ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນ ມັງກອນ 2025

Feb 4, 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມັງກອນ 2025 ໄຂຂຶ້ນໃນຕອນເຊົ້າວັນທີ 03 ກຸມພາ ອັດລົງໃນຕອນແລງ ວັນທີ 04 ກຸມພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ, ກໍາມາທິການກົດໝາຍຂອງສະພາແຫ່ງຊາດ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມັງກອນ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກຸມພາ 2025.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາເຫັນດີດ້ານຫຼັກການ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື:
ວາລະທີ 1 ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ ຄື: ວຽກງານພົ້ນເດັ່ນປະຈໍາເດືອນມັງກອນ ແລະ ທິດທາງແຜນການ ປະຈຳເດືອນກຸມພາ 2025 ຂອງລັດຖະບານ; ການກະກຽມກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ ຄັ້ງທີ I ປະຈໍາປີ 2025; ຄວາມພ້ອມໃນການປັບປຸງກົດໝາຍ 3 ສະບັບ ທີ່ຈະນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄື: ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍ ວ່າດ້ວຍ ພະນັກງານ-ລັດຖະກອນ ແລະ ກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ; ການກະກຽມເຂົ້າຮ່ວມງານວາງສະແດງໂລກ (World EXPO) 2025, ທີ່ Osaka, ປະເທດຍີ່ປຸ່ນ; ຜົນສໍາເລັດການກໍານົດເຂດແດນເຊື່ອມຕໍ່ ລະຫວ່າງ ນະຄອນຫຼວງ, ແຂວງ ກັບ ແຂວງ ທົ່ວປະເທດ ແລະ ລາຍງານຂໍທິດຊີ້ນໍາວຽກງານສ້າງຕັ້ງຕາແສງ ໃນຕໍ່ໜ້າ, ໃນນັ້ນ:
ຕໍ່ວຽກງານພົ້ນເດັ່ນປະຈໍາເດືອນມັງກອນ ແລະ ທິດທາງແຜນການ ປະຈຳເດືອນກຸມພາ 2025 ຂອງລັດຖະບານ: ກອງປະຊຸມ ໄດ້ຊີ້ນໍາໃຫ້ຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ ນຳໄປປັບປຸງ ຕາມຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ການສະຫຼຸບຕົວເລກສະຖິຕິ ແລະ ເນື້ອໃນຕ່າງໆ ໃຫ້ສອດຄ່ອງກັບຕົວຈິງ; ສໍາລັບແຜນວຽກຈຸດສຸມປະຈຳເດືອນກຸມພາ 2025 ສືບຕໍ່ຕິດຕາມ ແລະ ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ- ການເງິນ, ລາຄາສິນຄ້າ, ການແກ້ໄຂໜີ້ສິນ, ການທວງໜີ້ຕ້ອງຮັບ ໃຫ້ມີມາດຕະການທີ່ຊັດເຈນ, ເຂັ້ມງວດ ແລະ ເດັດຂາດ; ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ, ລວມທັງ ການແກ້ໄຂບັນຫາແຮງງານ, ການປະລະການຮຽນ, ບັນຫາໝອກຄວັນ, ບັນຫາລົດເຖື່ອນ, ການຂາດແຄນໄຟຟ້າ, ການແກ້ໄຂຜົນຂອງການ ກວດກາ-ກວດສອບ ແລະ ອື່ນໆ; ພ້ອມກັນນີ້ ໃຫ້ກະຊວງການ ຕ່າງປະເທດ ເປັນໃຈກາງ ປະສານສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ກະກຽມດ້ານຄວາມພ້ອມຕ່າງໆ ເພື່ອຕ້ອນຮັບການມາຢ້ຽມຢາມຂອງການນຳຂັ້ນສູງ ຈາກຕ່າງປະເທດ, ການເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຕ່າງໆ ຂອງການນໍາຂັ້ນສູງ ສປປ ລາວ ເຮົາ.
ຕໍ່ການກະກຽມກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ ຄັ້ງທີ I ປະຈໍາປີ 2025: ກອງປະຊຸມ ໄດ້ຊີ້ນໍາໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນໃຈກາງປະສານສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ກະກຽມບັນດາເນື້ອໃນ ກໍ່ຄື ຫົວຂໍ້ທີ່ຈະນຳສະເໜີຕໍ່ກອງປະຊຸມດັ່ງກ່າວ ໃຫ້ມີຄວາມພ້ອມຮອບດ້ານ, ມີຄວາມເປັນເອກະພາບ ແລະ ທັນຕາມກໍານົດເວລາ.
ຕໍ່ຄວາມພ້ອມໃນການປັບປຸງກົດໝາຍ 3 ສະບັບ ຄື: ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍ ວ່າດ້ວຍພະນັງານ-ລັດຖະກອນ ແລະ ກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ: ກອງປະຊຸມ ໄດ້ຊີ້ນໍາກະຊວງພາຍໃນ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ຕາມຄຳເຫັນຂອງສະມາຊິກລັດຖະບານ ບົນພື້ນຖານສອດຄ່ອງກັບຮ່າງລັດຖະທຳມະນູນ ທີ່ໄດ້ປັບປຸງ ເພື່ອໃຫ້ທັນນຳເຂົ້າພິຈາລະ ນາ ໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX; ຕໍ່ກັບກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ ເຫັນວ່າຍັງບໍ່ທັນມີຄວາມພ້ອມ ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX, ມອບໃຫ້ກະຊວງການເງິນ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ປັບປຸງກົດໝາຍດັ່ງກ່າວ ໃຫ້ມີເນື້ອໃນຮັດກຸມ ແລະ ຄົບຖ້ວນສົມບູນຂຶ້ນຕື່ມ.
ຕໍ່ການກະກຽມເຂົ້າຮ່ວມງານວາງສະແດງໂລກ (World EXPO) 2025, ທີ່ Osaka, ປະເທດຍີ່ປຸ່ນ: ກອງປະຊຸມ ຊີ້ນໍາກະຊວງອຸດສາຫະກໍາ ແລະ ການຄ້າ ເປັນໃຈກາງປະສານສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ກະກຽມຄວາມພ້ອມດ້ານຕ່າງໆ ເປັນຕົ້ນ ການປະກອບຄະນະທີ່ເຂົ້າຮ່ວມ ທັງພາກລັດ ແລະ ພາກທຸລະກິດ ໃຫ້ສົມເຫດສົມຜົນ ບົນພື້ນຖານປະຢັດມັດທະຍັດ ແລະ ນຳໃຊ້ທ່າແຮງທີ່ມີເປັນຫຼັກ; ພ້ອມກັນນັ້ນ ການກໍານົດດ້ານເນື້ອໃນ, ກິດຈະກໍາເຄື່ອນໄຫວ ແລະ ຜະລິດຕະພັນສິນຄ້າ ທີ່ຈະນຳໄປວາງສະແດງ ໃຫ້ສ່ອງແສງເຖິງຄວາມ ເປັນເອກະລັກຂອງຊາດລາວເຮົາ ທັງເປັນການປະກອບສ່ວນສໍາຄັນ ເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ໃນປີ 2025 ນີ້.
ສຳລັບຜົນສໍາເລັດການກໍານົດເຂດແດນເຊື່ອມຕໍ່ ລະຫວ່າງ ນະຄອນຫຼວງ, ແຂວງ ກັບ ແຂວງ ທົ່ວປະເທດ ແລະ ການລາຍງານກ່ຽວກັບວຽກງານສ້າງຕັ້ງຕາແສງ ໃນຕໍ່ໜ້າ: ກອງປະຊຸມ ຊີ້ນໍາກະຊວງພາຍໃນ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ກວດກາ ແລະ ແກ້ໄຂເຂດຊາຍແດນ ຢູ່ເຂດທີ່ບໍ່ທັນເປັນເອກະພາບກັນ ໃຫ້ມີຊັດເຈນ, ຈະແຈ້ງ ແລະ ສຳເລັດໂດຍໄວ; ສຳລັບການສ້າງຕັ້ງຕາແສງ ແມ່ນໃຫ້ສອດຄ່ອງຕາມຈຸດປະສົງເປົ້າໝາຍຂອງການສ້າງຕາແສງຢ່າງແທ້ຈິງ ໂດຍອີງໃສ່ເງື່ອນໄຂທາງດ້ານທີ່ຕັ້ງ ແລະ ຈຸດພິເສດຂອງແຕ່ລະທ້ອງຖິ່ນເປັນຫຼັກ, ດໍາເນີນໄປເທື່ອລະກ້າວ ຕາມເງື່ອນໄຂ ແລະ ທ່າແຮງຕົວຈິງ, ອັນສຳຄັນ ຕ້ອງຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ກໍາລັງແຮງໃນການພັດທະນາ. ພ້ອມກັນນັ້ນ ກໍ່ໃຫ້ຄົ້ນຄວ້າກົງຈັກການຈັດຕັ້ງຂອງຕາແສງ ໃຫ້ປະກອບດ້ວຍ ຂົງເຂດວຽກງານພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນ ບົນພື້ນຖານກົງຈັກກະທັດຮັດ, ສົມເຫດສົມຜົນ ແລະ ພາຍຫຼັງສ້າງຕັ້ງຕາແສງແລ້ວ ໃຫ້ສາມາດຈັດຕັ້ງເຄື່ອນໄຫວ ຢ່າງມີປະສິດທິຜົນ.
ວາລະທີ 2 ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງນິຕິກໍາ ຈໍານວນ 06 ສະບັບຄື: (1) ຮ່າງຍຸດທະສາດ ການບໍລິຫານລັດແບບດີຈີຕອນ; (2) ຮ່າງດໍາລັດ ວ່າດ້ວຍກະສິກໍາສະອາດ; (3) ຮ່າງດໍາລັດ ວ່າດ້ວຍສິນເຊື່ອກາກບອນ; (4) ຮ່າງດໍາລັດ ວ່າດ້ວຍ ເຂດສະຫງວນທາງລົດໄຟແຫ່ງຊາດ; (5) ຮ່າງດໍາລັດ ວ່າດ້ວຍການເອົາເດັກໄປເປັນລູກລ້ຽງ; (6) ຮ່າງດໍາລັດ ວ່າດ້ວຍນັກຄົ້ນຄວ້າວິທະຍາສາດ. ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ: ການກຳນົດຈຸດປະສົງ, ການອະທິບາຍຄໍາສັບ, ການນຳໃຊ້ຄຳສັບ ແລະ ກຳນົດໂຄງປະກອບຮ່າງດຳລັດ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຈະແຈ້ງ, ຊັດເຈນ, ຮັດກຸມ ສອດຄ່ອງກັບບັນດາກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ໄດ້ປະກາດນຳໃຊ້ແລ້ວ, ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ພັນທະສັນຍາຜູກພັນຕ່າງໆ, ສິ່ງສໍາຄັນ ພາຍຫຼັງປະກາດໃຊ້ແລ້ວ ແມ່ນສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິຜົນ ແລະ ເປັນຮູບປະທໍາ.
ສຳລັບແຜນວຽກຈຸດສຸມຂອງລັດຖະບານ ໃນເດືອນກຸມພາ 2025 ລັດຖະບານ ຈະໄດ້ສືບຕໍ່ບຸກບືນຜ່ານຜ່າອຸປະສັກຕ່າງໆ ເພື່ອສຸມໃສ່ປະຕິບັດບັນດາໜ້າວຽກ ທີ່ໄດ້ກຳນົດໄວ້ໃນດຳລັດສະບັບເລກທີ 702/ນຍ, ລົງວັນທີ 25 ທັນວາ 2024 ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ແຜນການແກ້ໄຂຜົນການກວດກາ-ກວດສອບ ກໍຄືແຜນວຽກຈຸດສຸມລວມໝົດປີ 2024 ທີ່ໄດ້ກໍານົດໃນມະຕິກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2024 ຕົ້ນຕໍແມ່ນສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ, ໃນນັ້ນ ຈະໄດ້ສຸມໃສ່ສືບຕໍ່ຈັດຕັ້ງປະຕິບັດວຽກງານຈຸດສຸມຕົວຈິງ ຈຳນວນໜຶ່ງ ດັ່ງນີ້:
ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໂດຍສຸມໃສ່ຮັກສາຄວາມສະຫງົບຕາມແລວຊາຍແດນ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ທາງສັງຄົມຕ່າງໆ ເປັນຕົ້ນ: ບັນຫາຢາເສບຕິດ, ການຄ້າ-ຂາຍເຖື່ອນ, ບັນຫາປຸ້ນຈີ້, ຂີ້ລັກງັດແງະ, ບັນຫາອຸປະຕິເຫດຕາມທ້ອງຖະໜົນ ແລະ ອື່ນໆ ໃຫ້ຫຼຸດໜ້ອຍຖອຍລົງ.
ກະກຽມເນື້ອໃນ ແລະ ຄວາມພ້ອມຮອບດ້ານ ໃຫ້ແກ່ກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈຳສະພາແຫ່ງຊາດ ແລະ ຄະນະລັດຖະບານ; ປັບປຸງກົດໝາຍ 2 ສະບັບ ທີ່ໄດ້ເອົາມາຜ່ານກອງປະຊຸມລັດຖະບານຄັ້ງນີ້ ເພື່ອນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX.
ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຕາມແຜນວຽກຈຸດສຸມ ຂອງຄະນະສະເພາະກິດ 19/ກມສພ ໂດຍສະເພາະ ມາດຕະການຊຸກຍູ້, ສົ່ງເສີມການຜະລິດສິນຄ້າ ທົດແທນການນຳເຂົ້າ ແລະ ການຜະລິດເພື່ອສົ່ງອອກ, ການຜະລິດລະດູແລ້ງ ໂດຍກະກຽມລະບົບສະໜອງນ້ຳໃຫ້ພື້ນທີ່ການຜະລິດ, ຝຸ່ນປຸ໋ຍ, ແນວພັນພືດຕ່າງໆ ໃຫ້ພຽງພໍ; ກຳນົດບັນຊີສິນຄ້າທີ່ຜະລິດໄດ້ພາຍໃນ ຈຳກັດການນຳເຂົ້າ, ສະກັດກັ້ນການຄ້ານອກລະບົບ; ສົ່ງເສີມທຶນຮອນເຂົ້າໃນການຜະລິດທີ່ມີໜໍ່ແໜງແລ້ວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ໂດຍການຄົ້ນຄວ້າຫຼາຍແຫຼ່ງທຶນສຳລັບທຶນຊຸກຍູ້ສົ່ງເສີມການຜະລິດສິນຄ້າ ຢູ່ ສປປ ລາວ.
ສືບຕໍ່ສຸມໃສ່ເກັບລາຍຮັບຈາກຖານລາຍຮັບທີ່ມີແລ້ວ ໃຫ້ໄດ້ຄົບຖ້ວນ, ຄົ້ນຄວ້າສ້າງຖານລາຍຮັບໃໝ່ ທີ່ໝັ້ນຄົງ, ສຸມໃສ່ເກັບກູ້ໜີ້ສິນ ດ້ວຍຫຼາຍວິທີ ໃຫ້ມີຄວາມຄືບໜ້າ ແລະ ມີມາດຕະການລະອຽດ; ຮີບຮ້ອນຄົ້ນຄວ້າ ແລະ ແນະນຳ ກ່ຽວກັບການນຳໃຊ້ເງິນເກີນແຜນ ປີ 2024 ເພື່ອເປັນບ່ອນອີງໃຫ້ພາກສ່ວນຕ່າງໆປະຕິບັດ.
ສືບຕໍ່ແກ້ໄຂບັນຫາພາຫະນະນຳເຂົ້າບໍ່ຖືກຕ້ອງ, ນຳໃຊ້ບໍ່ຖືກເປົ້າໝາຍ ຢູ່ບັນດາແຂວງທົ່ວປະເທດ ຢ່າງເດັດຂາດ, ເຂັ້ມງວດ ແລະ ໃຫ້ສຳເລັດໄວ, ພ້ອມທັງ ກວດເບິ່ງສາເຫດ ແລະ ຄວາມຮັບຜິດຊອບຂອງພາກສ່ວນຕ່າງໆ ໃຫ້ລະອຽດ.
ສືບຕໍ່ເລັ່ງຊຸກຍູ້, ຕິດຕາມ ແລະ ກວດກາ ການປະຕິບັດໂຄງການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃຫ້ສຳເລັດໄວກ່ອນລະດູຝົນ ເປັນຕົ້ນ ທາງຫຼວງແຫ່ງຊາດ ເລກທີ 12, ທາງເຂົ້າເຂດແຫຼ່ງທ່ອງທ່ຽວຕ່າງໆ.
ສຸມໃສ່ປັບປຸງໂຄງລ່າງພື້ນຖານຂອງບັນດາແຫຼ່ງທ່ອງທ່ຽວ, ຂອດການບໍລິການທ່ອງທ່ຽວ, ຄວາມສະຫງົບປອດໄພ, ຄວາມເປັນລະບົບລະບຽບຮຽບຮ້ອຍ; ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮີບຮ້ອນສົມທົບກັບ ກະຊວງການຕ່າງປະເທດ, ອົງການປົກຄອງທ້ອງຖິ່ນກ່ຽວຂ້ອງ ແກ້ໄຂ ແລະ ອະທິບາຍໃຫ້ພາກສ່ວນກ່ຽວຂ້ອງເຂົ້າໃຈ ຕໍ່ກໍລະນີການເກີດອຸປະຕິເຫດ ຂອງນັກທ່ອງທ່ຽວ ຢູ່ແຂວງສາລະວັນ ແລະ ຄຳມ່ວນ.
ສືບຕໍ່ຕິດຕາມ, ກວດກາ ແລະ ແກ້ໄຂບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ຈາກບັນດາໂຄງການພັດທະນາແຮ່ທາດ ແລະ ໂຮງງານອຸດສາຫະກຳຕ່າງໆ; ສຸມໃສ່ປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນບັນຫາມົນລະຜິດທາງອາກາດແຕ່ຫົວທີ ໂດຍສະເພາະ ປ້ອງກັນບັນຫາການຈູດປ່າທຳການຜະລິດ ທີ່ຈະເກີດມີໄຟໄໝ້ລາມປ່າ ເພື່ອບໍ່ໃຫ້ກະທົບຕໍ່ສຸຂະພາບຂອງປະຊາຊົນ ກໍຄືກະທົບຕໍ່ເສດຖະກິດ ແລະ ທຸລະກິດການທ່ອງທ່ຽວ.
ສືບຕໍ່ສຸມໃສ່ປະຕິບັດມະຕິ 09/ລບ, ໃນນີ້ ສືບຕໍ່ຄົ້ນຄວ້າ ແລະ ປະຕິບັດນະໂຍບາຍຕໍ່ຄູ ແລະ ຄູອາສາສະໝັກ ຢູ່ເຂດຊົນນະບົດ, ເຂດຫ່າງໄກທຸລະກັນດານ; ສືບຕໍ່ປຸກລະດົມຂົນຂວາຍນັກຮຽນທີ່ປະລະການຮຽນໃຫ້ກັບມາເຂົ້າຮຽນ ດ້ວຍຫຼາຍຮູບການ ລວມທັງ ການສຶກສາອົບຮົມແນວຄິດພໍ່ແມ່ນັກຮຽນໃນຂົງເຂດຊົນນະບົດ ໃຫ້ຮັບຮູ້ເຂົ້າໃຈເຖິງຄວາມສຳຄັນຂອງການສຶກສາຕໍ່ອະນາຄົດຂອງລູກຫຼານ; ຮີບຮ້ອນຄົ້ນຄວ້າ ການເພີ່ມເງິນເບ້ຍລ້ຽງໃຫ້ນັກສຶກສາ ທີ່ຮຽນສາຍຄູໃຫ້ສູງຂຶ້ນ.
ສືບຕໍ່ສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45, ຜົນກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມືທະວິພາຄີລະຫວ່າງສອງລັດຖະບານ ລາວ-ຫວຽດນາມ; ກະກຽມໃຫ້ແກ່ການນຳພັກ-ລັດ ເດີນທາງໄປຢ້ຽມຢາມບັນດາປະເທດເພື່ອນມິດ, ເຂົົ້າຮ່ວມບັນດາກອງປະຊຸມສາກົນ; ກະກຽມຕ້ອນຮັບການມາຢ້ຽມຢາມທາງການ ຢູ່ ສປປ ລາວ ຂອງຜູ້ນໍາປະເທດເພື່ອນມິດ ໃຫ້ມີຄວາມພ້ອມຮອບດ້ານ.
ຂ່າວ ແລະ ພາບ ໂດຍ: ກົມປະຊາສຳພັນ ຫສນຍ.