ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນຊຸກຍູ້ການອະນຸລັກດິນບໍລິເວນນ້ຳຢ່າງຕໍ່ເນື່ອງໂດຍສາມາດຮັກສາໃຫ້ຢູ່ໃນລະດັບ 56.350.000 ເຮັກຕາຂຶ້ນໄປຢ່າງໝັ້ນທ່ຽງ

Feb 3, 2025

ຈີນຊຸກຍູ້ການອະນຸລັກດິນບໍລິເວນນ້ຳຢ່າງຕໍ່ເນື່ອງໂດຍສາມາດຮັກສາໃຫ້ຢູ່ໃນລະດັບ 56.350.000 ເຮັກຕາຂຶ້ນໄປຢ່າງໝັ້ນທ່ຽງ
ວັນທີ 2 ກຸມພານີ້ເປັນວັນດິນບໍລິເວນນ້ຳໂລກ ຄົບຮອບ 29ປີ. ຄຳຂວັນຂອງວັນດິນບໍລິເວນນ້ຳໂລກປີນີ້ແມ່ນ “ອະນຸລັກດິນບໍລິເວນນ້ຳ ຮ່ວມກັນສ້າງອະນາຄົດ”. ອີງຕາມແຫຼ່ງຂ່າວຈາກອົງການປ່າໄມ້ ແລະທົ່ງຫຍ້າແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ: ຈີນໄດ້ຊຸກຍູ້ການອະນຸລັກຟື້ນຟູດິນບໍລິເວນນ້ຳຢ່າງຕໍ່ເນື່ອງ, ສິ່ງແວດລ້ອມທຳມະຊາດຂອງດິນບໍລິເວນນ້ຳທີ່ສຳຄັນ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງມີປະສິດທິຜົນ.
ອີງຕາມຕົວເລກຂໍ້ມູນຫຼ້າສຸດຂອງອົງການປ່າໄມ້ ແລະທົ່ງຫຍ້າແຫ່ງຊາດຈີນສະ ແດງໃຫ້ເຫັນວ່າ: ນັບແຕ່ປີ 2012 ເປັນຕົ້ນມາ, ຈີນໄດ້ປະຕິບັດໂຄງການອະນຸລັກຟື້ນຟູດິນບໍລິເວນນ້ຳ ລວມທັງໝົດ 3.700 ກວ່າໂຄງການ, ເນື້ອທີ່ດິນບໍລິເວນນ້ຳທີ່ເພີ່ມຂຶ້ນໃໝ່ ແລະໄດ້ຮັບການຟື້ນຟູນັ້ນມີເຖິງ 1.000.000 ກວ່າເຮັກຕາ, ເນື້ອທີ່ດິນບໍລິເວນນ້ຳໃນທົ່ວປະເທດສາມາດຮັກສາໄດ້ຢູ່ໃນລະດັບ 56.350.000 ເຮັກຕາ ຂຶ້ນໄປຢ່າງໝັ້ນທ່ຽງ. ນອກນີ້ ຍັງໄດ້ສ້າງເຂດສະຫງວນທຳມະຊາດດິນບໍລິເວນນ້ຳປະເພດຕ່າງໆ 2.200 ກວ່າແຫ່ງ.
ປີນີ້ເປັນປີທີ່ຈີນສ້າງຕັ້ງສວນສາທາລະນະດິນບໍລິເວນນ້ຳແຫ່ງຊາດຄົບຮອບ 20ປີ. ຕະຫຼອດໄລຍະ 20 ປີຜ່ານມາ, ສວນສາທາລະນະດິນບໍລິເວນນ້ຳແຫ່ງຊາດ ໄດ້ອະນຸ ລັກດິນບໍລິເວນນ້ຳໃນທົ່ວປະເທດກວມເນື້ອທີ່ 2.400.000 ເຮັກຕາ ຢ່າງມີປະສິດທິຜົນ ເຊິ່ງໄດ້ຊຸກຍູ້ໃຫ້ເສດຖະກິດໃນເຂດແຄວ້ນທີ່ກ່ຽວຂ້ອງເຕີບໂຕຫຼາຍກວ່າ 50 ຕື້ຢວນ, ສວນສາທາລະນະດິນບໍລິເວນນ້ຳແຫ່ງຊາດ ປະມານ 90% ໄດ້ເປີດໃຫ້ມວນຊົນເຂົ້າທ່ຽວຊົມ ໂດຍບໍ່ເກັບຄ່າບໍລິການ, ທັງໄດ້ຊອກຄົ້ນຫາຊ່ອງທາງທີ່ມີປະສິດທິຜົນ ໃນການສ້າງຕັ້ງ ແລະບູລະນະກົນໄກບັນລຸມູນຄ່າຜະລິດຕະພັນສີຂຽວ.
ທີ່ມາ: CMG