ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີນີ້, ແຂວງເຊກອງ ອະນຸຍາດນໍາເຂົ້າແຮງງານຕ່າງປະເທດ 54 ຫົວໜ່ວຍ ຕ້ອງການນໍາເຂົ້າແຮງງານ 332 ຄົນ

Feb 5, 2025

ປີນີ້, ແຂວງເຊກອງ ອະນຸຍາດນໍາເຂົ້າແຮງງານຕ່າງປະເທດ 54 ຫົວໜ່ວຍ ຕ້ອງການນໍາເຂົ້າແຮງງານ 332 ຄົນ
ປີ 2024 ຜ່ານມາ, ແຂວງເຊກອງ ສາມາດຂຶ້ນທະບຽນອອກບັດ ແລະ ຕໍ່ບັດອະນຸຍາດເຮັດວຽກແຮງງານຕ່າງປະເທດໄດ້ 109 ຫົວໜ່ວຍ, ມີແຮງງານທັງໝົດ 566 ຄົນ ຍິງ 48 ຄົນ ໃນນີ້, ສັນ ຊາດຫວຽດນາມ 334 ຄົນ, ປາກິດສະຖານ 26 ຄົນ, ຈີນ 168 ຄົນ, ໄທ 20 ຄົນ, ມາເລເຊຍ 1 ຄົນ, ອາເມລິກາ 1 ຄົນ ແລະ ການະດາ 1 ຄົນ.
ຕາມຂໍ້ມູນໃນບົດສະຫລຸບ ແຜນພັດທະນາເສດຖະກິດ-ສັງ ຄົມ ແຂວງເຊກອງ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ໃຫ້ຮູ້ວ່າ: ສຳລັບການຂຶ້ນທະບຽນ ຜູ້ຕ້ອງການມີວຽກເຮັດງານທຳ 175 ຄົນ ຍິງ 20 ຄົນ ແລະ ພັດທະນາສີມືແຮງງານໄດ້ 202 ຄົນ ຍິງ 25 ຄົນ ແລະ ອະນຸຍາດນໍາເຂົ້າແຮງງານຕ່າງປະ ເທດໄດ້ 54 ຫົວ ໜ່ວຍ ຕ້ອງການນໍາເຂົ້າແຮງງານ 332 ຄົນ ໃນນີ້, ສັນຊາດຫວຽດນາມ 80 ຄົນ, ຈີນ 221 ຄົນ, ໄທ 3 ຄົນ, ປາກິດສະຖານ 26 ຄົນ, ການະດາ 1 ຄົນ ແລະ ອາເມລິກາ 1 ຄົນ.
ພ້ອມນີ້, ຄົ້ນຄວ້າ ກວດຜ່ານ ແລະ ອະນຸຍາດນໍາໃຊ້ກົດລະ ບຽບພາຍໃນ ຂອງຫົວໜ່ວຍແຮງງານ 84 ຫົວໜ່ວຍ, ສ້າງສາຍພົວພັນແຮງງານຮ່ວມກັນ ລະຫວ່າງ ຜູ້ໃຊ້ແຮງງານ ແລະ ຜູ້ອອກ ແຮງງານ 2.208 ຄົນ ຍິງ 663 ຄົນ, ຕິດຕາມ ຊຸກຍູ້ຫົວໜ່ວຍແຮງງານ ກ່ຽວກັບການແຕ່ງຕັ້ງພະນັກງານ ຮັບຜິດຊອບວຽກ ງານສຸຂະພາບ ແລະ ຄວາມປອດໄພຢູ່ໃນສະຖານທີ່ເຮັດວຽກ 9 ຫົວໜ່ວຍ, ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດລະບຽບການ ດ້ານແຮງງານ ເພື່ອປົກປ້ອງແຮງງານ ໃນຫົວໜ່ວຍແຮງງານ ເປັນ ຕົ້ນ ຄວາມປອດໄພ ແລະ ສຸຂະພາບແຮງງານ, ການເຮັດສັນຍາແຮງງານ, ການເຂົ້າລະບົບປະກັນສັງຄົມ, ສະຫວັດດີການແຮງງານໄດ້ 3 ຫົວໜ່ວຍ ແລະ ຈັດຫາງານເຂົ້າສູ່ຕຳແໜ່ງງານໃໝ່ໄດ້ 202 ຄົນ ຍິງ 25 ຄົນ.
Cr: ສັນຍາ