ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ ໃຫ້ສໍາພາດໃນວັນທີ 3 ກຸມພາ 2025ວ່າ: ບຸນນະມັດສະການຜາສາດຫີນ ວັດພູຈໍາປາສັກ ປະຈໍາປີ 2025 ຈະຈັດຂຶ້ນໃນວັນທີ 10-12 ກຸມພາ 2025, ພາຍໃນງານ ຜູ້ເຂົ້າຮ່ວມຈະໄດ້ຊົມການສະແດງບົດຟ້ອນສິລະປະພື້ນເມືອງ, ການສະແດງສິລະປະຍ້ອນຍຸກທີ່ບົ່ງບອກເຖິງປະຫວັດ ສາດຄວາມເປັນມາແຫ່ງການກຳເນີດຂອງວັດພູຈຳປາສັກ.
ພ້ອມນີ້, ຈະມີການວາງສະແດງສິນຄ້າ ໜຶ່ງເມືອງໜຶ່ງຜະລິດ ຕະພັນ, ການແຂ່ງຂັນກິລາພື້ນເມືອງຫລາຍປະເພດ, ແຕ່ລະຄືນ ຍັງມີການສະແດງສິລະປະຂອງນ້ອງນັກຮຽນ ແລະ ຊົມການສະ ແດງໝໍລຳເລື່ອງທີ່ເປັນເອກະລັກຂອງແຂວງຈໍາປາສັກ.
ໃນໄລຍະດຽວກັນ ກໍຈະມີການຈັດບຸນກາເຟ ຢູ່ເມືອງປາກຊ່ອງ. ສໍາລັບມື້ເປີດງານຢ່າງເປັນທາງການ ຈະຈັດຂຶ້ນໃນຕອນ ບ່າຍວັນທີ 10 ກຸມພາ ໂດຍຈະມີຂະບວນແຫ່ຂອງກ້ອນກຳລັງຕ່າງໆ, ມີການສະແດງບົດຟ້ອນ, ການສະແດງສິລະປະລະຄອນຍ້ອນຍຸກ ແລະ ການນໍາແຂວງຈໍາປາສັກ ຈະກ່າວເປີດງານຢ່າງເປັນທາງການ. ພ້ອມນີ້, ຈະມີການຈຸດພຸໄຟ, ແສງ, ສີ, ສຽງ ຕື່ມອີກ.
ສ່ວນວັນທີ 11 ກຸມພາ ກໍຈະມີການແຂ່ງຂັນກິລາພື້ນເມືອງ ເຊັ່ນ: ກິລາປິນເສົາເອົາລາງວັນ, ກິລາກັອບຄົນຈົນ, ກິລາແລ່ນເປົ໋າ ແລະ ອື່ນໆ. ການຈັດງານໃນປີນີ້, ທາງແຂວງໄດ້ເຊື້ອເຊີນແຂກຈາກພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫລາຍ ເປັນຕົ້ນ ບັນດາແຂວງຈາກ ຫວຽດນາມ, ໄທ, ກຳປູເຈຍ ແລະ ບັນດາທູດປະເທດເພື່ອມິດ ທີ່ປະຈຳຢູ່ ສປປ ລາວ ເຂົ້າມາຮ່ວມງານ ເພື່ອເສີມຂະຫຍາຍມູນເຊື້ອ ປະຫວັດສາດ, ຮີດຄອງປະເພນີອັນດີ ງາມຂອງຊາດລາວ ໃຫ້ສາກົນໄດ້ຮັບຮູ້, ທັງເປັນການດຶງດູດນັກທ່ອງທ່ຽວ ຕື່ມອີກ.
ໃນວັນທີ 12 ກຸມພາ 2025 ກົງກັບມື້ຂຶ້ນ 15 ຄໍ່າເດືອນ 3 ລາວ ຫລື ເດືອນສາມເພັງເປັນວັນບຸນມາຄະບູຊາ, ເປັນວັນທີ່ມີຄວາມສໍາຄັນທາງພຸດທະສາສະໜາ, ຕອນເຊົ້າ ຄະນະນໍາຂັ້ນແຂວງ ກໍຈະໄດ້ນໍາພາມວນຊົນທໍາບຸນໃສ່ບາດຖວາຍສັງຄະທານ ແດ່ພະສົງ ແລະ ຕອນແລງ ກໍມີພິທີວຽນທຽນ ເນື່ອງໃນວັນມາຄະ ບູຊາ.
Cr: ທູນທອງໃຈ






