ທ່ານ ຄໍາຜຸຍ ໂນລາ ກຳມະການພັກແຂວງ ຫົວໜ້າພະແນກ ແຜນການ ແລະ ການລົງທຶນແຂວງຊຽງຂວາງທີ່ໄດ້ລາຍງານການຈັດຕັ້ງປະຕິບັດແຜນລົງທຶນຂອງລັດ ປະຈຳປີ 2024 ແລະ ທິດ ທາງແຜນການປີ 2025 ຕໍ່ກອງປະຊຸມ ຂອງສະມາຊິກສະພາປະຊາຊົນແຂວງ ຊຸດທີ II ສະໄໝສາມັນເທື່ອທີ 8 ໃນຄັ້ງວັນທີ 29 ມັງກອນ 2025 ໃຫ້ຮູ້ວ່າ: ໃນປີ 2024 ລວມໂຄງການປະ ເພດ I.II.III ແລະ IV ທີ່ສະພາແຫ່ງຊາດຮັບຮອງ ແລະ ໂຄງການປະເພດ V ທີ່ສະພາປະຊາຊົນແຂວງຮັບຮອງໄດ້ຮັບຮອງອະນຸມັດ ທັງໜົດ 319 ໂຄງການ ມູນຄ່າ 166,78 ຕື້ກີບ, ສາມາດອອກໃບຢັ້ງຢືນ ການຈັດຕັ້ງປະຕິບັດການຊຳລະໂຄງການລົງທຶນຂອງລັດ ເຖິງພະແນກການເງິນໄດ້ທັງໝົດ 259 ໂຄງການ ມູນຄ່າ ທັງໝົດ 179,53 ຕື້ກີບ.
ໃນນີ້, ໂຄງການປະເພດ I, II, III ແລະ IV (ສະພາແຫ່ງຊາດຮັບຮອງ) ມີ 127 ໂຄງການ, ມູນຄ່າ 150,56 ຕື້ກີບ, ເທົ່າກັບ 100% ຂອງແຜນການປີ, ໂຄງການປະເພດ V (ສະພາປະຊາຊົນ ແຂວງຮັບຮອງ) ມີ 132 ໂຄງການ, ມູນຄ່າ 16,22 ຕື້ກີບ, ເທົ່າກັບ 100% ຂອງແຜນການປີ.
ສໍາລັບປີ 2025 ໂຄງການລົງທຶນຂອງລັດຂອງແຂວງຊຽງຂວາງ ໄດ້ຮັບທຶນທັງໝົດ 217,71 ຕື້ກີບ, ໃນນັ້ນ ໂຄງການປະເພດ I, II, III ແລະ IV ທີສະພາແຫ່ງຊາດຮັບຮອງ ມີ 218 ໂຄງການ, ມູນຄ່າ 199,42 ຕື້ກີບ, ໂຄງການສົມທົບທຶນ ODA ມູນຄ່າ 1,54 ຕື້ກີບ, ບ້ວງປົກກະຕິ ມູນຄ່າ 1,57 ຕື້ກີບ, ທຶນໂຄງການເປົ້າໝາຍສະເພາະ: ມູນຄ່າ 85,30 ຕື້ກີບ, ບ້ວງຟື້ນຟູໂຄງການໄພພິບັດ: ມູນຄ່າ 42,49 ຕື້ກີບ, ບ້ວງແຜນງານໂຄງການສ້ອມແປງເສັ້ນທາງເຂົ້າສູ່ແຫຼ່ງທ່ອງທ່ຽວ: ມູນຄ່າ 9,58 ຕື້ກີບ, ທຶນບ້ວງຈົດຮັບ-ຈົດຈ່າຍ ແລະ ອື່ນໆ: ມູນຄ່າ 58,94 ຕື້ກີບ, ໂຄງການປະເພດ V ທີ່ ສະພາປະຊາຊົນແຂວງຮັບຮອງ ມູນຄ່າ 18,29 ຕື້ກີບ. ໃນນັ້ນ, ທຶນໂຄງການປົກກະຕິ ມູນຄ່າ 14,93 ຕື້ກີບ ແລະ ບ້ວງພັດທະນາຊົນນະບົດ ແລະ ຈັດສັນພູມລໍາເນົາ, ບ່ອນທຳມາຫາກິນຖາວອນ: ມູນຄ່າ 3,36 ຕື້ກີບ.
Cr: ສື່ມວນຊົນຂອງແຂວງຊຽງຂວາງ



