ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບໂຄງການກໍ່ສ້າງໂຮງໝໍຊຸມຊົນເມືອງປາກລາຍ

Jan 31, 2025

ວັນທີ 30 ມັງກອນ 2025 ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງໂຮງໝໍຊຸມຊົນ ເມືອງປາກລາຍ ຫຼັງໃໝ່ຂື້ນຢ່າງເປັນທາງການ ໂດຍມີ ດຣ ບຸນແຝງ ພຸມມະໄລສິດ, ລັດຖະມັນຕີກະຊວງສາທາລະນະສຸກ, ທ່ານ ອາເມ ຊົງເຍ້ຽເລັ່ງ ຫົວໜ້າຄະນະໂຄສະ ນາອົບຮົມແຂວງໄຊຍະບູລີ, ຕະຫຼອດຮອດພະນັກງານ-ລັດຖະກອນຫ້ອງການສາທາ ລະນະສຸກ ແລະ ໂຮງໝໍຊຸມຊົນເຂົ້າຮ່ວມ.
ໂຄງການດັ່ງກ່າວປະກອບມີທັງໝົດມີ 14 ວຽກຫຼັກຕາມສັນຍາ, ວຽກທີ່ຕັດອອກຈາກໃບປະເມີນ 3 ໜ້າວຽກ, ວຽກທີ່ດັດແກ້ຈາກໃບປະເມີນມີ 2 ໜ້າວຽກ ແລະ ວຽກເພີ່ມຈາກສັນຍາມີ 5 ໜ້າວຽກ ລວມມູນຄ່າໂຄງການຕາມສັນຍາທັງໝົດແມ່ນ 13.555.223.363 ຊື່ງໄດ້ຮັບທຶນໃນການກໍ່ສ້າງຈາກກະຊວງສາທາລະນະສຸກ ໂດຍເລີ່ມລົງມືກໍ່ສ້າງນັບຕັ້ງແຕ່ວັນທີ 15 ພະຈິກ 2021 ຈົນເຖິງວັນທີ 28 ຕຸລາ 2024 ໄດ້ສໍາເລັດໜ້າວຽກຕາມສັນຍາ 100%.