ພິທີເຊັນສັນຍາ ໂຄງການສ້າງຕັ້ງສະໜາມຝຶກຊ້ອມກິລາຍິງປືນແບບຄົບວົງ ຈອນມາດຕະຖານສາກົນ ລະຫວ່າງ ກອງບັນຊາການທະຫານແຂວງອຸດົມໄຊ ກັບ ບໍລິສັດ ໄຊອິນເຕີ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນເມື່ອບໍດົນມານີ້ ທີ່ສູນບັນຊາກອງບັນຊາການທະຫານແຂວງອຸດົມໄຊ.
ການກໍ່ສ້າງດັ່ງກ່າວ ແມ່ນບໍລິສັດ ໄຊອິນເຕີ ຂາເຂົ້າ – ຂາອອກ ຈໍາກັດຜູ້ດຽວ ຮັບເໝົາໂຄງການກໍ່ສ້າງ ເພື່ອອໍານວຍຄວາມສະດວກໃຫ້ແກ່ວົງການກິລາຍິງປືນຂອງແຂວງ ແລະ ເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຜູ້ທີ່ມີພອນສະຫວັນໃນດ້ານວົງການກິລາຍິງປືນ ເຂົ້າມາໃຊ້ບໍລິການຢູ່ສະຖານທີ່ດັ່ງກ່າວ, ສ້າງເງື່ອນໄຂອຳນວຍຄວາມສະດວກໃນການອົບຮົມ-ຫັດແອບວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໃນການຍິງລູກປືນແທ້ ແລະ ຈັດການແຂ່ງຂັນກິລາຍິງປືນ.
ໂຄງການດັ່ງກ່າວ ແມ່ນຈະໄດ້ຕັ້ງຢູ່ເຂດບ້ານນາໝີ ເມືອງໄຊ ແຂວງອຸດົມໄຊ ໂດຍແມ່ນ ບໍລິສັດ ໄຊອິນເຕີ ຂາເຂົ້າ – ຂາອອກ ຈໍາກັດຜູ້ດຽວ ເປັນຜູ້ລົງທຶນກໍ່ສ້າງ ໃນນີ້ເນື້ອທີ່ທັງໝົດ 150-170 ເຮັກຕາ, ມູນຄ່າການກໍ່ສ້າງທັງໝົດ 18 ລ້ານໂດລາ ສະຫະລັດ, ຄາດຄະເນການກໍ່ສ້າງໃຫ້ສໍາເລັດພາຍໃນ 3-5 ປີ.
ພາຍຫຼັງຜ່ານບັນດາເນື້ອໃນດັ່ງກ່າວແລ້ວ ທັງສອງຝ່າຍໄດ້ປະກອບຄຳຄິດຄຳເຫັນ ແລະ ລົງລາຍເຊັນຮ່ວມກັນ ໂດຍມີ ທ່ານ ພົນຈັດຕະວາ ຄຳເຜີຍ ໂສມພັນ, ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊ ແລະ ຕາງໜ້າບໍລິສັດລົງນາມໂດຍ ທ່ານ ຢາງ ລາວເອີ ປະທານ ບໍລິສັດ ໄຊອິນເຕີ ຂາເຂົ້າ – ຂາອອກ ຈໍາກັດຜູ້ດຽວ ແລະ ບໍລິສັດ ລືໄຊ, ບໍລິສັດສາລິກາ, ບໍລິສັດໄຊທານີແລະ ມີບັນດາພະຍານຮ່ວມລົງນາມໃນຄັ້ງນີ້.
Cr: ວິທະຍຸບໂທລະພາບແຂວງອຸດົມໄຊ



