ອີງຕາມຂໍ້ມູນທີ່ເປີດເຜີຍຢູ່ກອງປະຊຸມສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ຄຳສັ່ງ ເລກທີ່ 11/ ນຍ ປະຈຳປີ 2024 ທີ່ ແຂວງອຸດົມໄຊ ຈັດຂຶ້ນເມື່ອບໍ່ດົນມານີ້ ໃຫ້ຮູ້ວ່າ: ແຂວງໄດ້ກໍານົດຂອບເຂດພື້ນທີ່ຄວາມຮັບ ຜິດຊອບບູລິມະສິດ ໃຫ້ແຕ່ລະພາກສ່ວນຂັ້ນແຂວງ ແລະ ເມືອງ ຄື: ຂັ້ນແຂວງ: ເຂດປ່າສະຫງວນແຫ່ງຊາດ ພູຫີຜີ ກວມເອົາ 42 ບ້ານຂອງ 2 ເມືອງ (ເມືອງໄຊແລະເມືອງຫຼາ); ເຂດປ່າສະຫງວນ ພູໂທ້ ກວມເອົາ 13 ບ້ານ ຂອງ 2 ເມືອງ (ເມືອງໄຊ ແລະ ເມືອງຫຼາ); ເຂດປ່າປ້ອງກັນແຫ່ງຊາດແຫຼ່ງນໍ້າແບງ-ນໍ້າມາວ ກວມເອົາ 4 ບ້ານ ເມືອງໄຊ ແລະ ເມືອງຫຼາ. ນອກ ຈາກນີ້ ຍັງໄດ້ແບ່ງເຂດຮັບຜິດຊອບໃຫ້ແຕ່ລະເມືອງ.
ຜົນການຈັດຕັ້ງປະຕິບັດໃນງປິ 2024 ຜ່ານມາ, ພາກສ່ວນກ່ຽວຂ້ອງໄດ້ເຮັດວຽກງານໂຄສະນາເຜີຍແຜ່ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ໄດ້ທັງໝົດ 385 ບ້ານ; ວຽກງານດັບມອດໄຟໄໝ້ລາມປ່າໄດ້ທັງຫມົດ ຈຳ ນວນ 105 ຈຸດ ມີ 78 ບ້ານ, ເນື້ອທີ່ຖຶກເສຍຫາຍ 3744 ກ່ວາເຮັກຕາ, ທຽບໃສ່ປີ 2023 ຫຼຸດລົງ 57%. ກວດກາ ແລະ ເກັບກໍາຂໍ້ມູນການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ຈຳນວນ 70 ບ້ານ ພົບເຫັນຜູ້ກະທໍາຜິດທັງໝົດ 592 ກໍ ລະນີ ເນື້ອທີ່ຖືກເສຍຫາຍ ທັງໝົດ 634,57 ເຮັກຕາ, ກວດກາ, ເກັບກໍາຂ້ມູນ ເນື້ອທີ່ຖືກເສຍຫາຍ ທັງໝົດ 15,4 ເຮັກຕາ, ພົບເຫັນຜູ້ກະທໍາຜິດ 82 ກໍລະນີ (ໃນນີ້ ນອນໃນເຂດຄວາມຮັບຜິດຊອບຂອງແຂວງ 2 ກໍລະນີ ແລະ ຂອງເມືອງ 80 ກໍລະນີ).
ໃນທົ່ວແຂວງ ພົບເຫັນຜູ້ກະທໍາຜິດກ່ຽວກັບການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ທັງໝົດ 674 ກໍລະນີ, ແກ້ໄຂແລ້ວ 214 ກໍລະນີ ເທົ່າກັບ 31,4%, ຍັງຄົງຄ້າງ 460 ກໍລະນີ ເທົ່າກັບ 68,6%, ໃນນັ້ນ ແກ້ໄຂຮູບການສຶກສາອົບ ຮົມ ມີ 27 ກໍລະນີ; (ຖາງປ່າ 27 ກໍລະນີ, ໄຟໄໝ້ປ່າ ບໍ່ມີຈັກກໍລະນີ), ຮູບການປັບໃໝ 187 ກໍລະນີ; (ຖາງປ່າ 159 ກໍລະນີ, ໄຟໄໝ້ປ່າ 28 ກໍລະນີ) ແລະ ອື່ນໆ.






