ສະຫະພັນກໍາມະບານລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 1 ກຸມພາ ປີ 1956 ຢູ່ເຂດທີ່ຫມັ້ນຂອງການປະຕິວັດແຂວງຫົວພັນ ຕາມການຕົກລົງເຫັນດີຂອງສູນກາງພັກ ຊຶ່ງຖືເປັນເຫດການການເມືອງທີ່ມີຄວາມໝາຍປະຫວັດສາດສໍາຄັນໜຶ່ງຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ.
ເມື່ອຫວນຄືນມູນເຊື້ອປະຫວັດສາດແຫ່ງການກໍາເນີດ ແລະເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງກໍາມະບານລາວ ຕະຫຼອດໄລຍະ 69 ປີ ໃນການປະຕິບັດພາລະກິດອັນໃຫຍ່ຫຼວງທີ່ພັກປະຊາຊົນ ປະຕິວັດລາວ ມອບໝາຍໃຫ້ໃນຖານະເປັນອົງການຕົວແທນແຫ່ງການປົກປ້ອງ, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງກໍາມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າ.
ພວກເຮົາມີຄວາມເອກອ້າງທະນົງໃຈຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 69 ປີ ແຫ່ງການຕໍ່ສູ້ຍາດເອົາເອກະລາດ, ອິດສະລະພາບ ກໍຄືໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາໂດຍກົງ ແລະ ຮອບດ້ານຂອງພັກປະຊາຊົນປະຕິວັດລາວ, ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານທີ່ຖືກກົດຂີ່ຂູດຮີດແຮງງານ, ເປັນຂີ້ຂ້າມ້າຕ່າງຂອງຈັກກະພັດ ແລະ ລູກແຫລ່ງຕີນມືໃນເມື່ອກ່ອນ. ກໍາມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າໄດ້ຮັບການປົດປ່ອຍ ໄດ້ກາຍເປັນຜູ້ທີ່ມີອິດສະລະພາບ ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາລະບອບໃໝ່ຂອງລາວ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ສ້າງປະຖົມປັດໄຈກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ.
ອົງການຈັດຕັ້ງກໍາມະບານ ແມ່ນເປັນອົງການຈັດຕັ້ງມະຫາຊົນຂອງພັກ ຍາມໃດກໍ່ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ລະບອບໃໝ່ຂອງພວກເຮົາ ໂດຍບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຂອງໂລກ ທີ່ຜັນແປຢ່າງສະລັບຊັບຊ້ອນ ແລະ ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງກໍາມະກອນ, ແຕ່ອົງການຈັດຕັ້ງກໍາມະບານໄດ້ຕັ້ງໜ້າຈັດຕັ້ງປະຕິບັດ ແນວທາງການປ່ຽນແປງໃໝ່ຢ່າງຮອບດ້ານຂອງພັກ ເປັນຕົວແທນແຫ່ງສິດ, ຜົນປະໂຫຍດອັນຊອບທໍາຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ; ໄດ້ເຮັດໜ້າທີ່ໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານໃຫ້ປະຕິບັດຕາມແນວທາງປ່ຽນແປງໃໝ່ຂອງພັກ, ມີຄວາມສາມັກຄີ, ມີລະບຽບວິໄນໃນການອອກແຮງງານ.
ພ້ອມນັ້ນ, ພວກເຮົາຍັງໄດ້ເອົາໃຈໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ; ກໍ່ສ້າງບໍາລຸງສະມາຊິກກໍາມະບານໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້, ຄວາມສາມາດທາງດ້ານເຕັກນິກວິທະຍາສາດ, ສີມືແຮງງານທີ່ດີ ເຂົ້າໃນການພັດທະນາຕາມທິດສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ປັບປຸງຂະຫຍາຍການຈັດຕັ້ງຂອງຕົນໃຫ້ໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ ໂດຍມີເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ເພື່ອຝຶກຝົນຕົນເອງ.
ມາຮອດໃນປັດຈຸບັນນີ້, ສະຫະພັນກໍາມະບານລາວ ປະກອບມີ 39 ສະຫະພັນກໍາມະບານກະຊວງ ແລະ ອົງການ, ມີ 18 ສະຫະພັນກໍາມະບານແຂວງ, ນະຄອນຫຼວງວຽງຈັນ, ມີ 3 ສະຫະພັນກໍາມະບານນະຄອນ ແລະ ມີ 145 ສະຫະພັນກໍາມະບານເມືອງ; ໃນທົ່ວປະເທດມີສະມາຊິກກໍາມະບານ ທັງໝົດ 208.883 ຄົນ.
ສິ່ງທີ່ພົ້ນເດັ່ນອີກຢ່າງໜຶ່ງແມ່ນ ສະຫະພັນກໍາມະບານ ກໍຄື ສູນກາງສະຫະພັນກຳມະບານລາວ ໄດ້ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຄົ້ນຄ້ວາປັບຂຶ້ນຄ່າແຮງງານຂັ້ນຕໍ່າມາແລ້ວຫຼາຍຄັ້ງ ເພື່ອຊ່ວຍປັບປຸງຊີວິດການເປັນຢູ່ໃຫ້ແຮງງານທີ່ມີລາຍຮັບຕໍ່າ ນັບມື້ດີຂຶ້ນກວ່າເກົ່າ ເຮັດໃຫ້ປັດຈຸບັນ ຄ່າແຮງງານຂັ້ນຕໍ່າຢູ່ລາວໄດ້ຮັບການປັບປຸງມາຢູ່ທີ່ 2,5ລ້ານກີບ.
ປີ 2025 ນີ້, ເປັນປີສຸດທ້າຍຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 9 ຂອງລັດຖະບານ ແລະ ເປັນປີກ້າວເຂົ້າສູ່ ການກະກຽມດໍາເນີນກງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ 9. ປະເທດເຮົາ ຍັງຈະສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນ: ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເງິນກີບອ່ອນຄ່າ, ລາຄາສິນຄ້າແພງ, ບັນ ຫາຄວາມສ່ຽງຈາກໄພພິບັດ ແລະ ອື່ນໆ ເຊິ່ງຈະກະທົບຕໍ່ການດຳລົງຊີວິດຂອງສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າຢ່າງຫລີກລ້ຽງບໍ່ໄດ້.
ດັ່ງນັ້ນ, ໃນໂອກາດວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ ໃນປີນີ້, ເຊິ່ງເປັນວັນທີ່ມີຄວາມໝາຍ ແລະ ສໍາຄັນຂອງກໍາມະບານລາວ ກໍຄື ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ເຮັດໃຫ້ລຸ້ນສືບທອດໄດ້ຮັບຮູ້ ແລະ ເຂົ້າໃຈເຖິງມູນເຊື້ອແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກໍາມະບານລາວ ໂດຍຕິດພັນກັບການສະເຫຼີມສະຫຼອງສາມວັນປະຫັວດສາດ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິບັດລາວ ວັນທີ 22 ມີນາ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ວັນທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ວັນທີ 13 ທັນວາ ຄົບຮອບ 105 ປີ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ.
ຂໍຮຽກຮ້ອງມາຍັງສະຫະພັນກຳມະບານລາວແຕ່ລະຂັ້ນ ຕ້ອງໄດ້ສູ້ຊົນບຸກບືນສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ກ່ອນອື່ນຕ້ອງຄົ້ນຄວ້າ ພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການຜະລິດຕາມມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ; ຈົ່ງປຸ້ມລຸມຄວາມສາມັກຄີອັນເປັນປຶກແຜ່ນພາຍໃຕ້ການນໍາພາຂອງພັກ, ສູ້ຊົນບຸກບືນພັດທະນາຕົນເອງ, ພັດທະນາປະເທດຊາດ ໃຫ້ຈະເລີນຮັ່ງມີ, ຮັກສາມູນເຊື້ອທາດແທ້ ແລະ ອຸດົມການສັງຄົມນິຍົມ ກໍຄື ຊົນຊັ້ນກຳມະກອນ.
ໃນນັ້ນ ສໍາຄັນທີ່ສຸດແມ່ນການໂຄສະນາສຶກສາອົບຮົມກຳມະກອນ ແລະ ຊາວຜູ້ອອກແຮງງານໃຫ້ສຸມໃສ່ການບຳລຸງ, ເສີມຂະຫຍາຍປັດໄຈທີ່ຕັ້ງໜ້າ, ເດັດຂາດຕໍ່ສູ້ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ຝືນກັບຄຸນສົມບັດຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃຫ້ໄດ້, ປຸກລະດົມການຈັດຕັ້ງຂໍ້ແຂ່ງຂັນ 5 ເປັນເຈົ້າໃຫ້ດີ, ທັງເປັນເຈົ້າການເບິ່ງແຍງຊີວິດການເປັນຢູ່ ແລະ ລົບລ້າງຄວາມທຸກຍາກໃນຖັນແຖວກຳມະກອນ ແລະ ຊາວຜູ້ອອກແຮງງານຕາມທີ່ພັກ-ລັດ ມອບໝາຍໃຫ້ໃຫ້ໄດ້ຮັບຜົນສໍາເລັດດີເທົ່າທີ່ຄວນ ເພື່ອສ້າງ: “ກຳມະບານລາວ ເຂັ້ມແຂງ ທັນສະໄໝ ສາມັກຄີ ມີວິໄນ ແລະ ນໍ້າໃຈສາກົນກຳມະຊີບ”.
ນໍ້າໃຈວັນທີ 1 ກຸມພາ ໝັ້ນຍືນ!
ບົດ: ບຸນຕຽງ ຈັນທະວົງ



