ປີນີ້ ແຂວງອັດຕະປື ຈະສູ້ຊົນສ້າງຄອບຄົວພົ້ນທຸກທົ່ວແຂວງ ໃຫ້ໄດ້ 1.734 ຄອບຄົວ,

ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II ເມື່ອບໍ່ດົນແລ້ວນີ້ໃຫ້ຮູ້ວ່າ: ໃນປີ 2024 ທີ່ຜ່ານມາ ແຂວງອັດຕະປື ໄດ້ສຸມໃສ່ການພັດທະນາຊົນນະ ບົດ ແລະ ລົບລ້າງຄວາມທຸກຍາກ ເຊິ່ງລວມມີ 5 ຄາດໝາຍ, ໃນນີ້ ແຜນສ້າງເມືອງພົ້ນທຸກ 1 ເມືອງ, ປະຕິບັດໄດ້ 1 ເມືອງ, ບ້ານພົ້ນທຸກແຜນການ 17 ບ້ານ, ປະຕິບັດໄດ້ 16 ບ້ານ, ຄອບຄົວພົ້ນທຸກແຜນການ 3.765 ຄອບຄົວ, ປະຕິບັດໄດ້ 3.401 ຄອບຄົວ, ບ້ານພັດທະນາແຜນ ການ 25 ບ້ານ, ປະຕິບັດ ໄດ້ 24 ບ້ານ, ຄອບຄົວພັດ ທະນາແຜນການ 5.447 ຄອບຄົວ, ປະຕິບັດໄດ້ 5.219 ຄອບຄົວ ແລະ ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດແຜນການ 3 ບ້ານ, ສ້າງໄດ້ 1 ບ້ານ.
ສໍາລັບປີ 2025 ຄະນະພັກ ຈະສືບຕໍ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ວຽກງານ 3 ສ້າງ ໃຫ້ເຂົົ້າສູ້ລວງເລີກ ໂດຍເລັງໃສ່ພັດທະນາເຂດຈຸດສຸມຂອງລັດຖະບານ ແລະ ທ້ອງຖີ່ນດ້ວຍການສະໜອງພື້ນຖານໂຄງລ່າງ, ວິຊາການເຕັກນິກທີ່ຈໍາເປັນ ເພື່ອຊຸກຍູ້ການຜະລິດ ຕິດພັນກັບການປຸງແຕ່ງ ແລະ ການຕະຫຼາດ, ສູ້ຊົນສ້າງຄອບຄົວພົ້ນທຸກທົ່ວແຂວງ ໃຫ້ໄດ້ 1.734 ຄອບຄົວ.
ໃນນີ້, ເມືອງໄຊເສດຖາ ໃຫ້ໄດ້ 552 ຄອບຄົວ, ເມືອງສາມັກຄີໄຊ 332 ຄອບ ຄົວ, ເມືອງສະໜາມໄຊ 500 ຄອບຄົວ, ເມືອງຊານໄຊ 150 ຄອບຄົວ ແລະ ເມືອງພູວົງ ໃຫ້ໄດ້ 200 ຄອບຄົວ, ສ້າງເມືອງພົ້ນທຸກໃຫ້ໄດ້ 1 ເມືອງ, ບ້ານພົ້ນທຸກໃຫ້ໄດ້ 14 ບ້ານ, ຄອບຄົວພົ້ນທຸກ ໃຫ້ໄດ້ 1.714 ຄອບຄົວ, ບ້ານພັດທະນາໃຫ້ໄດ້ 21 ບ້ານ, ຄອບຄົວພັດທະນາ ໃຫ້ໄດ້ 2.965 ຄອບຄົວ ແລະ ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ 3 ບ້ານ.




