ໂຮງໝໍມະໂຫສົດ ຮ່ວມກັບມູນນິທິພົງສະຫວັນ ແລະ ອົງການ A New Vision (ປະເທດສິງກະໂປ) ໄດ້ຈັດພິທີເປີດກິດຈະກໍາໂຄງການຜ່າຕັດພະຍາດແກ່ນຕາຂຸ້ນໂດຍບໍ່ເສຍຄ່າຂຶ້ນໃນວັນ 4 ກຸມພານີ້ ທີ່ໂຮງໝໍມະໂຫສົດ ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຮມ ກັນທະວົງ ຮອງຜູ້ອໍານວຍການໂຮງໝໍມະໂຫສົດ, ທ່ານ ຕັນ ຊີ່ງ ກູນ (Tan Ching Khoon ) ປະທານມູນນິທິ A New Vision ປະເທດສິງກະໂປ, ທ່ານ ຄຳຫຼ້າ ລໍລອນສີ ປະທານມູນນິທິພົງສະຫວັນ ແລະ ທ່ານ Ong Chin Lee ຮອງປະທານມູນິທິພົງສະຫວັນ ພ້ອມດ້ວຍຄະນະຊ່ຽວຊານຈາກຕ່າງປະເທດເຂົ້າຮ່ວມ.
ທ່ານ ບຸນໂຮມ ກັນທະວົງ ກ່າວວ່າ: ການຈັດກິດຈະກຳໃນຄັ້ງນີ້ໂດຍເລັງເຫັນຄວາມສໍາຄັນບັນຫາພະຍາດແກ່ນຕາຂຸ້ນ ຢູ່ໃນລາວ ເພື່ອຍົກລະດັບຄຸນນະພາບຊີວິດໃຫ້ປະຊາຊົນ ໂດຍສະເພາະຜູ້ທີ່ປະສົບປັນຫາດ້ານສຸຂະພາບຕາ ແລະ ຂາດໂອກາດໃນການເຂົ້າເຖິງການຮັກສາທີ່ມີປະສິດທິຜົນ, ໂຄງການດັ່ງກ່າວຈັດຂຶ້ນເປັນຄັ້ງທໍາອິດ ນັບແຕ່ວັນທີ 3-8 ກຸມພາ 2025 ໂດຍການສະໜັບສະໜູນຈາກມູນນິທິພົງສະຫວັນ A New Vision ປະເທດສິງກະໂປທາງດ້ານງົບປະມານ ແລະ ວິຊາການ ສົມທົບກັບຊ່ຽວຊານຈາກປະເທດເນປານເພື່ອມາຊ່ວຍເຫຼືອປິ່ນປົວຄົນເຈັບ ທີ່ເປັນພະຍາດແກ່ນຕາຂຸ້ນ. ເປົ້າໝາຍເອົາໂຮງໝໍມະໂຫສົດເປັນສະຖານທີ່ ແລະ ວິຊາການຊ່ຽວຊານຕາ ກວດ ແລະ ຄັດກອງຄົນເຈັບ.
ຂ່າວ-ພາບ: ບຸນອູ້ມ






