ຄຳມ່ວນ ຍັງເຫລືອຄອບຄົວທຸກຍາກ 11,553 ຄອບຄົວ ກວມ 13.6%

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໃຫ້ຮູ້ໃນໂອກາດສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ເພື່ອພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກ ຍາກຂອງປະຊາຊົນ, ອົງການປົກຄອງແຂວງຄໍາມ່ວນ ໄດ້ສົມທົບກັບທຸກພາກສ່ວນໃນທົ່ວສັງຄົມສຸມທຶນຮອນ, ງົບປະມານຕາມທ່າແຮງຂອງແຂວງ ແລະ ດຶງດູດພາກ ສ່ວນເອກະຊົນ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ເຂົ້າມາມີສ່ວນຮ່ວມໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບັນດາບ້ານທີ່ຍັງບໍ່ຜ່ານຕາມມາດຖານເງື່ອນໄຂຂອງດຳລັດ 348/ລບ ເຮັດໃຫ້ວຽກງານດັ່ງກ່າວມີຄວາມຄືບໜ້າຂຶ້ນເປັນກ້າວໆ.
ປັດຈຸບັນ, ແຂວງຄໍາມ່ວນ ປະກອບມີ 10 ເມືອງ, 570 ບ້ານ, 84,933 ຄອບຄົວ, ມີພົນລະເມືອງທັງໝົດ 442,800 ຄົນ, ຍິງ 225,093 ຄົນ, ມີຄອບຄົວພົ້ນທຸກ 73,380 ຄອບຄົວ ເທົ່າກັບ 86.4%, ຄອບຄົວທຸກຍາກ 11,553 ຄອບຄົວ ເທົ່າ ກັບ 13.6%, ຄອບຄົວພັດທະນາ 61,549 ຄອບຄົວ ເທົ່າກັບ 72.5%, ບ້ານພົ້ນທຸກ 480 ບ້ານ ເທົ່າກັບ 84.2%, ບ້ານທຸກຍາກ 90 ບ້ານ ເທົ່າກັບ 15.8% ແລະ ບ້ານພັດ ທະນາ 266 ບ້ານ ເທົ່າກັບ 46.7%, ເມືອງພົ້ນທຸກມີ 7 ເມືອງ ແລະ ເມືອງທຸກຍາກມີ 3 ເມືອງ (ບົວລະພາ, ໄຊບົວທອງ ແລະ ນາກາຍ).


