ວັນທີ 30-31 ມັງກອນ 2025, ເມືອງອຸທຸມພອນ, ແຂວງສະ ຫວັນນະເຂດ ໄດ້ຈັດງານເທສະການບຸນກອງເຂົ້າໃຫຍ່ປະຈໍາປີຂື້ນຢ່າງເປັນທາງການ ທີ່ເດີ່ນຫ້ອງວ່າການເມືອງ.
ທ່ານ ໂພໄຊ ອິນທະວົງສາ ຮອງເລຂາພັກເມືອງອຸທຸມພອນ ໃຫ້ຮູ້ວ່າ: ການຈັດງານຄັ້ງນີ້ ເພື່ອອະນຸລັກປົກປັກຮັກສາວັດທະ ນະທໍາຮີດຄອງປະເພນີອັນດີງາມໄວ້ໃຫ້ຮຸ້ນລູກ ຮຸ້ນຫຼານໄດ້ສຶບທອດຕໍ່ໆໄປ,ພ້ອມທັງເປັນການເຕົ້າໂຮມຄວາມສາມັກຄີກໍາລັງແຮງຂອງສັງຄົມໃນທົ່ວເມືອງ,ອີກຢ່າງກໍ່ເພື່ອສະແດງຄວາມຍິນດີຕ້ອນຮັບ ພຣະອາຈານ ສິດດາ ເຈົ້າອະທິການວັດໃຫຍ່ຫຼັກເມືອງອົງໃໝ່.
ພາຍໃນງານມີຫຼາຍກິດຈະກໍາ ເປັນຕົ້ນ: ການສະແດງສິລະປະ -ວັນະຄະດີນັກຮຽນຈາກໂຮງຮຽນ ມັດທະຍົມຕອນປາຍເຊໂນ ແລະ ຂະບວນກອງຕຸ້ມ-ກອງຫາງຈາກ ກຸ່ມບ້ານທົ່ງ-ນາ ແລະ ຂະ ບວນຟ້ອນບ້ານອຸດົມມີໄຊ ແລະ ອື່ນໆ.
Cr: ບຸນຊູ ພົມມະເທບ







