ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄໍາມ່ວນ ຈັດການສະແດງສີລະປະສະຫຼອງບຸນປີໃໝ່ຫວຽດນາມ ປະຈໍາປີ 2025

Feb 5, 2025

ຄໍາມ່ວນ ຈັດການສະແດງສີລະປະສະຫຼອງບຸນປີໃໝ່ຫວຽດນາມ ປະຈໍາປີ 2025
ເພື່ອສະເຫຼີມສະຫຼອງບຸນປີໃໝ່ຫວຽດນາມ ປະຈໍາປີ 2025 ແລະ ເພື່ອສ້າງໃຫ້ມີບັນຍາກາດເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ຄວາມສາມັກຄີຮັກແພງ ລະຫວ່າງ ລາວ-ຫວຽດນາມ.
ໃນຕອນແລງຂອງວັນທີ 3 ກຸມພາ 2025 ທີ່ອະນຸສອນສະ ຖານ ປະທານ ໂຮ່ຈິມິນ ບ້ານຊຽງຫວາງ ເມືອງໜອງບົກ, ແຂວງຄໍາມ່ວນ ໄດ້ຈັດການສະແດງສີລະປະຈາກສູນວັດທະນະທໍາຫວຽດນາມ ປະຈໍາ ສປປ ລາວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມໃຈ ພານີຈັນ ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ສຸລິນ ພົມມະໄຊ ເລຂາພັກເມືອງເມືອງໜອງບົກ, ທ່ານ ຫງຽນ ຟຸກຊິງ ຫົວ ໜ້າສູນວັດທະນະທໍາ ຫວຽດນາມ ປະຈໍາລາວ, ພ້ອມດ້ວຍແຂກຮັບເຊີນ ແລະ ພໍ່ແມ່ພີ່ນ້ອງປະຊາຊົນລາວເຊື້ອຊາດຫວຽດ ນາມທີ່ອາໄສຢູ່ເຂດບ້ານດັ່ງກ່າວເຂົ້າຮ່ວມ.
ການສະແດງສີລະປະຄັ້ງນີ້ ປະກອບມີ 16 ລາຍການ ເຊັ່ນ : ບົດຟ້ອນສາຍໃຈລາວ-ຫວຽດ, ຈໍາປາເມືອງລາວ, ມະຫາໄຊ, ການ ສະແດງກາຍຍະສິນ, ການສະແດງຮ້ອງດ່ຽວໃນບົດເພງບາກໂຮ່ໂໝດຕິງອຽວບາວລາ ແລະ ລຸງໄກສອນ ວິລະບູລຸດໃນດວງໃຈ ແລະ ອື່ນໆ, ເຊິ່ງທຸກລາຍການທີ່ນໍາມາສະແດງລ້ວນແຕ່ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມໄດ້ເປັນຢ່າງດີ.
Cr: khammouanenew