ວັນທີ 30 ເດືອນມັງກອນ ປີ 2025, ທີ່ເດີນໜ້າຫ້ອງວ່າການເມືອງລອງ, ທ່ານ ອານຸສອນ ມະນີສຸກ ຮອງຫົວໜ້າຫ້ອງວ່າການແຂວງຫລວງນໍ້າທາ ພ້ອມດ້ວຍຄະນະ ໄດ້ມອບເຄື່ອງບໍລິໂພກ-ອຸປະໂພກ ໃຫ້ແກ່ຄອບຄົວທີ່ປະສົບໄພນໍ້າຖ້ວມ.
ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ແມ່ນໄດ້ຮັບມາຈາກຄະນະພະສົງຂັ້ນສູນກາງ ແລະ ຫ້ອງວ່າການແຂວງ, ເຊິ່ງລວມມີ ຜ້າຫົ່ມຈໍານວນ 500 ຜືນ, ປື້ມຂຽນ 6 ເປົາ, ບິກ ແລະ ສໍ 1 ເປົາ, ຖັງນໍ້າໃຫ່ຍຂະໜາດ1000ລິດ 8 ໜ່ວຍ, ໝີ່ໄວໆ 4 ແກັດໃຫ່ຍ, ຊຸດຖ້ວຍບ່ວງ 36 ຊຸດ ແລະ ຖົງມ້າດາວ 4 ຖົງໃຫ່ຍ , ຜ້າເຊັດໜ້າ 70 ຜືນ, ເສື້ອກັນໜາວ 70 ຜືນ, ໝອນອີງ 15 ໜ່ວຍ, ຜ້າປູລາຍບາງຂອງຈີນ 54 ຜືນ, ເສື້ອຢືດລາຍສີຂາວ 167 ຜືນ, ເຄືອງໃຊ້ຄົວເຮືອນແກັດນ້ອຍ ແລະ ແກັດຢາງສີແດງ 10ແກັດ 10 ຜືນ, ເຄື່ອງຄົວເຮືອນແກັດໃຫ່ຍ 17 ຊຸດ, ໝໍ້ຫຸງເຂົ້າ 20 ໜ່ວຍ, ຜ້າເສື່ອທອນ 20 ຜືນ, ເສື້ອກັນໜາວໃຫ່ຍສີຟ້າ ແລະ ສີຕັບໝູຈໍານວນ 30 ຜືນ, ມຸ້ງມົນອິນເດຍ 200 ຜືນ, ຜ້າຫົ່ມໃຫ່ຍ 42 ຜືນ, ໝອນ 170 ໜ່ວຍ, ເສື້ອກັນໜາວ 70 ຜືນ.
Cr: ເຂັມຄໍາ ຄອນມະນີ





