ເມື່ອບໍ່ດົນມານີ້, ຄະນະກໍາມະການແນວລາວສ້າງຊາດເມືອງຕະໂອ້ຍ, ແຂວງສາລະວັນ ດຳເນີນກອງປະຊຸມທ້າຍສະໄໝ V ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການເມືອງ ໂດຍການເປັນປະທານຂອງທ່ານ ສີສຸວັນ ສາຍເຊໂດນ ກຳມະການປະຈຳພັກເມືອງ ປະ ທານແນວລາວສ້າງຊາດເມືອງ, .
ທ່ານ ຂັນທະລີ ວຽງພູທອງ ຮອງປະທານແນວລາວສ້າງຊາດ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງທັງສອງພາກ,ຮ່າງບົດສະຫຼຸບແຜນພັດທະນາແນວລາວສ້າງຊາດ ແລະ ຮ່າງບົດສຳຫຼວດການນຳພາລວມໃນໄລຍະ 5 ປີ ( 2019 – 2024 ) ໄດ້ຮັບຜົນສຳເລັດຫຼາຍດ້ານເປັນຕົ້ນ: ແນວລາວສ້າງຊາດໄດ້ເຂົ້າຮ່ວມວຽກງານ-ກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດຫມາຍ, ໄດ້ປະຕິບັດວຽກງານຂະບວນ ການສ້າງຄອບຄົວ-ບ້ານສາມັກຄີປອງດອງ,ໄດ້ຮັບຮອງປະກາດເມືອງຕະໂອ້ຍ ປະຕິບັດສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຢ່າງໃນປີ 2022,ໄດ້ຈັດຕັ້ງປະຕິບັດ 7 ແຜນງານ 28 ໂຄງການທີ່ວາງໄວ້ແມ່ນມີຜົນສຳເລັດ 67,88%.
ຄະນະກຳມະການແນວລາວສ້າງຊາດເມືອງຕະໂອ້ຍ ຍາມໃດກໍ່ເປັນເຈົ້າການເອົາ ໃຈໃສ່ໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານສະມາຊິກພັກ ຕະຫຼອດຮອດປະຊາຊົນບັນດາເຜົ່າດ້ວຍຫຼາຍຮູບການ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ, ຂັ້ນບ້ານໃຫ້ມີຄວາມເຂັ້ມແຂງ, ເສີມຂະຫຍາຍສິດເປັນເຈົ້າປະຊາ ຊົນໃນການປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ ແລະ ເອກະລັກຂອງແຕ່ລະເຜົ່າໄວ້ໃຫ້ໝັ້ນຄົງ, ຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕາມທິດ 3 ສ້າງ ບົນຈິດໃຈບຸກທະລຸທັງ 4 ດ້ານ.
ພິເສດແມ່ນຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໃຫ້ຫຼາຍຂື້ນ. ຈາກນັ້ນ ບັນດາຜູ້ແທນກອງປະຊຸມກໍ່ໄດ້ພ້ອມກັນປະກອບຄຳຄິດ ຄຳເຫັນໃສ່ຮ່າງບົດສະຫຼຸບຢ່າງກົງໄປກົງມາເພື່ອໃຫ້ມີເນື້ອໃນຄົບຖ້ວນ, ກອງປະຊຸມໄດ້ເປັນເອກະພາບຮັບຮອງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຄະນະກຳມະການແນວລາວສ້າງຊາດເມືອງໃນໄລຍະ 5 ປີ 2019-2024 ໄດ້ຮັບຜົນສໍາເລັດຫຼາຍດ້ານ ພ້ອມນັ້ນຍັງໄດ້ຍົກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ.
ຫຼັງຈາກນັ້ນ ໃນພິທີໄດ້ມີຮອບການທາບທາມໂຄງປະກອບບຸກຄະລາກອນ ພ້ອມທັງໄດ້ມີການປະກອບຄວາມຄິເຫັນຈາກປະທານ ແລະ ບັນດາທ່ານແຂກ ຜູ້ເຂົ້າຮ່ວມ ເພື່ອເປັນບ່ອນອີງໃນການເຄື່ອນໄຫວຈັດຕັ້ງປະຕິບັດ ໂດຍສະເພາະແມ່ນການກະ ກຽມດຳເນີນກອງປະຊຸມໃຫຍ່ ແນວລາວສ້າງຊາດເມືອງ ສະໄໝທີ VI ທີ່ຈະມາຮອດໃນມໍ່ໆ ນີ້.
Cr: ຄໍານ້ອຍ ໄຊຍະສຸກ






