ປີທ່ອງທ່ຽວລາວ 2024 ຜ່ານມາ ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ຽວແຂວງສະ ຫວັນນະເຂດ ທັງໝົດ 887.160 ຄົນ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂື້ນ 35,72 ສ່ວນຮ້ອຍ, ໃນນີ້ເປັນນັກທ່ອງທ່ຽວຕ່າງປະເທດ 621.499 ຄົນ, ອັນດັບ 1 ແມ່ນນັກທ່ອງທ່ຽວຈາກໄທ, ຮອງລົງມາແມ່ນຫວຽດນາມ ແລະ ຈີນ ສາມາດສ້າງລາຍຮັບຈາກການທ່ອງທ່ຽວໄດ້ຫລາຍກວ່າ 40 ລ້ານໂດລາ.
ທ່ານ ລໍາຄູນ ວໍລະວົງ, ຫົວໜ້າພະແນກຖະແຫລງຂ່າວ, ວັດທະ ນະທຳ ແລະທ່ອງທ່ຽວແຂວງ ສະຫວັນນະເຂດ ແຈ້ງໃຫ້ຮູ້ວ່າ: ອົງການປົກຄອງແຂວງໄດ້ກໍານົດເອົາກິດຈະກໍາສົ່ງເສີມການທ່ອງ ທ່ຽວ ໃນໂອກາດເປີດປີທ່ອງທ່ຽວລາວ 2024 ທັງໜົດ 15 ກິດຈະກໍາ, ໃນນີ້ລະດັບຊາດ 1 ກິດຈະກໍາ ແລະ ລະດັບແຂວງ 1 ກິດຈະກໍາ ແລະ ກິດຈະກໍາບຸນປະເພນີບັນດາເມືອງ 12 ກິດຈະກຳ.
ຜ່ານການຈັດຕັ້ງປະຕິບັດເຫັນວ່າບັນຍາ ກາດການທ່ອງທ່ຽວພາຍໃນແຂວງມີຄວາມຄຶກຄື້ນສົມຄວນ ໂດຍສະເພາະກິດຈະກຳ 3 ກາບໄຫວ້ຄື: ກາບໄຫວ້ພະທາດອີງຮັງ, ກາບໄຫວ້ພະທາດໂຜ່ນ, ກາບໄຫວ້ຫໍພະໄຕປີດົກ; ກິດຈະກຳ 4 ທ່ຽວເບິ່ງປະກອບມີ ເບິ່ງຫໍພິພິທະພັນແຂວງ, ເບິ່ງຫໍພິພິທະພັນໄດໂນເສົາ, ເບິ່ງຫໍພິພິທະພັນຮ່ວມສໍາພັນສູ້ຮົບລາວ-ຫວຽດນາມ, ເບິ່ງມໍລະດົກສະຖານໜອງເຮືອທອງ ແລະ ກິດຈະກຳ 5 ທ່ຽວຊົມມີ: ທ່ຽວຊົມຕົວເມືອງເກົ່າປະຫວັດສາດ, ດົງນາຕາດ-ໜອງຫລົ່ມ ນະ ຄອນໄກສອນ ພົມວິຫານ; ທ່ຽວຊົມຝູງລີງ-ປາຝາ-ຝາຍສຸຍ ເມືອງຈຳພອນ; ທ່ຽວຊົມໂອ່ງ-ມັ່ງ, ນົກຍາງຂາວ, ແຫລ່ງຂຸດຄົ້ນກະດູກໄດໂນເສົາ ເມືອງຊົນນະບູລີ; ທ່ຽວຊົມດອນຫີນດ້າງ-ໂພນຊ້າງສານ-ສີສະເກດ ສວນຕານ-ເຮືອນຫີນ ເມືອງໄຊພູທອງ ແລະ ທ່ຽວຊົມພະທາດນາງລາວພະເຈົ້າອົງແສນ, ຫີນສາມເສົ້າ-ນໍ້າເກົ້າແຄວ ເມືອງວິລະບູລີ.
ທ່ານ ລໍາຄູນ ວໍລະວົງ ໃຫ້ຮູ້ຕື່ມວ່າ: ສໍາລັບປີ 2025 ນີ້ ແຂວງສະຫວັນນະເຂດ ຈະສືບຕໍ່ສືບຕໍ່ຊຸກຍູ້ ແລະ ປັບປຸງເຮືອນປະຊາຊົນໃຫ້ກາຍເປັນຮູບແບບທີ່ໄດ້ມາດຕະຖານເຮືອນພັກໂຮມສະເຕ ໃນ 4 ເຂດເປົ້າໝາຍໃຫ້ໄດ້ 46 ແຫ່ງ: ເຂດດົງນາຕາດ, ດົງພູວຽງ, ເຂດອະນຸລັກໂອ່ງມັ່ງ ແລະ ເຂດເມືອງຈໍາພອນ, ປັບປຸງແຫຼ່ງທ່ອງທ່ຽວທໍາມະຊາດແບບປະຊາຊົນມີສ່ວນຮ່ວມ 3 ເຂດເປົ້າໝາຍ: ເຂດປ່າສະຫງວນດົງນາຕາດ, ເຂດປ່າສະຫງວນດົງພູວຽງ ແລະ ເຂດອະນຸລັກໂອ່ງມັ່ງ, ປະເມີນຄັດເລືອກຫ້ອງນໍ້າສາທາລະນະ ເພື່ອກະ ກຽມສະເໜີຂໍຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈໍາປີ 2025, ຊຸກຍູ້ ແລະ ສົ່ງເສີມການສ້າງຜະລິດຕະພັນທີ່ລະນືກ, ທີ່ເປັນເອກະລັກຂອງແຂວງ 1 ເມືອງ 1 ຜະລິດຕະພັນ ເຊັ່ນ: ອາຫານສະຫວັນນະເຂດ, ຜະລິດຕະພັນຜ້າຝ້າຍ ແລະ ເຄື່ອງອາພອນເຜົ່າ, ຄາດວ່າຈະດຶງດູດນັກທ່ອງ ທ່ຽວໃຫ້ໄດ້ 785.083 ຄົນ.
Cr: ຈັນທະສອນ ສີຫານາດ








