ໂຮມຊຸມນຸມເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຊຽງຮ່ອນ ຄັ້ງທີ VIII

ພິທີໂຮມຊຸມນຸມເຜີຍແຜ່ຜົນສຳເລັດການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງ ຄະນະພັກເມືອງຊຽງຮ່ອນ ຄັ້ງທີ VIII ພິທີໄດ້ຈັດຂື້ນໃນວັນທີ 1 ກຸມພາ 2025 ນີ້ ໂດຍການເຂົ້າຮ່ວມຂອງທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງໆ ຊຽງຮ່ອນ, ແຂວງໄຊຍະບູລີ.
ທ່ານ ແສງອາທິດ ລາວເບຼຍຢາທໍ່ ໄດ້ຂື້ນກ່າວປາໃສ ເຜີຍແຜ່ຜົນສຳເລັດການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຊຽງຮ່ອນ ຄັ້ງທີ VIII ເຊິ່ງກອງປະຊຸມດັ່ງກ່າວໄດ້ຈັດຂື້ນໃນລະຫວ່າງວັນທີ 30-31 ມັງກອນ ຜ່ານມາ ໂດຍມີຜູ້ແທນສົມບູນທົ່ວອົງຄະນະພັກເມືອງເຂົ້າຮ່ວມທັງໝົດ 121 ສະຫາຍ, ຍິງ 11 ສະຫາຍ, ທີ່ເປັນຕົວແທນໃຫ້ສະມາຊິກພັກທັງໝົດ 1.532 ສະຫາຍ, ຍິງ 439 ສະຫາຍໃນທົ່ວເມືອງ
ກອງປະຊຸມໄດ້ພ້ອມກັນສະຫຼູບສັງລວມຄືນຜົນງານທີ່ຍາດມາໄດ້ໃນໄລຍະ 5 ປີຜ່ານມາ; ເຊິ່ງສາມາດຍົກໃຫ້ເຫັນວ່າການນຳພາດ້ວຍຄວາມສາມັກຄີອັນເປັນປຶກແຜ່ນຂອງທົ່ວອົງຄະນະພັກເມືອງເຊິ່ງເຮັດໃຫ້ເມືອງຊຽງຮ່ອນມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ການພັດທະນາເສດຖະກິດ-ສັງຄົມ ແມ່ນມີບາດກ້າວຂະຫຍາຍ ຕົວດີຂຶ້ນ, ເຮັດໃຫ້ໂຄງປະກອບເສດຖະກິດມີການຫັນປ່ຽນໄປຕາມທິດຫັນເປັນທັນສະໄໝຢ່າງຕັ້ງໜ້າ,ໄປຕາມທິດທາງທີ່ໄດ້ກຳນົດໄວ້. ລວມຍອດມູນຄ່າຜົນຜະລິດພາຍໃນບັນລຸ 873,37 ຕື້ກີບ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 24.467.793 ລ້ານກີບ ( ເທົ່າກັບ 1.165 ໂດລາສະຫະລັດ); ໂຄງປະກອບເສດຖະກິດຂະຫຍາຍຕົວຕາມຂົງເຂດບັນລຸໄດ້ ດັ່ງນີ້: ຂະແໜງກະສິກໍາຂະຫຍາຍຕົວ 12,53 % ກວມເອົາ 44,47 % ຂອງລາຍຮັບທັງໝົດ; ຂະແໜງອຸດສາຫະກໍາຂະຫຍາຍຕົວ 4,75% ກວມເອົາ 26,07% ຂອງລາຍຮັບທັງໝົດ; ຂະແໜງການບໍລິການຂະຫຍາຍຕົວ 1,12 % ກວມເອົາ 29,45% ຂອງລາຍຮັບທັງໝົດ, ກອງປະຊຸມຍັງໄດ້ເປັນເອກະພາບຮັບຮອງເອົາທິດທາງແຜນການ 5 ປີ ນັບແຕ່ 2024-2029.
ພ້ອມນີ້ ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່, ເຊິ່ງມີຜູ້ອອກສະໝັກເລືອກຕັ້ງທັງໝົດ 31 ສະຫາຍ, ຍິງ 04 ສະຫາຍ, ເລືອກເອົາ 27 ສະຫາຍ, ຍິງ 04 ສະຫາຍເຂົ້າເປັນຄະນະບໍລິຫານງານພັກເມືອງຊຽງຮ່ອນ ຄັ້ງທີVIII, ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສຳຮອງໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີVIII ເຊິ່ງມີຜູ້ອອກສະໝັກ 21 ສະຫາຍ, ຍິງ 2 ສະຫາຍ, ເລືອກຕັ້ງກຳມະການປະຈຳພັກເມືອງ ມີຜູ້ອອກສະໝັກ 11 ສະຫາຍ ເລືອກເອົາ 9 ສະຫາຍຄື.
ກອງປະຊຸມໄດ້ເປັນເອກະສັນລົງປະຊາມະຕິຮັບຮອງ ສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ບຸນຈັນ ແກ້ວວິຊາເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ສົມບູນ ຂຽວພະນາ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ບີ ທໍ່ ເປັນປະທານຄະນະກວດກາພັກເມືອງ , ສະຫາຍ ຈໍາປາ ທອງເທພາ ເປັນຮອງປະທານຄະນະກວດກາພັກເມືອງ, ສະຫາຍ ສົມນັດ ຍົດສະກຸນ ເປັນຮອງປະທານຄະນະກວດກາພັກເມືອງ.
Cr: ຖວທ ເມືອງຊຽງຮ່ອນ.



