ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊາວໜຸ່ມ ກະຊວງພະລັງງານ ແລະ ບໍ່ແຮ່ ມອບເຄື່ອງກັ່ນໜາວ ແລະ ອຸປະກອນໄຟຟ້າແສງຕາເວັນໃຫ້ຊາວໜຸ່ມແຂວງຫົວພັນ

Feb 3, 2025

ຊາວໜຸ່ມ ກະຊວງພະລັງງານ ແລະ ບໍ່ແຮ່ ມອບເຄື່ອງກັ່ນໜາວ ແລະ ອຸປະກອນໄຟຟ້າແສງຕາເວັນໃຫ້ຊາວໜຸ່ມແຂວງຫົວພັນ
ຄະນະນຳຊາວໜຸ່ມກະຊວງພະລັງງານ ແລະ ບໍ່ແຮ່ໄດ້ປຸກລະດົມຄົ້ນຂວາຍພະ ນັກງານ, ລັດຖະກອນ ແລະ ກຳມະກອນ ພາຍໃນກະຊວງ ເຂົ້າຮ່ວມຂະບວນການຊ່ວຍ ເຫຼືອລູກຫຼານ, ນ້ອງນ້ອຍເຍົາວະຊົນ, ຊາວໜຸ່ມ ຢູ່ແຂວງຫົວພັນ ໃນລະດູໜາວປີ 2025. ສາມາດລະດົມເຄື່ອງນຸ່ງຮົ່ມໄດ້ທັງໝົດ 30 ຖົງ, ຄິດເປັນມູນຄ່າ 20ລ້ານກວ່າກີບ; ອຸປະກອນໄຟຟ້າແສງຕາເວັນ ຈຳນວນ 19 ຊຸດ ລວມມູນຄ່າ 11ລ້ານກວ່າກີບ.
ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 3 ກຸມພາ 2025 ຢູ່ສຳນັກງານ ຄະນະ ຊປປລ ແຂວງຫົວພັນ. ຕາງໜ້າກ່າວມອບໂດຍ ສະຫາຍ ນາງ ແສງທະລາ ເລືອງຄຳມາ ຄະນະບໍລິຫານງານ ຊປປລ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກ່າວຮັບໂດຍ ສະຫາຍ ພົງໄກ ສຸພັນທອງ ຮອງເລຂາຄະນະບໍລິຫານງານ ຊປປລ ແຂວງຫົວພັນ.
Cr: ຄະນະ ຊປປລ ກະຊວງ