ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງປະທານ​ ສພຊ​ ເຄື່ອນໄຫວວຽກງານຢູ່ແຂວງຫົວພັນ.

Feb 2, 2025

ໃນລະຫວ່າງວັນທີ​ 24-30​ ມັງກອນຜ່ານມານີ້,​ ທ່ານ​ ຈະເລີນ​ ເຍຍປາວເຮີ, ກຳມະການສູນກາງພັກ​, ຮອງປະທານສະພາແຫ່ງ ຊາດ​ ພ້ອມດ້ວຍຄະນະ​ ໄດ້ລົງເຄື່ອນໄຫວວຽກງານຢູ່ແຂວງຫົວ ພັນ.​
ໃນການເຄື່ອນໄຫວຄັ້ງນີ້,​ ທ່ານໄດ້ເຮັດວຽກຮ່ວມກັບສະ ພາປະຊາຊົນແຂວງ,​ ອົງການໄອຍະການປະຊາຊົນແຂວງ,​ ສານປະ ຊາຊົນແຂວງ,​ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ​ ເຂົ້າຮ່ວມພິທີເປີດຂົ້ວອູ່ບ້ານໂພນໄຊ, ບ້ານນາກາ,​ ຮ່ວມງານບຸນປະເພນີບ້ານໂພນໄຊ,​ ບ້ານສົບຮາວ​ ​ພ້ອມທັງເຮັດວຽກຮ່ວມ ກັບທ່ານເຈົ້າເມືອງ,​ ກອງບັນຊາການ​ປ້ອງກັນຄວາມສະຫງົບ ເມືືອງສົບເບົາ.
ນອກນັ້ນທ່ານຍັງໄດ້ໄປຢ້ຽມຢາມບ້ານເກີດຂອງທ່ານທີ່ບ້ານກົກໄຊ, ງານບຸນປະເພນີຂອງບ້ານສົບມອນ,​ ບ້ານນາໜອງ, ບ້ານນາຕອງ, ບ້ານຫາດກູ້, ບ້ານພຽງລູ້, ບ້ານພຽງຢາງ, ຢ້ຽມຢາມ- ພົບປະໂອ້ລົມບັນການນຳເມືອງ,​ ພະນັກງານ-ລັດຖະກອນ​ ພາຍໃນເມືອງຊຽງຄໍ້​ ແລະ​ ເມືອງແອດ​ ພ້ອມທັງມອບເງິນສົດເພື່ອສະ ໜັບສະໜູນແກ່ການກະກຽມ ແລະ​ ດຳເນີນກອງກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ​ດັ່ງກ່າວ ເມືອງລະ 10.​000.000​ ກີບ ຕື່ມອີກ.
ໃນໂອກາດທີ່ທ່ານລົງເຄື່ອນໄຫວຄັ້ງນີ້,​ ທ່ານຍັງໄດ້ນຳເອົາອຸປະກອນການຮຽນ-ການສອນ,​ ອຸປະກອນກິລາ​ ແລະ​ ກະຕ່າຂອງຂວັນ​ ລວມທັງເງິນສົດ ມອບໃຫ້ແກ່ອຳນາດການປົກຄອງບ້ານ,​ ເມືອງ​ ເຂົ້າໃນການບໍລິຫານ,​ ຮັບໃຊ້ວຽກງານລວມ​ ມູນຄ່າ​ 30.000.000 ກວ່າກີບ.
Cr: ບຸນແພງ​ ຜຸຍພັກດີ