ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມແຂວງຈຳປາສັກ

Feb 5, 2025

ຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມແຂວງຈຳປາສັກ
ວັນທີ 3 ກຸມພາ 2025, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນ ກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ເຄື່ອນໄຫວຢ້ຽມຢາມແຂວງຈຳປາສັກ ໂດຍການຕ້ອນຮັບຂອງ ທ່ານ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຈຳປາສັກ. ມີຄະນະບໍລິຫານງານພັກແຂວງ, ຄະນະນຳທີ່ມາຈາກສູນກາງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງ​ຈໍາປາສັກ​ ໄດ້ລາຍງານຜົນສຳ ເລັດໃນການນຳພາວຽກງານຕົວຈິງໃນແຕ່ລະດ້ານ ຕົ້ນຕໍແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່​ ຄັ້ງທີ XI ຂອງພັກ ຕິດພັນມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ທ້າຍສະໄໝ, ມະຕິກອງປະຊຸມຄົບຄະນະບໍລິຫານງານສູນ ກາງພັກ ສະໄໝທີ IX ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະ ໄໝທີ VIII ແລະ​ ສຸມໃສ່ຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ຕິດພັນກັບມະຕິກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II.​
ນອກນີ້​ກໍພວມສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ​-ສັງຄົມຂອງແຂວງ ໂດຍສະເພາະແມ່ນບັນດາຄາດໝາຍທີ່ໄດ້ກຳນົດໃນກອງປະຊຸມອົງການປົກ ຄອງແຂວງເປີດກວ້າງ​ ຄັ້ງທີ I ປີ 2024; ບັນຫາເຄັ່ງຮ້ອນໃນການແກ້ໄຂບັນຫາເສດ ຖະກິດ,​ ແນວຄິດ ເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ສຸມໃສ່ການກະກຽມ​ດໍາເນີນ​ກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ຕິດພັນກັບ​ ການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດທີ່ສຳຄັນ; ການກະກຽມສ້າງຕາແສງ ຕາມທິດຊີ້ນຳຂອງສູນກາງ.
ຈາກນັ້ນ, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດແຫ່ງ ສປປ​ ລາວ​ ໄດ້ສະ ແດງຄວາມພາກພູມໃຈ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ໝາກຜົນ-​ຜົນງານ ພາຍໃຕ້ການນໍາພາຂອງສະຫາຍເລຂາພັກແຂວງ ພ້ອມຄະນະ, ພ້ອມທັງໃຫ້ກຽດໂອ້ລົມ ເພື່ອຊຸກຍູ້ໃຫ້ກຳລັງໃຈຕໍ່ ອົງຄະນະພັກແຂວງ ໃນການນໍາພາ​-​ຊີ້ນຳ ແລະ ການຈັດຕັ້ງ​ປະຕິບັດແຜນພັດທະນາເສດຖະກິດ​-ສັງຄົມ ຢູ່ແຂວງຈຳປາສັກ​ ໃຫ້ສືບຕໍ່ກ້າວຂຶ້ນ, ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ,​ ເປັນລະບຽບຮຽບຮ້ອຍ.​
ໃນໂອກາດການມາເຄື່ອນໄຫວ​ຢ້ຽມຢາມ​ ແຂວງຈໍາປາສັກ​ຄັ້ງນີ້, ທ່ານ ຮອງປະ ທານປະເທດ ຍັງໄດ້ເຄື່ອນໄຫວຢ້ຽມຢາມພື້ນຖານການຜະລິດຂອງປະຊາຊົນ ເພື່ອຊຸກຍູ້ການປະຕິບັດການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່​ ໂດຍຢ້ຽມຢາມສວນໝາກບູເບີຣີ່ ຂອງ ບໍລິສັດ ຄ໊ອດສະຕຣາເບີຣີ່ ບ້ານຫ້ວຍຊັນ ເມືອງປາກຊ່ອງ, ສວນປູກໝາກຖົ່ວລຽນ ແລະ ສິນຄ້າໜຶ່ງເມືອງ ໜື່ງຜະລິດຕະພັນ ແຫ່ງຊາດ ຢາສະໝຸນໄພ ລາວ ໃຕ້​ ທີ່ບ້ານລົ່ມສັກເໜືອ ເມືອງບາຈຽງຈະເລີນສຸກ ຕື່ມອີກ.
Cr: ຈໍາປາໃໝ່