ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສອບສວນຄະດີສໍ້ລາດບັງຫຼວງ ສຳເລັດ 4 ເລື່ອງ ພົບຄວາມ ເສຍຫາຍ 115.08 ຕື້ກີບ, 3.2 ລ້ານບາດ, 25.68 ລ້ານໂດລາ ແລະ 7.8 ລ້ານຢວນ

Feb 5, 2025

ສອບສວນຄະດີສໍ້ລາດບັງຫຼວງ ສຳເລັດ 4 ເລື່ອງ ພົບຄວາມ ເສຍຫາຍ 115.08 ຕື້ກີບ, 3.2 ລ້ານບາດ, 25.68 ລ້ານໂດລາ ແລະ 7.8 ລ້ານຢວນ
ໃນໂອກາດລາຍງານຕໍ່ກອງປະຊຸມວຽກງານກວດກາທົ່ວປະ ເທດ ປະຈຳປີ 2024 ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນລະ ຫວ່າງວັນທີ 3-4 ກຸມພາ 2025, ທ່ານ ວິໄລວັນ ບຸດດາຄຳ ກຳ ມະການສຳຮອງສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ທັງເປັນຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໃຫ້ຮູ້ວ່າ: ໃນປີຜ່ານມາ, ສຳລັບວຽກງານສະກັດ, ຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ, ອົງການທີ່ກ່ຽວຂ້ອງໄດ້ດໍາເນີນການສອບສວນຄະດີການສໍ້ລາດບັງຫຼວງ ສຳເລັດ 4 ເລື່ອງ, ມີຄວາມເສຍຫາຍທັງໝົດ 115.08 ຕື້ກີບ, 3.2 ລ້ານບາດ, 25.68 ລ້ານໂດລາ ແລະ 7.8 ລ້ານຢວນ.
ໃນຈໍານວນດັ່ງກ່າວ ສາມາດເກັບກູ້ໄດ້ແລ້ວ 63.62 ຕື້ກີບ, 200,000 ບາດ, 4,700 ໂດລາ ແລະ 5.19 ລ້ານຢວນ; ຍັງເກັບກູ້ບໍ່ໄດ້ 51.46 ຕື້ກີບ, 3.0 ລ້ານບາດ, 25.67 ລ້ານໂດລາ ແລະ 2.63 ລ້ານຢວນ; ມີເປົ້າໝາຍພົວພັນທັງໝົດ 208 ຄົນ, ດໍາເນີນຄະດີ 40 ຄົນ (ຕ່າງປະເທດ 2 ຄົນ), ນໍາໃຊ້ມາດຕະການກັກຕົວ 39 ຄົນ ແລະ ແກ້ໄຂທາງລະບຽບບໍລິຫານ 168 ຄົນ, ກຳລັງດໍາເນີນການສືບສວນ-ສອບສວນ 2 ເລື່ອງ, ມີຄວາມເສຍ ຫາຍທັງໝົດ 382.6 ລ້ານກີບ, 1.6 ລ້ານບາດ ແລະ 7.2 ລ້ານໂດລາ, ເກັບກູ້ໄດ້ 382.6 ລ້ານກີບ, 1.6 ລ້ານບາດ ແລະ 7.2 ລ້ານໂດລາ, ມີເປົ້າໝາຍ ພົວພັນ 6 ຄົນ, ດໍາເນີນຄະດີ 6 ຄົນ, ໃນນີ້ ນໍາໃຊ້ມາດຕະການກັກຕົວ 5 ຄົນ.
ຂໍ້ມູນຈາກ: ໜັງສືພິມປະຊາຊົນ