ວັນທີ 29 ມັງກອນ 2025, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມພົົບປະຂອງ ທ່ານ Jean Gabriel Duss ຫົວໜ້າຫ້ອງການອົງການຮ່ວມມືເພື່ອການພັດທະນາແຫ່ງປະເທດສະວິດ ປະຈໍາພາກພື້ນແມ່ນໍ້າຂອງ ແລະ ທ່ານ Alex Kremer ຫົວໜ້າຄະນະບໍລິຫານ ຫ້ອງ ການທະນາຄານໂລກ ປະຈໍາລາວ ພ້ອມດ້ວຍຄະນະຊ່ຽວຊານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງການພົບປະຄັ້ງນີ້ ເພື່ອປຶກສາຫາລືກ່ຽວກັບການກະກຽມສຶກສາຄວາມເປັນໄປໄດ້ລະອຽດຂອງໂຄງການຄວາມປອດໄພຂອງເຂື່ອນຊົນລະປະທານທີ່ມີເປົ້າໝາຍສຶກສາໂຄງການຊົນລະປະທານອ່າງນໍ້າຫຸມ, ນໍ້າຊວງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແລະໂຄງການຊົນລະປະທານອ່າງເກັບນໍ້າຫີນ ເມືອງໄຊ ແຂວງອຸດົມໄຊ, ເພື່ອເຮັດໃຫ້ເຂື່ອນດັ່ງກ່າວມີຄວາມຮັບປະກັນດ້ານສະຖຽນລະພາບຄວາມໝັ້ນຄົງຂອງເຂື່ອນ ແລະ ເພີ່ມປະສິດທິພາບການເກັບກັກນໍ້າໃນອ່າງເພື່ອສະໜອງນໍ້າໃຫ້ແກ່ການຜະລິດກະສິກໍາ.
ທ່ານ Jean Gabriel Duss ກ່າວວ່າ: ນອກຈາກວຽກງານການກະກຽມສຶກສາຄວາມເປັນໄປໄດ້ຕໍ່ວຽກຄວາມປອດໄພຂອງເຂື່ອນແລ້ວ ທາງປະເທດສະວິດເຊີແລນຍັງໄດ້ໃຫ້ການສະໜັບສະໜູນມະຫາວິທະຍາໄລແຫ່ງຊາດ ໃນການຈະນໍາເອົາບົດຮຽນວິຊາກ່ຽວກັບຄວາມປອດໄພຂອງເຂື່ອນເຂົ້າໃນການສິດສອນເພື່ອເປີດກວ້າງຄວາມເຂົ້າໃນຕໍ່ກັບວຽກງານນີ້ໃຫ້ກວ້າງຂວາງຂຶ້ນ.
ໃນການພົບປະຄັ້ງນີ້ ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະແດງຄວາມຍິນດີ ແລະ ດີໃຈທີ່ສຸດທີ່ທາງປະເທດສະວິດເຊີແລນຈະໃຫ້ການສະໜັບສະ ໜູນໃນວຽກດັ່ງກ່າວນີ້ເພາະໃນປະເທດລາວເຮົາກໍ່ມີຫຼາຍເຂື່ອນທີ່ໄດ້ຮັບການສ້າງຂື້ນເປັນເວລາຫຼາຍປີການສຶກສາຄວາມປອດໄພຖືວ່າເປັນວຽກທີ່ມີຄວາມຈໍາເປັນ, ພ້ອມດຽວກັນນີ້ວຽກງານດັ່ງກ່າວກໍ່ຍັງຕິດພັນກັບຂະແໜງການກະສິກໍາ ແລະ ປ່າໄມ້ ໂດຍສະເພາະຕໍ່ກັບວຽກງານຊົນປະທານການສະໜອງນໍ້າ ແລະ ຂະຫຍາຍພື້ນທີ່ການຜະ ລິດກະສິກໍາເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າໂດຍຂະແໜງການຂອງພວກເຮົາປັດຈຸບັນແມ່ນໄດ້ມີການກໍານົດເຂດການຜະລິດກະສິກໍາຢູ່ໃນບັນດາແຂວງ ແລະ ກໍາລັງຊຸກຍູ້ສົ່ງເສີມການນໍາໃຊ້ຊົນລະປະທານແບບນໍ້າໄຫຼເອງ ເຂົ້ົາໃນການຜະລິດກະສິກໍາເພື່ອເປັນຊ່ອງທາງໜຶ່ງໃນການຫຼຸດຜ່ອນບັນຫາກະແສໄຟຟ້າ ແລະ ຫຼຸດຕົ້ນທຶນການຜະລິດໃຫ້ແກ່ຊາວກະສິກອນ ໂດຍນໍາໃຊ້ກຳລັງແຮງນໍ້າຈາກເຂື່ອນ ແລະ ອ່າງເກັບນໍ້າ.
Cr: ຂ່າວ ກະຊວງກະສິກໍາ ແລະ ປ່າໄມ້





