ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະຊາຊົນ 47 ຄອບຄົວຢູ່ເມືອງແກ້ວອຸດົມ ໄດ້ຮັບເງິນຊົດເຊີຍຈາກໂຄງການອ່າງນ້ຳງື່ມ 1

Feb 2, 2025

ພິທີມອບ-ຮັບເງິນຊົດເຊີຍ ງວດ 4 ໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໂຄງ ການພັດທະນາອາຊີ (ADB) ຢູ່ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ ຈັດຂຶ້ນໃນວັນທີ 30 ມັງກອນ 2025 ໂດຍມີທ່ານ ນາງ ພອນມະລີ ອິນທະພົມ ຫົວ ໜ້າກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວເຂົ້າຮ່ວມ.
ທ່ານ ຄຳມີ ພຸດທະວົງ ຮອງຫົວໜ້າຂະແໜງທ່ອງທ່ຽວ, ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງວຽງຈັນ ໃຫ້ຮູ້ວ່າ: ການມອບເງິນຊົດເຊີຍ ງວດທີ 4 ເຊິ່ງເປັນງວດສຸດທ້າຍ ມີ 47 ຄອບຄົວ ແລະ ເງິນອຸດໜູນຊົດເຊີຍເງິນເດືອນພະນັກງານ 53 ທ່ານ ມີມູນຄ່າຊົດເຊີຍທັງໝົດ 3,04 ຕື້ກີບ. ໄລຍະຜ່ານມາ ແມ່ນໄດ້ມີການຊົດເຊີຍຜ່ານມາແລ້ວ 3 ງວດ ເປັນເງິນ ທັງໝົດ 15,4 ຕື້ກວ່າກີບ, ລວມທັງ 4 ງວດ ເປັນເງິນທັງໝົດ 18,44 ຕື້ກວ່າກີບ.