ໃນຕອນທ່ຽງ ຂອງ ວັນທີ 29 ມັງກອນ 2025, ຢູ່ ສໍານັກງານປະທານາທິບໍດີບັງກລາເທດ ທີ່ ນະຄອນຫຼວງດາກາ, ທ່ານ ບຸນມີ ວັນມະນີ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ໂມຮໍາເມັດ ຊາຮາບຸດດິນ / Honorable President Mohammed Shahabuddin, ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາ ຊົນ ບັງກລາເທດ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະ ທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ປະຊາຊົນ ບັງກລາເທດ, ຊຶ່ງມີສໍານັກງານຕັ້ງ ຢູ່ນະຄອນຫຼວງນິວແດນລີ, ປະເທດ ອິນເດຍ.
ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດລາວ ໄດ້ສະ ແດງຄວາມຂອບໃຈ ແລະ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄໍາອ່ວຍພອນໄຊອັນປະເສີດ ເພື່ອສັນຕິພາບ, ມິດຕະ ພາບ ແລະ ການພົວພັນຮ່ວມມືທີ່ດີ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງ ພະນະທ່ານ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກລາເທດ ແລະ ໂດຍຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນບັງ ກລາເທດ ທຸກທົ່ວໜ້າ.
ພະນະທ່ານ ໂມຮໍາເມັດ ຊາຮາບຸດດິນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ທ່ານເອກອັກຄະລັກຖະທູດລາວຄົນ ໃໝ່ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ຄໍາອວຍ ພອນໄຊອັນປະເສີດ, ມິດຕະພາບ ແລະ ການພົວພັນທີ່ດີ ມາຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແລະ ປະຊາຊາຊົນລາວທຸກທົ່ວໜ້າເຊັ່ນດຽວ ກັນ.
ທ່ານປະທານາທິບໍດີ ແລະ ທ່ານເອກອັກຄະລັດຖະທູດ ໄດ້ພ້ອມກັນຕີລາຄາສູງ ເຖິງການພົວພັນ ອັນດີງາມ ລະຫວ່າງ ສປປ ລາວ ແລະ ບັງກລາເທດ, ເຫັນຄວນໃຫ້ ສອງປະເທດ ລາວ ແລະ ບັງກລາເທດ ຊຸກຍູ້ໃຫ້ມີການການຮ່ວມມືກັນໃຫ້ຫຼາຍໃນອານາ ຄົດ ຊຶ່ງລວມທັງການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນຕ່າງໆ. ໃນຄະນະດຽວກັນ, ທ່ານເອກອັກຄະລັດທູດ ໄດ້ອວຍ ພອນໄຊໃຫ້ ພະນະທ່ານປະທານາທິ ບໍດີ ໂມຮໍາເມັດ ຊາຮາບຸດດິນ ພ້ອມດ້ວຍຄອບຄົວ ມີພາລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນສູງສົ່ງຂອງ ພະນະທ່ານ. ພິທີຍື່ນສານ ໄດ້ດຳເດີນໄປດ້ວຍບັນຍາກາດທີ່ດີ ແລະ ສົມ ກຽດ.
ຫຼັງຈາກນັ້ນ, ທ່ານເອກອັກຄະລັດຖະທູດລາວ ໄດ້ຍາດໂອ ກາດໂອ້ລົມກັບທ່ານ ຈັດຊິມ ອູດດິນ/ Md.Jashim Uddin, ລັດຖະມົນຕີຕ່າງປະເທດ ຂອງ ບັງກລາເທດ ແລະ ເຂົ້າພົບຫົວ
ຫນ້າກົມອາຊີຕາເວັນອອກສ່ຽງໃຕ້, ກະຊວງການຕ່າງປະເທດ ເນ ປານ ຊຶ່ງທັງສອງທ່ານຕ່າງກໍສະເຫນີໃຫ້ສອງປະເທດ ລາວ ແລະ ບັງກລາເທດ ພ້ອມກັນຊອກຮູ້ທ່າແຮງບົ່ງຊ້ອນເພື່ອຮ່ວມມືກັນໃຫ້ເປັນຮູບປະທຳໃນອານາຄົດ ທັງການຮ່ວມມືສອງຝ່າຍ ແລະ ຜ່ານກົນໄກຂອງອາຊຽນ.
ພ້ອມດຽວກັນ ທ່ານເອກອັກຄະລັດ ຖະທູດ ຍັງໄດ້ຍາດເວ ລາ ເຂົ້າຢ້ຽມຢາມຫ້ອງການກົງສູນກິຕິມະ ສັກລາວ ທີ່ນະຄອນ ຫຼວງດາກາ, ປຶກສາຫາລື ແລະ ແນະນຳໃຫ້ ທ່ານກົງສູນກິຕິມະສັກລາວ ພະຍາຍາມຊ່ວຍໃນການໂຄສະນາປະຊາສຳພັນກ່ຽວກັບ ສປປ ລາວ ເພື່ອດຶງດູດນັກທ່ອງທ່ຽວ ທັງເປັນການສົ່ງເສີມການພົວພັນສອງຝ່າຍ ແລະ ຊ່ວຍຊຸກຍູ້ໃນການສ້າງກົນໄກທີ່ຈະສາ ມາດສົ່ງເສີມການຄ້າ-ການລົງທຶນສອງຝ່າຍ.
Cr: ກົມການຂ່າວ, ກະຊວງການຕ່າງປະເທດ




