ກໍານົດແລ້ວມື້ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ

ກອງປະຊຸມ ກໍາມະການກອງເລຂາ ຈັດງານມະຫາກໍາກິລາແຫ່ງ ຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ ໄດ້ຮັບກຽດເປັນເຈົ້າ ພາບ ຈັດຂຶ້ນໃນວັນທີ 5 ກຸມພານີ້ ທີ່ຫ້ອງວ່າການປົກຄອງ ນະຄອນຫລວງວຽງຈັນ (ນວ) ພາຍໃຕ້ການເປັນປະທານຂອງທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ
ກອງປະຊຸມໄດ້ຕົກລົງຮັບຮອງເອົາມື້ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຢ່າງປັນທາງການ ລະຫວ່າງວັນທີ 15-25 ພະຈິກ 2025 ນີ້.
Cr: Lao Sport Media


