ສະຫາຍ ວິໄລວັນ ບຸດດາຄຳຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ທັງເປັນຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ລາຍງານຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2024 ໃນວັນທີ 3 ກຸມພາ ນີ້ວ່າ: ປີຜ່ານມາວຽກງານກວດກາລັດ ໄດ້ຕິດຕາມ, ກວດກາ ໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ຈຳນວນທັງໝົດ 43 ໂຄງການ, ລວມມູນຄ່າ 10,172.07 ຕື້ກີບ, 7,632,660 ໂດລາ ແລະ 37.40 ຕື້ຢວນ, ໃນນີ້ ກວດກາໂຄງການທີ່ກໍ່ສ້າງສໍາເລັດແລ້ວ 5 ໂຄງການ, ສືບຕໍ່ກວດກາໂຄງການທີ່ບໍ່ທັນສໍາເລັດການກໍ່ສ້າງ 38 ໂຄງການ ລວມມູນຄ່າ 8,891.63 ຕື້ກີບ, ໃນນີ້ ໄດ້ກວດກາແລ້ວຈໍານວນ 28 ໂຄງການ; ກວດກາການຊົດເຊີຍໃຫ້ປະຊາຊົນທີ່ຖືກຜົນກະທົບຈາກ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ປັດຈຸບັນໄດ້ຊົດເຊີຍແລ້ວ 6,504 ຄອບຄົວ ເປັນເງິນ 1,599.63 ຕື້ກີບ; ຍັງຄ້າງ 371 ຄອບຄົວ ທີ່ຈະຕ້ອງໄດ້ສືບຕໍ່ຊົດເຊີຍ.
ພ້ອມນີ້ຍັງໄດ້ກວດກາຕາມຄຳສັ່ງຄື: ກວດກາ ແລະ ປັບປຸງລັດວິສາຫະກິດນໍ້າປະປານະຄອນຫຼວງວຽງຈັນ, ກວດກາເຂດເສດຖະກິດພິເສດໃນທົ່ວປະເທດ; ໄດ້ກວດກາຕາມມະຕິສະພາສະບັບເລກທີ 113/ສພຊ ຄື: ກວດກາແຫຼ່ງລາຍຮັບ-ລາຍຈ່າຍ ແລະ ຄຸ້ມຄອງການນຳໃຊ້ເງິນກອງທຶນທາງເລີ່ມແຕ່ປີ 2020-2023; ກວດກາການນໍາເຂົ້ານໍ້າມັນຍົກເວັ້ນພາສີ-ອາກອນແຕ່ປີ 2019-2023 ເພື່ອເຂົ້າມາຮັບໃຊ້ໂຄງການ, ຮັບໃຊ້ສະຖານທູດ ແລະ ຮັບໃຊ້ອົງການຈັດຕັ້ງສາກົນ; ກວດກາການນຳເຂົ້າ ແລະ ເສຍພາສີພາຫະນະທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການແຕ່ປີ 2019 ຈົນຮອດປັດຈຸບັນ; ກວດກາ 17 ບໍລິສັດທີ່ຂຸດຄົ້ນ ແລະ ສົ່ງອອກແຮ່ທາດ (ແບບທົດລອງ); ກວດກາການລົງທຶນຂອງລັດຕາມຜົນການກວດສອບທີ່ຍັງຄ້າງຈຳນວນ 43 ໂຄງການ; ສືບຕໍ່ກວດກາໂຄງການລົງທຶນຂອງລັດທີ່ມີມູນຄ່າ 10 ຕື້ຂຶ້ນໄປ ແລະ 10 ຕື້ລົງມາ ທີ່ຍັງຄ້າງ; ກວດກາຄວາມຮັບຜິດຊອບຂອງພະນັກງານຈໍານວນໜຶ່ງທີ່ກ່ຽວຂ້ອງກັບການປະຕິບັດໂຄງການຢູ່ແຂວງເຊກອງ, ອັດຕະປື ແລະ ແຂວງຫົວພັນ.
ຂ່າວ: ປະຊາຊົນ



