ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບລົດຖີບຈາກໂຄງການ ນໍ້າໃຈຮັກລາວ ໃຫ້ໂຮງຮຽນສາມັນ- ກິນນອນຊົນເຜົ່າ

Feb 5, 2025

ວັນທີ 5 ກຸມພາ 2025 ທີ່ສະພາປະຊາຊົນ ແຂວງອັດຕະປື ໄດ້ມີພິທີ ມອບ-ຮັບລົດຖີບ ຈາກໂຄງການນໍ້າໃຈຮັກຊາດລາວ ໃຫ້ໂຮງຮຽນສາມັນກີນນອນຊົນເຜົ່າແຂວງ. ຕາງໜ້າມອບໂດຍ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ກ່າວຮັບໂດຍທ່ານ ໄມແສງ ດວງສີ ວ່າການອໍານວຍການໂຮງຮຽນສາມັນກີນນອນຊົນເຜົ່າແຂວງ, ມີຄະນະນໍາຈາກສະພາປະຊາຊົນແຂວ, ຄູ-ອາຈານ ແລະ ນັກຮຽນຈໍານວນໜຶ່ງເຂົ້າຮ່ວມ.
ສໍາລັບລົດຖີບທີ່ມອບໃນຄັ້ງນີ້, ມີຈໍານວນ 15 ຄັນ ລວມມູນຄ່າ 20 ລ້ານກວ່າກີບ ເຊິ່ງໄດ້ຮັບການສະໜັບສະໜູນຈາກໂຄງການນໍ້າໃຈຮັກລາວ ຂອງມູນນິທິ ຈີນເພື່ອພັດທະນາຊົນນະ ບົດ.
Cr: ວິນັດ ສີສຸລາດ