ເມືອງຕະໂອ້ຍ ສຳເລັດການສອບເສັງຄັດເລືອກນັກຮຽນເກັ່ງຊັ້ນ ປ5,ມ4,ມ7 ປະຈໍາສົກປີ 2024-2025

ພິທີສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເເມືອງ ປ5,ມ4,ມ7 ປະຈໍາສົກປີ 2024-2025 ທົ່ວເມືອງຕະໂອ້ຍ.ໄດ້ຈັດຂຶ້ນໃນທ້າຍເດືອນມັງກອນ 2025ນີ້,ທີ່ສະໂມສອນ ໂຮງຮຽນມສ ຕະໂອ້ຍ,ໂດຍການເຂົ້າຮ່ວມ ແລະເປີດຊອງຫົວບົດສອບເສັງຂອງທ່ານ ນາງ ບຸນຖີ່ນ ແກນພົມມາ ຮອງເລຂາພັກເມືອງ,ມີທ່ານ ແກ້ວໂສດາ ຄຳປັນຍາ ຮອງຫົວຫນ້າຫ້ອງການສຶກສາທິການ ແລະກິລາເມືອງຕະໂອ້ຍ,ມີບັນດາຄະນະກໍາມະການ,ອຳນວຍການໂຮງຮຽນ,ຄູ-ອາຈານ ແລະນ້ອງໆນັກຮຽນເກັ່ງທົ່ວເມືອງຕະໂອ້ຍເຂົ້າຮ່ວມ.
#ການສອບເສັງຄັດເລືອກນັກຮຽນເກັ່ງກໍ່ແມ່ນ:ກິດຈະກຳຫນຶ່ງທີ່ນອນຢູ່ໃນແຜນການປັບປຸງຄຸນນະພາບການສຶກສາທີ່ໄດ້ຈັດຕັ້ງປະຕິບັດມາຢ່າງຕໍ່ເນື່ອງໃນແຕ່ລະສົກຮຽນ ເພື່ອສ້າງໂອກາດໃຫ້ນັກຮຽນສະແດງຄວາມຮູ້,ຄວາມສາມາດ,ພອນສະຫວັນ,ຫົວຄິດປະດິດສ້າງຂອງຕົນເອງ ແລະຍັງເປັນການສົ່ງເສີມຂະບວນການສອນດີຮຽນເກັ່ງໃນບັນດາໂຮງຮຽນໃຫ້ມີບັນຍາກາດຟົດຟື້ນແຂ່ງຂັນກັນ ແລະເຂົ້າໃຈສະແດງອອກໃນວິທີການແຂ່ງຂັນໃນຂັ້ນເມືອງ,ກ້າວເຂົ້າສູ່ການສອບເສັງນັກຮຽນເກ້ງຂັ້ນແຂວງ ເພື່ອແນ່ໃສ່ຂີດຄວາມສາມາດຄັດເລືອກຕົວແທນນັກຮຽນເກັ່ງຂອງເມືອງ ມໍ4 ແລະມໍ7 ເຂົ້າຮ່ວມການສອບເສັງແຂ່ງຂັນໃນລະດັບແຂວງ ໃນວັນທີ 18 ເດືອນກຸມພາ 2025 ທີ່ແຂວງ ສາລະວັນ.#ສຳລັບນັກຮຽນທີ່ເຂົ້າຮ່ວມສອບເສັງໃນຄັ້ງນີ້ແມ່ນ:ຕົວແທນມາຈາກກຸ່ມໂຮງຮຽນຊັ້ນປະຖົມ,ຊັ້ນມັດທະຍົມຕົ້ນ-ປາຍໃນທົ່ວເມືອງ.ການສອບເສັງຊັ້ນປະຖົມສຶກສາມີ 3 ວິຊາສອບເສັງຄື:ວິຊາພາສາລາວ,ຄະນິດສາດ,ວິທະຍາສາດ ແລະສິ່ງແວດລ້ອມ,ຊັ້ນມັດທະຍົມສຶກສາ ມໍ4 ແລະມໍ7ປະກອບມີ 4 ວິຊາສອບເສັງຄື:ພາສາລາວ-ວັນະຄະດີ,ຄະນິດສາດ,ຟິຊິກສາດ ແລະ ເຄມີສາດ,ໂດຍມີນັກສອບເສັງທັງຫມົດ: 67 ຄົນ,ຍິງ 35 ຄົນ,ໃນນັ້ນຊັ້ນປະຖົມສຶກສາ ປໍ5 ມີ 42 ຄົນ,ຍິງ 22ຄົນ,ຊັ້ນມັດທະຍົມສຶກສາ ມໍ4 ມີ 17 ຄົນ,ຍິງ 11 ຄົນ,ມໍ7 ມີ 8ຄົນ,ຍິງ 4 ຄົນ.ສະຫມັກມາດຖານເງື່ອນໄຂຂອງນັກຮຽນເກັ່ງຂັ້ນເມືອງແມ່ນທີ1,ທີ2,ທີ3 ແລະ ທີ4,ຂອງແຕ່ລະວິຊາ ຜົນການສອບເສັງຕ້ອງໄດ້ຄະແນນ 7 ຂຶ້ນໄປ ຈຶ່ງຖືກຮັບຮອງເປັນນັກຮຽນເກັ່ງ.ຖ້າຫາກວິຊາໃດບໍ່ມີນັກຮຽນເກັ່ງເສັງໄດ້ຄະແນນນ 7 ຂຶ້ນໄປ ວິຊານັ້ນຈະບໍ່ມີນັກຮຽນເກັ່ງຂັ້ນເມືອງ.
#ຜົນການສອບເສັງຄັດເລືອກນັກຮຽນເກັ່ງປະຈຳສົກປີ 2024-2025 ຊັ້ນປະຖົມສຶກສາ ປ5 ອັນດັບທີ 1 ວິຊາຄະນິດສາດໄດ້ແກ່:ທ້າວ ສຸດດາລັດ ລອຍວັນໄຊ,ມາຈາກກຸ່ມໂຮງຮຽນ ເທດສະບານ,ອັນດັບທີ1 ວິຊາ:ວິທະຍາສາດແລະສິ່ງແວດລ້ອມໄດ້ແກ່:ນາງ ຫັດສະດີ ມາຈາກກຸ່ມໂຮງຮຽນ ເທດສະບານ,ອັນດັບທີ1 ວິຊາພາສາລາວໄດ້ແກ່:ນາງ ຈັນສະໄໝ ສູນທອນມະນີ.ມາຈາກກຸ່ມໂຮງຮຽນ ເທດສະບານ,ຊັ້ນມັດທະຍົມສຶກສາ ມໍ4 ວິຊາຄະນິິດສາດ ທີ1 ໄດ້ແກ່:ນາງ ຟ້າໃສ ວໍລະສານ,ມາຈາກກຸ່ມໂຮງຮຽນມສຕະໂອ້ຍ,ວິຊາພາສາລາວ-ວັນະຄະດີ ທີ1 ໄດ້ແກ່:ນາງ ສຽວພິງ,ມາຈາກກຸ່ມໂຮງຮຽນ ປະຈູດອນ,ວິຊາຟິຊິກສາດໄດ້ແກ່:ນາງ ກັນລະຍາ ແກ້ວມີໄຊ,ມາຈາກກຸ່ມໂຮງຮຽນມສຕະໂອ້ຍ,ວິຊາເຄມີສາດໄດ້ແກ່:ນາງ ພອນສະຫວັນ ມະນີວົງ,ມາຈາກກຸ່ມໂຮງຮຽນມສຕະໂອ້ຍ ແລະສ່ວນມັດທະຍົມສຶກສາ ມໍ7 ວິຊາຄະນິດສາດ ທີ1 ໄດ້ແກ່:ນາງ ມູນມາຈາກກຸ່ມໂຮງຮຽນປະຈູດອນ,ວິຊາພາສາລາວ-ວັນະຄະດີ ທີ1 ໄດ້ແກ່:ນາງ ໂສພາ ຫຸນະຈຳປາມາຈາກກຸ່ມໂຮງຮຽນມສຕະໂອ້ຍ ແລະ ວິຊາຟິຊິກສາດໄດ້ແກ່:ທ້າວ ເອກ ຄຳປັນຍາ,ມາຈາກກຸ່ມໂຮງຮຽນມສຕະໂອ້ຍ,ວິຊາເຄມີສາດໄດ້ແກ່:ທ້າວ ກຸ ຍານຄຳປຸນ,ມາຈາກກຸ່ມໂຮງຮຽນມສຕະໂອ້ຍ,ສຳລັບນັກຮຽນເກັ່ງເສັງໄດ້ ອັນດັບທີ1 ໄດ້ຮັບຂອງຂັວນເງິນສົດຈຳນວນ150.000ກີບ ແລະໃບຍ້ອງຍໍຂອງຫົວຫນ້າຫ້ອງການສຶກສາທິການ ແລະກິລາເມືອງ,ຂອງຂັວນ ທີ2 ໄດ້ຮັບເງິນສົດຈຳນວນ100.000ກີບ ທີ3 ໄດ້ຮັບເງິນສົດຈຳນວນ50.000ກີບ ທີ4 ແມ່ນໄດ້ຮັບໃບຢັ້ງຢືນ.
ພາບ-ຂ່າວ: ອ່ອໃຈ ໄຊຍະແຮດ






