ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດຕະຫຼາດນັດຂອງກຸ່ມຫັດຖະກຳຕ່ຳຫູກທໍໄໝທີ່ເມືອງຊະນະສົມບູນ

Feb 2, 2025

ກິດຈະກຳງານຕະຫຼາດນັດສິນຄ້າຂອງກຸ່ມຫັດຖະກຳຕ່ຳຫູກທໍໄໝ ຜົນຜະລິດກະສິກຳ ແລະ ສິນຄ້າທ່າແຮງ ຂອງບ້ານດອນໂຄ ເມືອງຊະນະສົມບູນ, ແຂວງຈຳປາ ສັກ ຈັດຂຶ້ນໃນວັນທີ 31 ມັງກອນ 2025 ນີ້ຢູ່ທີ່ບ້ານດອນໂຄ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ.
ທ່ານ ໄຂ່ແກ້ວ ສົມສີ ນາຍບ້ານໆດອນໂຄ ໄດ້ລາຍງານກ່ຽວກັບການກະກຽມກິດ ຈະກຳຕະຫຼາດນັດສິນຄ້າຂອງກຸ່ມຫັດຖະກຳຕ່ຳຫູກທໍໄໝ ຜົນຜະລິດກະສິກຳ ແລະ ສິນຄ້າທ່າແຮງຂອງບ້ານດອນໂຄເຊິ່ງທົ່ວບ້ານດອນໂຄ ເຊິ່ງພາຍໃນງານມີຮ້ານຂາຍສິນຄ້າຈໍານວນ 13 ຫ້ອງ, ພ້ອມນີ້ກໍຍົກໃຫ້ເຫັນໃນໄລຍະສາມເດືອນຜ່ານມາມີແຂກທ່ຽວຊົມສູນຫັດຖະກຳ ຈໍານວນ 451 ຄົນ, ແຂກຕ່າງປະເທດ 12 ຕົນ, ເປັນເງື່ອນໄຂໃຫ້ສູນຫັດຖະກຳມີລາຍຮັບເພິ່ມຂຶ້ນ, ພາຍໃນສູນມີສະມາຊິກຕໍາຫູກ 58 ຫຼັງຄາເຮືອນ, ມີເຮືອນໂຮມສະເຕ 9 ຫຼັງຄາທີ່ໄດ້ມາດຕະຖານອາຊຽນແບບປະຊາຊົນມີສ່ວນຮ່ວມ.
ທ່ານ ບຸນຍະເດດ ທອງສະຫວັນ ໄດ້ກ່າວເປີດພິທີຢ່າງເປັນທາງການ ໂດຍຍົກໃຫ້ເຫັນຈຸດປະສົງຂອງງານ ເພື່ອໂຄສະນາຜະລິດຕະພັນຂອງກຸ່ມຫັດຖະກໍາຕໍ່າຫູກທໍໄໝ, ຜົນຜະລິດກະສິກໍາ ແລະ ສິນຄ້າທ່າແຮງ ຂອງບ້ານດອນໂຄ, ໃຫ້ນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມ ທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ: ແມ່ນນັກທ່ອງທ່ຽວມາ ຈາກປະເທດຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ໄທ, ເປັນການ ເປີດໂອກາດໃຫ້ຊາວບ້ານໄດ້ມີການຊື້-ຂາຍ ຜະລິດຕະພັນຂອງຕົນໃຫ້ຫຼາຍຂື້ນ ເພື່ອຮອງຮັບນັກທ່ອງ ທ່ຽວທີ່ເຂົ້າມາທ່ຽວຊົມບ້ານດອນໂຄ ກ້າວໄປເຖີງການຊຸກຍູ້ສົ່ງເສີມການຜະລິດຢ່າງເປັນຂະ ບວນ, ມີຕະຫຼາດຈໍາໜ່າຍທີ່ແນ່ນອນ ແລະ ການເຂົ້າເຖີງແຫຼ່ງທຶນໃນອະນາຄົດ ແລະ ເປັນການດຶງດູດເອົານັກທ່ອງທ່ຽວໃຫ້ມາທ່ຽວຊົມຫຼາຍຂຶ້ນ.
ສຳລັບກິດຈະກຳແມ່ນມີຫຼາກຫຼາຍເປັນຕົ້ນແມ່ນ ຂີ້ລົດຖີບທ່ຽວຊົມບ້ານດອນໂຄ, ທ່ຽວຊົມຫາດຊາຍຂາວ, ຕໍ່າຫູກທໍໄໝດ້ວຍພູມປັນຍາຂອງຊາວບ້ານ, ຊົມວັດທະນະທໍາທ້ອງຖິ່ນຮຽນຮູ້ກ່ຽວກັບວິຖີຊີວິດ ແລະ ວັດທະນະທໍາຂອງຊາວບ້ານ, ນັ່ງເຮືອຊົມທັດສະນິຍະພາບຮອບດອນ ແລະ ທຳມະຊາດທີ່ສວຍງາມ ແລະ ຊົມວັດທີ່ມີປະ ຫວັດສາດບ້ານດອນໂຄອາຍຸ 400 ປີ
ການຈັດກິດຈະກຳຕະຫຼາດດັ່ງກ່າວຢູ່ບ້ານດອນໂຄ ຖືເປັນການກໍານົດຈຸດ ແລະ ກິດຈະກໍາການຊື້-ຂາຍ ໃຫ້ກາຍເປັນຕະຫຼາດນັດວັນພະຫັດ ຫຼື ຕະຫຼາດນ້ອຍ ໃນອະ ນາຄົດ, ເຊິ່ງກິດຈະກໍາດັ່ງກ່າວແມ່ນຈະໄດ້ຈັດໃສ່ວັນພະຫັດ ຢ່າງໜ້ອຍ ເດືອນລະ 02 ຄັ້ງ ແລະ ກ້າວໄປເຖິງ ອາທິດລະຄັ້ງ. ສ່ວນການ ຊື້-ຂາຍ ປົກກະຕິແມ່ນຈະໄດ້ດໍາເນີນທຸກໆວັນ ພາຍຫຼັງມື້ເລີ້ມເຮັດກິດຈະກໍາເປັນຕົ້ນໄປ.
ກິດຈະກຳຄັ້ງນີ້, ນອກຈາກມີການຈັດຕະຫຼາດນັດສິນຄ້າ ຂອງກຸ່ມຫັດຖະກໍາຕໍ່າຫູກທໍໄໝ, ແລະ ຜົນຜະລິດກະສິກໍາ ແລະ ສິນຄ້າທ່າແຮງ ຂອງບ້ານດອນໂຄແລ້ວຍັງມີການ ເສວະນາ ການຊຸກຍູ້ສົ່ງເສີມ SME, ການຊຸກຍູ້ສົ່ງເສີມ ວິສາຫະກິດ ແລະ ການຄ້າ, ເຕັກນິກ ແລະ ການຊຸກຍູ້ສົ່ງເສີມການຜະລິດກະສິກໍາ, ການປູກ-ການລ້ຽງ, ການສົ່ງເສີມ ວຽກງານການທ່ອງທ່ຽວ,ການຊຸກຍູ້ສົ່ງເສີມການເຂົ້າຫາແຫຼ່ງທຶນ ແລະ ການຖືບັນຊີອີກດ້ວຍ.
Cr: ຈັນທະວີສັກ