ກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2024 ອັດລົງດ້ວຍຜົນສໍາເລັດໃນຕອນບ່າຍວັນທີ 4 ກຸມພາ 2025 ທີ່ຄະນະກວດກາສູນກາງພັກຫຼັກ 6 ນະ ຄອນຫຼວງວຽງຈັນ ພາຍຫຼັງດຳເນີນມາເປັນເວລາ 2 ວັນ.
ໃນໂອກາດນີ້ ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ເນັ້ນໜັກ 5 ບັນຫາສໍາຄັນໃຫ້ຜູ້ແທນກອງປະຊຸມເອົາໃຈໃສ່ ຄື: ໃຫ້ຄະນະພັກທຸກຂັ້ນຕ້ອງສືບຕໍ່ນໍາພາ-ຊີ້ນໍາເອົາໃຈໃສ່ຕິດຕາມ-ກວດກາການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກກໍ່ຄື 2 ວາລະແຫ່ງຊາດ ແລະ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກຂັ້ນຕົນໃນທ້າຍສະໄໝຂອງກອງປະຊຸມໃຫຍ່ໃຫ້ຮັບປະກັນເນື້ອໃນຈິດໃຈທີ່ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່, ສືບຕໍ່ຈັດຕັ້ງປະຕິບັດເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ IV ໃຫ້ສອດຄ່ອງກັບບັນດາມະຕິ, ຄຳສັ່ງຂອງສູນກາງພັກ, ນໍາເອົາເນື້ອໃນກອງປະຊຸມກວດກາທົ່ວປະເທດໃນຄັ້ງນີ້ໄປຜັນຂະຫຍາຍເຂົ້າໃນຂະບວນການວຽກງານຕົວຈິງຢ່າງແຂງແຮງ, ບັນດາຄະນະກວດກາກະຊວງ-ອົງການ ແລະ ແຂວງ-ນະຄອນຫຼວງວຽງຈັນ ຕ້ອງຮີບຮ້ອນປຶກສາຫາລື ແລະ ຫັນເປັນແຜນການເຄື່ອນໄຫວປະຕິບັດໃຫ້ລະອຽດຈະແຈ້ງ ໂດຍຕິດພັນກັບການແກ້ໄຂບັນຫາຕົວຈິງທີ່ຍັງຄົງຄ້າງຜ່ານມາກໍ່ຄືບັນຫາທີ່ເກີດຂຶ້ນໃນແຕ່ລະໄລຍະຂອງການເຄື່ອນໄຫວນຳພາ-ຊີ້ນຳ ໂດຍປະຕິບັດຕາມຈິດໃຈ ເຮັດຮອດໃສ ກວດກາຮອດຫັ້ນ ເຫັນການລະເມີດຢູ່ບ່ອນໃດ ກໍ່ແກ້ໄຂໃຫ້ເດັດຂາດທັນການ, ບໍ່ປະໃຫ້ຄຸມເຄືອແກ່ຍາວ.
ທ່ານ ຄໍາພັນ ພົມມະທັດ ໄດ້ເນັ້ນໜັກຕື່ມວ່າ: ເອົາໃຈໃສ່ເພີ່ມທະວີການຕິດ ຕາມ-ກວດກາການຄຸ້ມຄອງບໍລິຫານລັດຕາມພາລະບົດບາດຂອງອົງການກວດກາລັດ, ໂດຍສຸມໃສ່ຕິດຕາມ-ກວດກາການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນຕິດພັນກັບການເຄົາລົບປະຕິບັດລັດຖະທໍາມະນູນບັນດາກົດໝາຍ, ດໍາລັດ, ຂໍ້ກໍານົດ ແລະ ລະບຽບການຕ່າງໆຂອງລັດ ລວມທັງຂອງຂະແໜງການ ແລະ ທ້ອງຖິ່ນວາງອອກ, ໂດຍສຸມໃສ່ຕິດຕາມ-ກວດກາການຄຸ້ມຄອງ-ນໍາໃຊ້ຊັບສິນຂອງລັດ ແລະ ຊັບພະຍາກອນຂອງຊາດ ເຊັ່ນ: ທີ່ດິນ, ແຮ່ທາດ, ໄມ້-ປ່າໄມ້, ການຄຸ້ມຄອງງົບປະມານ ແລະ ຄັງເງິນ, ກອງທຶນຕ່າງໆຂອງລັດ, ການປະຕິບັດນະໂຍບາຍປະຢັດຂອງລັດ ແລະ ອື່ນໆ ພ້ອມນັ້ນ ໃຫ້ສືບຕໍ່ເອົາໃຈໃສ່ຕິດຕາມກວດກາບັນດາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນກວ່າເກົ່າ ເພື່ອອັດຊ່ອງຫວ່າງທີ່ຈະນຳໄປເຖິງການລະເມີດ ແລະ ແກ້ໄຂຕໍ່ຜູ້ລະເມີດຕາມກົດໝາຍ.
ນອກຈາກນີ້, ໃຫ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຄະນະກວດກາແຕ່ລະຂັ້ນໃຫ້ໜັກແໜ້ນ, ເຂັ້ມແຂງ ໂດຍປັບປຸງພາລະບົດບາດ, ບູລະນະກົງຈັກການຈັດຕັ້ງ, ສັບຊ້ອນ ແລະ ຍົກລະດັບບຸກຄະລາກອນ ແຕ່ລະຕໍາແໜ່ງງານໃຫ້ຈະແຈ້ງ ຕາມຄໍາແນະນໍາຂອງຄະນະກວດກາສູນກາງພັກ ສະບັບເລກທີ 379 ແລະ ກົດໝາຍວ່າດ້ວຍການກວດກາລັດ ສົມທົບການກໍ່ສ້າງ-ຝຶກອົບຮົມຕາມຫຼັກສູດ ແລະ ການຈັດຕັ້ງສໍາມະນາຖອດບົດຮຽນຈາກພຶດຕິກໍາຕົວຈິງ, ພ້ອມນັ້ນ ຕ້ອງເອົາໃຈໃສ່ສຶກສາອົບ ຮົມການເມືອງ, ນຳພາແນວຄິດ ຕິດພັນກັບການຄຸ້ມຄອງການເຄື່ອນໄຫວປະຕິບັດໜ້າທີ່ຂອງພະນັກງານ ເພື່ອຮັບປະກັນຄວາມໂປ່ງໃສໃນການເຄື່ອນໄຫວສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານກວດກາ ເມື່ອມີບັນຫາປະກົດການຫຍໍ້ທໍ້ເກີດຂຶ້ນໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຕ້ອງເປັນເຈົ້າການກວດກາແກ້ໄຂຢ່າງທັນການ ແລະ ຂາດຕົວ ແລະ ບໍ່ລໍຖ້າ ຫຼື ເອື່ອຍອີງຂັ້ນເທິງອີກ.






