ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

Jan 31, 2025

ວັນທີ 31 ມັງກອນ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອລົມຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຈັດຂຶ້ນຢູ່ກະຊວງດັ່ງກ່າວ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄໍາເຫັນແລກປ່ຽນ ແລະ ເນັ້ນຕື່ມບາງວຽກງານ ດັ່ງນີ້:
1). ວຽກທີ່ດິນ: ໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 026/ຄບສພ ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່ໃຫ້ມີຜົນສໍາເລັດ, ສູ້ຊົນຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນອອກໃບຕາດິນໃຫ້ບັນລຸຕົວເລກຄາດໝາຍ 300,000 ຕອນ ໃນປີ 2025, ຮີບຮ້ອນຈັດຕັ້ງປະຕິບັດມະຕິ ສະບັບເລກ ທີ 57/ຄປຈ ວ່າດ້ວຍການພິຈາລະນາຮັບຮອງການຮັບຮູ້ສິດນໍາໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້ໃຫ້ມີປະສິດທິຜົນ, ເອົາໃຈໃສ່ຈັດຕັ້ງປະຕິບັດແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ 2030 ໂດຍຈັດສັນທີ່ດິນໃຫ້ໄດ້ຕາມເປົ້າໝາຍ (ເນື້ອທີ່ດິນທີ່ຈະສະຫງວນ ແລະ ອະນຸລັກໃຫ້ໄດ້ 70% ແລະ ເນື້ອທີ່ດິນທີ່ຈະນໍາໃຊ້ ແລະ ພັດທະນາ 30%); ເພີ່ມທະວີການປະສານສົມທົບກັບບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນສ້າງແຜນຈັດສັນທີ່ດິນຂັ້ນເມືອງ ແລະ ບ້ານ ໃຫ້ສໍາເລັດໃນຂອບເຂດທົົ່ວປະເທດ ເພື່ອໃຫ້ມີຂໍ້ມູນທີ່ດິນແຕ່ລະປະເພດຢ່າງລະອຽດ ແລະ ເປັນບ່ອນອີງໃນການຂຶ້ນທະບຽນອອກໃບຕາດິນ, ເກັບອາກອນທີ່ດິນປະຈໍາປີ; ໃຫ້ສືບຕໍ່ແກ້ໄຂບັນຫາປະກົດການຫຍໍ້ ແລະ ຫາງສຽງປະຊາຊົນກ່ຽວກັບວຽກງານທີ່ດິນ…
2) ວຽກສິ່ງແວດລ້ອມ: ໃຫ້ເອົາໃຈໃສ່ປັບປຸງລະບົບ ແລະ ສ້າງກົນໄກເພື່ອປ້ອງກັນ, ຫຼຸດຜ່ອນ ແລະ ແກ້ໄຂບັນຫາມົນລະພິດຕ່າງໆ ໂດຍສ້າງໃຫ້ມີການຫັນປ່ຽນແທ້ ແລະ ມີຕົວຊີ້ວັດທີ່ຊັດເຈນ; ໃຫ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດວຽກງານການຄຸ້ມຄອງສິ່ງເສດເຫຼືອຢ່າງເອົາຈິງເອົາຈັງ ໂດຍສະເພາະ ສິ່ງເສດເຫຼືອປຣາດສະຕິກ ໂດຍຫຼຸດຜ່ອນການນໍາໃຊ້ ປຣາດສະຕິກຄັ້ງດຽວຖິ້ມ ແລະ ຫັນມານໍາໃຊ້ຜະລິດຕະພັນທົດແທນ; ປະສານສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອແກ້ໄຂບັນຫາມົນລະພິດໝອກຄວັນ ແລະ ໄຟໄໝ້ປ່າ ຢ່າງຈິງຈັງ ແລະ ມີຮູບປະທໍາ ພ້ອມນັ້ນ ກໍສົມທົບກັບປະເທດໃກ້ຄຽງ (ໂດຍສະເພາະ ປະເທດໄທ ແລະ ມຽນມາ ທີ່ນາຍົກທັງ 3 ປະເທດ ໄດ້ຕົກລົງກັນ) ເພື່ອສ້າງ ແລະ ຈັດຕັ້ງປະຕິບັດແຜນດໍາເນີນງານຮ່ວມກັນໃຫ້ມີປະສິດທິຜົນ, ສົ່ງເສີມເສດຖະກິດໝູນວຽນ ໃຫ້ເປັນຮູບປະທໍາ ເພື່ອນໍາໃຊ້ຊັບພະຍາກອນຢ່າງມີປະສິດທິຜົນ ແລະ ຫຼຸດຜ່ອນບັນຫາສິ່ງເສດເຫຼືອ…
3) ວຽກການຄຸ້ມຄອງການປ່ຽນແປງດິນຟ້າອາກາດ: ຕ້ອງເອົາໃຈໃສ່ປະຕິບັດຢ່າງເອົາຈິງ ເອົາຈັງ ບັນດາພັນທະຂອງສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ (UNF CCC), ສົນທີສັນຍາ ແລະ ສັນຍາທີ່ກ່ຽວຂ້ອງທີ່ ສປປ ລາວ ເຂົ້າເປັນພາຄີ ລວມທັງ ປະຕິບັດຄາດໝາຍໝັ້ນ ທີ່ລັດຖະບານໄດ້ສະເໜີຕໍ່ບັນດາກອງປະຊຸມຂອງປະເທດສະມາຊິກ ໂດຍສະເພາະ COP29 ໂດຍຫັນເປັນແຜນງານ, ແຜນການ, ໂຄງການ ແລະ ນິຕິກໍາລະອຽດ ແລະ ເພີ່ມທະວີການປະສານສົມທົບກັບບັນດາກະຊວງຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກເອກະຊົນ ເພື່ອຮ່ວມກັນປະຕິບັດຍຸດທະສາດ ແລະ ແຜນງານທີ່ມີແລ້ວໃຫ້ປະກົດຜົນເປັນຈິງ; ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃນການສ້າງຄວາມທົນທານ ແລະ ປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໂດຍໃຫ້ມີການສຶກສາຄວາມສ່ຽງ, ວາງແຜນປ້ອງກັນ, ແກ້ໄຂ ແລະ ຟື້ນຟູໄພພິບັດໃຫ້ທັນກັບສະພາບການ; ສິ່ງສໍາຄັນຕ້ອງໄດ້ຍົກລະດັບຄວາມເຂົ້າໃຈ ແລະ ສ້າງຈິດສໍານຶກວຽກງານດັ່ງກ່າວ ໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ຫຼາຍຂຶ້ນກວ່າເກົ່າ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ…
4) ວຽກຊັບພະຍາກອນນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ: ໃຫ້ຄົ້ນຄວ້າກົນໄກການຄຸ້ມຄອງນໍ້າ ໃຫ້ຊັດເຈນ ລະຫວ່າງ ຂະແໜງການທີ່ນໍາໃຊ້ນໍ້າ ເພື່ອຄວາມເອກະພາບ ແລະ ມີການຈັດສັນນໍ້າຢ່າງເໝາະສົມ ເຊັ່ນ: ນໍ້ານໍາໃຊ້ເຂົ້າໃນການອຸປະໂພກ ແລະ ບໍລິໂພກ, ການຜະລິດກະສິກໍາ ປູກຝັງ, ລ້ຽງສັດ, ຊົນລະປະທານ, ການປະມົງ, ອຸດສາຫະກໍາ, ຜະລິດໄຟຟ້າ, ການທ່ອງທ່ຽວ ແລະ ອື່ນໆ; ສົມທົບ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອປົກປັກຮັກສາແຫຼ່ງນໍ້າ ໂດຍສະເພາະ ປ່າຍອດນໍ້າ ພ້ອມທັງຄົ້ນຄວ້ານໍາໃຊ້ທ່າແຮງຈາກນໍ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢ່າງມີປະສິດທິຜົນ ແລະ ຍືນຍົງ; ສຸມໃສ່ການຈັດຕັ້ງປະຕິບັດບັນດາແຜນຄຸ້ມຄອງອ່າງຮັບນໍ້າຂະໜາດໃຫຍ່ ທີ່ໄດ້ຮັບຮອງແລ້ວໃຫ້ມີປະສິດຜົນ ພ້ອມທັງສືບຕໍ່ສ້າງແຜນຄຸ້ມຄອງອ່າງນໍ້າຂະໜາດກາງ ໃຫ້ສໍາເລັດຕາມຄາດໝາຍ…
5) ສໍາລັບວຽກງານອື່ນໆ ກໍ່ໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍ ແລະ ວຽກງານຈຸດສຸມ ຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໃນທ້າຍສະໄໝ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈໍາປີ 2025 ສົມທົບກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ການເຕີບໂຕສີຂຽວທີ່ຕິດພັນກັບຄວາມຮັບຜິດຊອບຂອງ ຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.