໍາ ດວງສະຫວັນ, ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ບັນດາທ່ານ ລັດຖະມົນຕີ, ຜູ້ຕາງໜ້າສະພາແຫ່ງຊາດ, ທ່ານ ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ພະນັກງານຫຼັກແຫຼ່ງ ກະຊວງກະສິກຳ ແລະ ປ່າໄມ້, ຜູ້ຕາງໜ້າພະແນກກະສິກໍາ ແລະ ປ່າໄມ້ ປະຈໍາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ລິນຄໍາ ດວງສະຫວັນ, ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ລາຍງານໃຫ້ຊາບກ່ຽວກັບຜົນການດໍາເນີນກອງປະຊຸມຄັ້ງນີ້ ເຫັນວ່າກອງປະຊຸມໄດ້ຮັບຟັງການລາຍງານ, ປະກອບຄໍາເຫັນ ແລະ ເປັນເອກະພາບຕໍ່ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃນປີຜ່ານມາ ໂດຍສະເພາະຜົນສຳເລັດອັນພົ້ນເດັ່ນ, ຂໍ້ຄົງຄ້າງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ມາດຕະການ ແລະ ວິທີແກ້ໄຂ ເພື່ອເປັນພື້ນຖານແກ່ການຈັດຕັ້ງປະຕິບັດວຽກງານ ທີ່ກຳນົດໄວ້ໃນທິດທາງແຜນການ ປີ 2025 ໃຫ້ບັນລຸຄາດໝາຍ ແລະ ມີຜົນສໍາເລັດຫຼາຍຂຶ້ນກວ່າເກົ່າ; ໄດ້ຮັບຟັງການລາຍງານ ແລະ ປະກອບຄໍາເຫັນ ຈາກບັນດາກົມວິຊາການຂອງກະຊວງກະສິກໍາ ແລະ ປ່າໄມ້ ແລະ ບັນດາກະຊວງທີ່ກ່ຽວຂ້ອງ ລວມທັງ ໝົດ 13 ຫົວຂໍ້ ເປັນຕົ້ນ ລາຍງານຂະບວນການສົ່ງເສີມການຜະລິດ; ການຄຸ້ມຄອງການສົ່ງອອກ-ນໍາເຂົ້າສິນຄ້າກະສິກໍາ ຢູ່ບັນດາດ່ານ; ນະໂຍບາຍສົ່ງເສີມການຜະລິດກະສິກໍາ-ປ່າໄມ້; ການອຳນວຍຄວາມສະດວກການເຂົ້າເຖິງສິນເຊື່ອດອກເບ້ຍທີ່ເໝາະ ສົມຂອງສະຫະກອນ, ກຸ່ມຜະລິດ ແລະ ຜູ້ປະກອບການຂະໜາດນ້ອຍ ແລະ ກາງ…;
ພ້ອມກັນນັ້ນ, ທ່ານ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຍັງໄດ້ສະເໜີໃຫ້ຊາບ ກ່ຽວກັບບັນດາເນື້ອໃນສໍາຄັນ ທີ່ກອງປະຊຸມໄດ້ຕົກລົງຮ່ວມກັນ ແລະ ຈະຕ້ອງພ້ອມກັນໄດ້ສຸມໃສ່ປະຕິບັດໃນປີ 2025.
ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດ ແລະ ຄວາມຮັບຜິດຊອບ ຂອງພະນັກງານ-ລັດຖະກອນ ທົ່ວຂະແໜງ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ທີ່ສາມາດປະຕິບັດໄດ້ໃນປີຜ່ານມາ; ໄດ້ຍົກໃຫ້ເຫັນຄວາມພະຍາຍາມ ແລະ ເອົາໃຈໃສ່ ຂອງສູນກາງພັກ, ລັດຖະບານ ແລະ ອົງການປົກຄອງທຸກຂັ້ນ ໃນການແກ້ໄຂບັນຫາຄວາມຫຍຸ້ງ ຍາກໃນຊຸມປີຜ່ານມາ ເປັນຕົ້ນ ບັນຫາເສດຖະກິດ-ການເງິນ, ບັນຫາແຮງງານ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ຢູ່ພາກພື້ນ ແລະ ສາກົນ, ບັນດາວຽກງານ ແລະ ເຫດການສໍາຄັນ ໃນປີ 2025 ເປັນຕົ້ນ ການກະ ກຽມ ແລະ ສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດ, ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ອື່ນໆ.
ອັນສໍາຄັນ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2025 ເຊິ່ງຖືວ່າເປັນແຜນ “ບຸກບືນສູ້ຊົນສູງສຸດ”; ສູ້ຊົນປະຕິບັດບັນດາຄາດໝາຍໃຫຍ່ຂອງຂະແໜງການກະສິກໍາ ແລະ ປ່າໄມ້ ໃຫ້ບັນລຸຕາມແຜນກຳນົດໄວ້; ສຸມໃສ່ຊຸກຍູ້ການຜະລິດກະກຳເປັນສິນຄ້າ ເພື່ອສະໜອງໃຫ້ພາຍໃນໃຫ້ພຽງພໍ ແລະ ສົ່ງອອກ ໂດຍເລັ່ງຊຸກຍູ້ສົ່ງເສີມສິນຄ້າກະສິກຳ-ລ້ຽງສັດ ທີ່ໄດ້ມີສັນຍາກັບປະເທດຄູ່ການຄ້າແລ້ວ; ສຸມໃສ່ປັບປຸງມາດຕະຖານ ແລະ ຄຸນນະພາບສິນຄ້າກະສິກໍາ, ລວມທັງ ແນວພັນພືດ, ແນວພັນສັດ ໃຫ້ມີຄຸນນະພາບ ແລະ ມີປະລິມານພຽງພໍ; ສຸມໃສ່ຂະຫຍາຍໂຮງງານຫົວອາຫານສັດ, ໂຮງງານຜະລິດຝຸ່ນປຸ໋ຍ, ປັບປຸງເຕັກນິກ ແລະ ເຄື່ອງມື-ກົນຈັກການຜະລິດ ໃຫ້ພຽງພໍ ແລະ ມີຄຸນນະພາບ ເຊິ່ງໃນຕໍ່ໜ້າ ພະນັກງານກະສິກຳເມືອງ ຕ້ອງໄດ້ແນະນໍາປະຊາຊົນຜະລິດຕົວຈິງ; ຮີບຮ້ອນກຳນົດບັນຊີລາຍການສິນຄ້າກະສິກໍາ ທີ່ພວກເຮົາຈະຜະລິດ ເພື່ອທົດແທນການນໍາເຂົ້າ, ຫຼຸດຜ່ອນການໄຫຼອອກຂອງເງິນຕາ; ສຸມໃສ່ປັບປຸງ ແລະ ພັດທະນາໂຄງລ່າງພື້ນຖານການຜະລິດ ແລະ ເຕັກນິກ ເປັນຕົ້ນ ໂຮງອົບ, ໂຮງຄັດເມັດ, ລານຕາກ, ຫ້ອງວິໄຈ ໂດຍຊຸກຍູ້ສົ່ງເສີມໃຫ້ຜູ້ປະກອບການເອກະຊົນມີສ່ວນຮ່ວມ ໃຫ້ແຂງແຮງກວ່າເກົ່າ; ສຸມໃສ່ຈັດສັນເນື້ອທີ່ການຜະລິດກະສິກໍາໃຫ້ລະອຽດ ແລະ ຊັດເຈນ ໂດຍອີງໃສ່ເງື່ອນໄຂທາງດ້ານທຳມະຊາດ ແລະ ທ່າແຮງຂອງແຕ່ລະເຂດ, ທັງໃຫ້ມີມາດຕະການຄຸ້ມຄອງເນື້ອທີ່ການຜະລິດກະສິກຳ ແລະ ລະບົບຊົນລະປະທານ ໃຫ້ມີຄວາມຍືນຍົງ; ເອົາໃຈໃສ່ຄຸ້ມຄອງ ແລະ ປົກປັກ ຮັກສາເນື້ອທີ່ປ່າໄມ້ເຂດ 3 ປະເພດປ່າ ໂດຍໃຫ້ເລັ່ງສໍາຫຼວດ ແລະ ກໍານົດຂອບເຂດປ່າຄືນໃໝ່ໃຫ້ຊັດເຈນ ແລະ ແທດກັບຕົວຈິງ; ໃຫ້ຊຸກຍູ້ສົ່ງເສີມພາກເອກະຊົນລົງທຶນປູກ ແລະ ຟື້ນຟູປ່າໄມ້ ດ້ວຍຮູບແບບຫັນເປັນໂຄງການສິນເຊື່ອກາກບອນ, ຮູບແບບຕິດພັນກັບການທ່ອງທ່ຽວທຳມະຊາດ ໂດຍໃຫ້ຄົ້ນຄວ້າຄືນ ນະໂຍບາຍການເກັບຄ່າສໍາປະທານໃນກິດຈະກຳທີ່ລັດສົ່ງເສີມ; ຊຸກຍູ້ສົ່ງເສີມທຸກພາກສ່ວນໃນສັງຄົມ ປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະ ການລົງທຶນຂອງພາກເອກະຊົນ ເພື່ອສ້າງວຽກເຮັດງານທຳ ແລະ ລາຍໄດ້ໃຫ້ປະຊາຊົນກັບທີ່; ສືບຕໍ່ຈັດຕັ້ງປະຕິບັດກິດຈະກຳຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ໂຄງການທຶນຊ່ວຍເຫຼືອທາງການ ເພື່ອພັດທະນາສຳເລັດຕາມແຜນກຳນົດໄວ້; ສືບຕໍ່ຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ 3 ສ້າງໃຫ້ເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາຫຼາຍຂຶ້ນ; ສືບຕໍ່ຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ນິຕິກຳໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢ່າງແຂງແຮງ, ມີປະສິດທິພາບ ແລະ ປະສິດທີຜົນຢ່າງແທ້ຈິງ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ






