ເລີ່ມສົ່ງຕໍ່ທວນໄຟງານກິລາເອຊຽນເກມລະດູໜາວ ຄັ້ງທີ 9

ຕອນເຊົ້າວັນທີ 3 ກຸມພານີ້, ພິທີສົ່ງຕໍ່ທວນໄຟງານກິລາເອຊຽນເກມລະດູໜາວ ຄັ້ງທີ 9 ໄດ້ຈັດຂຶ້ນຢູ່ນະຄອນຮາບິນແຂວງເຮີຍຫຼົງຈ່ຽງຈີນ.
ການສົ່ງຕໍ່ທວນໄຟຄັ້ງນີ້ ດໍາເນີນເປັນເວລາໜຶ່ງວັນ, ມີໄລຍະທາງທັງໝົດປະມານ 11 ກິໂມແມັດ ໂດຍມີນັກສົ່ງຕໍ່ທວນໄຟ 120 ຄົນເຂົ້າຮ່ວມ, ໃນນັ້ນ, ຜູ້ມີອາຍຸຕໍ່າສຸດແມ່ນ 16 ປີ ແລະ ຜູ້ມີອາຍຸສູງສຸດແມ່ນ 83 ປີ.
ໃນຕອນຄໍ່າວັນທີ 7 ກຸມພານີ້, ຈະມີການຈູດໄຟສັກສິດຢູ່ສະຖານທີ່ຈັດພິທີເປີດງານກິລາເອຊຽນເກມລະດູໜາວຄັ້ງນີ້ ເຊິ່ງໄຟສັກສິດດັ່ງກ່າວຈະຢູ່ຈົນຮອດມື້ປິດງານ. ຄໍາຂວັນຂອງງານກິລາເອຊຽນເກມລະດູໜາວຄັ້ງນີ້ ແມ່ນ “ຮ່ວມໃຝ່ຝັນແຫ່ງລະດູໜາວ, ຮ່ວມໃຈກັນລະຫວ່າງອາຊີ”.
ໃນເວລາ 9 ໂມງຂອງຕອນເຊົ້າວັນທີ 3 ກຸມພານີ້, ໄດ້ເປີດການແຂ່ງຂັນຮັອກກີ້ນໍ້າກ້ອນເຊິ່ງເປັນລາຍການແຂ່ງຂັນທໍາອິດຂອງງານກິລາເອຊຽນເກມລະດູໜາວຄັ້ງນີ້. ສໍາລັບພິທີເປີດງານກິລາເອຊຽນເກມລະດູໜາວ ຄັ້ງທີ 9 ຈະຈັດຂຶ້ນຢ່າງເປັນທາງການໃນວັນທີ 7 ກຸມພານີ້ ແລະ ຈະປິດງານໃນວັນທີ 14 ກຸມພານີ້ ເຊິ່ງຈະດຳເນີນເປັນເວລາ 8 ວັນ, ຂະນະທີ່ການແຂ່ງຂັນເພື່ອຊີງເອົາຫຼຽນຄໍາທໍາອິດຂອງງານຄັ້ງນີ້ ຈະຈັດຂຶ້ນໃນຕອນເຊົ້າວັນທີ 8 ກຸມພານີ້.
Cr: CMG


